ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ຈະ​ເພັ່ງ​ເລັງ​ໃສ່ ຢູ​ເຄ​ຣນ, ຄວາມ​ປອດ​ໄພ​ດ້ານ​ອາ​ຫານ, ສຸ​ຂະ​ອະ​ນາ​ໄມ​ໂລກ ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 76, ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 21 ກັນ​ຍາ 2021.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 76, ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 21 ກັນ​ຍາ 2021.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ​ ຈະ​ກ່າວ​ຄຳ​ປາ​ໄສ ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ​ໃນ​ນະ​ຄອນ ນິວຢອກ ຕອນ​ເຊົ້າ​ວັນ​ພຸດ​ມື້ນີ້, ເຊິ່ງ​ທ່ານ​ຈະ​ກ່າວ​ຢ້ຳ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ ສະ​ຫະ​ລັດ ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ທົ່ວ​ໂລກ, ເພີ່ມກອງ​ທຶນ​ໂລກ​ເພື່ອ​ຕໍ່​ສູ້​ກັບ​ໂຣກ ເອ​ດ​ສ໌ ແລະ ໂຣກ​ລະ​ບາດ​ອື່ນໆ, ປາບ​ປາມ​ບັນ​ຫາຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ​ ແລະ ວິ​ກິດ​ການ​ສະ​ພາບ​ອາ​ກາດ.

ໃນ​ຄຳ​ປາ​ໄສ​ຂອງ​ທ່ານ, ທ່ານ ໄບ​ເດັນ ຈະ​ກ່າວ​ຢ້ຳ​ເຖິງ​ການ​ຮຸ​ກ​ຮານ​ຂອງ ຣັດ​ເຊຍ ໃນ​ຢູ​ເຄ​ຣນ, ອີງ​ຕາມ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວຂອງ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ເຈກ ຊຸ​ລ​ລີ​ວານ ໃນ​ວັນ​ອັງ​ຄານ​ວານນີ້.

ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ວ່າ “ທ່ານ​ຈະ​ທຳ​ການ​ປະ​ນາມ ​ຕໍ່​ສົງ​ຄາມ​ທີ່ບໍ່​ເປັນ​ທຳ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ແລະ ທຳ​ການ​ຮຽກ​ຮ້ອງ​ຕໍ່​ໂລກ ເພື່ອ​ສືບ​ຕໍ່​ການ​ລຸກ​ຂຶ້ນ​ຕໍ່​ຕ້ານການ​ຮຸກ​ຮານ​ທີ່ບໍ່​ມີ​ເຫດ​ຜົນ ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນຫຼາຍ​ເດືອນ​ທີ່​ຜ່ານ​ມານີ້. ທ່ານ​ຈະ​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ຢືນ​ຢັນ ກ່ຽວ​ກັບ​ກົດ​ເກນ​ຫຼັກ ​ຂອງ​ກົດ​ບັດ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລາ​ທີ່​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ໂຈມ​ຕີ​ໝາກ​ຫົວ​ໃຈ​ຂອງ​ກົດບັດ ​ດ້ວຍ​ການ​ຄັດ​ຄ້ານ​ກົດ​ເກນ​ຂອງຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ອຳ​ນາດ​ອະ​ທິ​ປະ​ໄຕ.
ໃນ​ການ​ຕອບ​ຄຳ​ຖາມ​ຂອງວີ​ໂອ​ເອ​ນັ້ນ, ທ່ານ ຊຸ​ລ​ລີ​ວານ​ໄດ້​ກ່າວ​ວ່າ​ ທ່ານ ໄບ​ເດັນ ຈະ “ໃຫ້​ການ​ອະ​ທິ​ບາຍ​ທີ່​ສຳ​ຄັນ” ຕໍ່​ຄຳ​ຖາມ ກ່ຽວ​ກັບ ການ​ປະ​ຕິ​ຮູບ​ສະ​ພາ​ຄວາມ​ໝັ້​ນ​ຄົງ, ເຊິ່ງ ຣັດ​ເຊຍ ແມ່ນ​ສະ​ມາ​ຊິກ​ຖາ​ວອນ.

ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ວ່າ “ບໍ່​ວ່າ​ທ່ານ​ຈະ​ກ່າວ​ຢ່າງ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ ຫຼືວ່າ​ທ່ານ​ຈ​ະ​ສົນ​ທະ​ນາ​ຢ່າງ​ເປັນ​ການ​ສ່ວນ​ຕົວ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ແລະ ຄົນ​ອື່ນໆຫຼືບໍ່​ນັ້ນ, ມື້ນີ້ພວກ​ເຮົາ​ຍັງ​ຈັດ​ການ​ກັບ​ມັນ​ຢູ່.”

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ລິນ​ດາ ທອມ​ມາ​ສ-ກ​ຣີນ​ຟີ​ລ ໄດ້​ກ່າວ​ວ່າໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ຈະ​ບໍ່​ເມີນ​ເສີຍ​ຕໍ່ ຢູ​ເຄ​ຣນ ນັ້ນ, ການ​ເຕົ້າ​ໂຮມ​ກັນ ​ກໍ​ຈະ​ບໍ່​ຖືກ​ຄອບ​ງຳ​ໂດຍ​ມັນ.

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຮູ້​ວ່າ​ໃນ​ຂະ​ນະ​ທີ່​ສົງ​ຄາມ​ທີ່​ຊົ່ວ​ຮ້າຍນີ້​ໄດ້​ເກີດ​ຂຶ້ນ​ທົ່ວ​ຢູ​ເຄ​ຣນ​ນັ້ນ, ພວກ​ເຮົາກໍ​ບໍ່​ສາ​ມາດ​ເມີນ​ເສີຍ​ຕໍ່​ບ່ອນ​ອື່ນໆ​ຂອງ​ໂລກ. ມັນ​ມີ​ຫຼາຍຄວາມ​ຂັດ​ແຍ້ງ​ເກີດ​ຂຶ້ນ​ຢູ່​ບ່ອນ​ອື່ນ.”

ທ່ານ​ນາງ ກ​ຣີນ​ຟີ​ລ ໄດ້​ອະ​ທິ​ບາຍ​ສາມ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ສຳ​ລັບ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດຄື: ​1. ແກ້​ໄຂ​ຄວາມບໍ່​ປອດ​ໄພ​ດ້ານ​ອາ​ຫານ​ໃນ​ທົ່ວ​ໂລກ, 2. ພັດ​ທະ​ນາ​ດ້ານ​ສຸ​ຂະອະ​ນາ​ໄມໂລກ ແລະ ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ພາບ​ໂລກ, ແລະ 3. ສະ​ໜັບ​ສະ​ໜູນ​ກົດ​ບັດ ສະ​ຫະ​ປະ​ຊາ​ຊາດ ແລະ ພັດ​ທະ​ນາ​ອະ​ນາ​ຄົດ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG