ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ເດີນທາງໄປປຸກລະດົມປະຊາຊົນ ໃນວັນພັກ ວັນແຮງງານ ເພື່ອເລີ້ມການກ່າວໂຈມຕີ ຕໍ່ພວກ 'ຫົວຮຸນແຮງຂວາຈັດ’

ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສ ໃນລະຫວ່າງງານໂຮມຊຸມນຸມຢູ່ທີ່ສວນສາທາລະນະ Henry Maier Festival Park ໃນເມືອງມີລວອກກີ ເມື່ອວັນທີ 5 ກັນຍາ 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສ ໃນລະຫວ່າງງານໂຮມຊຸມນຸມຢູ່ທີ່ສວນສາທາລະນະ Henry Maier Festival Park ໃນເມືອງມີລວອກກີ ເມື່ອວັນທີ 5 ກັນຍາ 2022.

ໃນວັນຈັນວານນີ້ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຄຳປາໄສເພື່ອເປັນຂີດໝາຍຂອງວັນແຮງງານ ທີ່ເປັນວັນພັກແຫ່ງຊາດປະຈຳປີ ໃນລະຫວ່າງການເດີນທາງປຸກລະດົມປະຊາຊົນ ໃນລັດວິສຄັນຊິນແລະເພັນຊີລເວເນຍ ເພື່ອ ຊ່ອຍບັນດາສະມາຊິກສັງກັດພັກເດໂມແຄຣດ ໃນການເລືອກຕັ້ງກາງສະໄໝ ແລະເລີ້ມການກ່າວໂຈມຕີຄືນໃໝ່ອີກ ກ່ຽວກັບສິ່ງທີ່ທ່ານເອີ້ນວ່າ “ຫົວຮຸນແຮງຂວາຈັດ” ຢູ່ໃນການເມືອງຂອງອາເມຣິກາ.

ທ່ານໄດ້ຕຳໜິບັນດາສະມາຊິກສັງກັດພັກຣີພັບບລີກັນ ຜູ້ທີ່ໄດ້ຍອມຮັບເອົາສິ່ງທີ່ທ່ານເອີ້ນວ່າ “ອຸດົມການຫົວຮຸນແຮງ” ໂດຍກ່າວວ່າ ບາງສ່ວນໃນພັກຣີພັບບລີກັນ “ໄດ້ເລືອກທີ່ຈະກັບຄືນຫຼັງ ທີ່ເຕັມໄປດ້ວຍຄວາມຄຽດແຄ້ນ ຄວາມຮຸນແຮງ ຄວາມກຽດຊັງ ຄວາມແຕກແຍກ.”

ທ່ານໄບເດັນ ໄດ້ກ່າວວ່າ ທ່ານບໍ່ໄດ້ເວົ້າກ່ຽວກັບສະມາຊິກພັກຣີພັບບລີກັນໝົດທຸກຄົນ ຢູ່ໃນຄຳເຫັນຂອງທ່ານ ທີ່ໄດ້ກ່າວໄປເມື່ອອາທິດແລ້ວນີ້ ຊຶ່ງທ່ານໄດ້ກ່າວວ່າ ຈຳພວກທີ່ຕິດຕາມ ວາລະຂອງອັນທີ່ເອີ້ນວ່າ ເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກເທື່ອນຶ່ງ ຫຼື Make America Great Again (MAGA) ຂອງອະ ດີດປະທານາທິບໍດີ ດໍໂນລ ທຣຳ ນັ້ນ ເປັນໄພຂົ່ມຂູ່ຕໍ່ປະຊາທິປະໄຕ.

ບັນດາຝ່າຍຣີພັບບລີກັນ ໄດ້ກ່າວຕ້ອງຕິຄຳເຫັນຂອງທ່ານປະທານາທິບໍດີ ວ່າ ເປັນການແບ່ງແຍກ.

“ບໍ່ແມ່ນຣີພັບບລີກັນໝົດທຸກຄົນດອກ ເປັນ MAGA ຣີພັບບລີກັນ” ທ່ານໄບເດັນ ໄດ້ກ່າວໃນການໂຮມຊຸມນຸມ ຢູ່ໃນເມືອງມີລວອກກີ ລັດວິສຄັນຊິນ ໃນວັນຈັນວານນີ້.

ປະທານາທິບໍດີ ໂຈ ໄບເດັນ ໂອ້ລົມກັບພວກເດັກນ້ອຍ ກ່ອນໜ້າການກ່າວຄຳປາໄສ ຢູ່ທີ່ງານໂຮມຊຸມນຸມ ຂອງກຳມະບານແຮງງານເລັກ ໃນທ້ອງຖິນເລກທີ 2227 ທີ່ເອີ້ນວ່າ United Steelworkers of America Local Union 2227 ໃນເມືອງມິຟຟລິນ (West Mifflin) ລັດເພັນຊີລເວເນຍ, ວັນທີ 5 ກັນຍາ 2022, ເພືອເປັນກຽດແກ່ພວກຄົນງານໂຮງງານເລັກ ໃນວັນແຮງງານ. (AP Photo/Susan Walsh)

ໃນຕອນແລງມື້ດຽວກັນນັ້ນ ທ່ານໄບເດັນ ກໍໄດ້ເດີນທາງໄປຍັງເມືອງພິຕສເບີກ ລັດເພັນຊີລເວເນຍ ເພື່ອພົບປະກັບພວກແຮງງານກຳມະບານ.

ທ່ານໄດ້ກ່າວຕໍ່ພວກສະມາຊິກຂອງອົງການ United Steelworkers of America ທີ່ວ່າ ປະເທດກຳລັງຢູ່ໃນຈຸດທີ່ເປັນຫົວລ້ຽວຫົວຕໍ່ ຊຶ່ງ “ພວກເຮົາຈະເບິ່ງໄປຂ້າງໜ້າ ຫຼືວ່າ ຈະເບິ່ງກັບຄືນຫຼັງ.”

ທ່ານກ່າວຕໍ່ໄປວ່າ “ແລະມັນເປັນທີ່ຈະແຈ້ງແລ້ວວ່າ ທາງໃດ [ທີ່ທຣຳ] ຢາກເບິ່ງໄປ. ມັນເປັນທີ່ຈະແຈ້ງແລ້ວວ່າ ທາງໃດ ທີ່ ພວກຣີພັບບລີກັນໃໝ່ຂອງ MAGA ໄປ. ພວກເຂົາແມ່ນ ພວກຫົວຮຸນແຮງ. ປະຊາທິປະໄຕ ແມ່ນເປັນສິ່ງເດີມພັນແທ້ໆເລີຍ.”

ທ່ານໄບເດັນ ຍັງໄດ້ໂອ້ລົມ ໃນວັນຈັນວານນີ້ ກ່ຽວກັບຄວາມສຳຄັນຂອງພວກແຮງງານທັງຫຼາຍ ຂະນະທີ່ທ່ານ ກ່າວລະລຶກເຖິງວັນພັກແຫ່ງຊາດ ວັນແຮງງານ.

ທ່ານເວົ້າວ່າ “ພວກຊົນຊັ້ນກາງສ້າງສາອາເມຣິກາ....ແຕ່ກຳມະບານທັງຫຼາຍ ສ້າງສາຊົນຊັ້ນກາງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG