ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບເດັນ ຈະປຶກສາຫາລື ກ່ຽວກັບ ໂຣກລະບາດ, ເສດຖະກິດ ແລະ ຈີນ ໃນກອງປະຊຸມ G7


ປະທານາທິບໍດີ ໂຈ ໄບເດັນ ຍ່າງໄປຂຶ້ນເຮືອບິນ Air Force One ເພື່ອເດີນທາງໄປສະຖານທີ່ພັກຜ່ອນຂອງປະທານາທິບໍດີ (Camp David,) 12 ກຸມພາ, 2021.
ປະທານາທິບໍດີ ໂຈ ໄບເດັນ ຍ່າງໄປຂຶ້ນເຮືອບິນ Air Force One ເພື່ອເດີນທາງໄປສະຖານທີ່ພັກຜ່ອນຂອງປະທານາທິບໍດີ (Camp David,) 12 ກຸມພາ, 2021.

ປະທານາທິບໍດີ ໂຈ ໄບເດັນ ຈະຈັດງານຄັ້ງທຳອິດຂອງທ່ານກັບບັນດາຜູ້ນຳຈາກກຸ່ມ 7 ປະເທດໃນກອງປະຊຸມທາງອອນໄລນໃນວັນສຸກນີ້ ເພື່ອປຶກສາຫາລື ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ, ເສດຖະກິດໂລກ ແລະ ການຮັບມືກັບ ຈີນ ທີ່ເປັນອີກກຸ່ມນຶ່ງ, ອີງຕາມການກ່າວຂອງທຳນຽບຂາວໃນວັນອາທິດວານນີ້.

ທຳນຽບຂາວໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການພົວພັນທາງອອນໄລນ໌ ກັບບັນດາຜູ້ນຳຂອງເສດຖະກິດຕະຫຼາດປະຊາທິປະໄຕຂອງໂລກຈະສະໜອງໂອກາດໃຫ້ປະທານາທິບໍດີ ໄບເດັນ ທີ່ຈະປຶກສາຫາລືເພື່ອເອົາຊະນະໂຣກລະບາດ COVID-19, ແລະ ສ້າງສາເສດຖະກິດໂລກຄືນ.”

ທຳນຽບຂາວໄດ້ເວົ້່າວ່າ ທ່ານ ໄບເດັນ ຈະເພັ່ງເລັງໃສ່ຄຳປາໄສຂອງທ່ານ ກ່ຽບກັບ ການຕອບຮັບທົ່ວໂລກຕໍ່ການຜະລິດຢາວັກຊີນ COVID-19 ແລະ ການແຈກຢາຍຢາ ພ້ອມກັບ “ການສືບຕໍ່ຄວາມພະຍາຍາມທີ່ຈະເຄື່ອນໄຫວ ແລະ ຮ່ວມມືກັນຕໍ່ຕ້ານໄພຂົ່ມຂູ່ ກ່ຽວກັບ ໂຣກຕິດຕໍ່ທີ່ກຳລັງເກີດຂຶ້ນ ດ້ວຍການປັບປຸງຄວາມສາມາດຂອງປະເທດ ແລະ ສ້າງຕັ້ງການຈັດຫາແຫຼ່ງເງິນທຶນ ການຮັກສາຄວາມປອດໄພດ້ານສຸຂະພາບ.”

ທ່ານ ໄບເດັນ, ສັງກັດພັກເດໂມແຄຣັດ ຜູ້ທີ່ໄດ້ເຂົ້າກຳຕຳແໜ່ງແທນອະດີດ ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ໃນວັນທີ 20 ມັງກອນທີ່ຜ່ານມາ, ໄດ້ພະຍາຍາມທີ່ຈະສົ່ງຂໍ້ຄວາມ ກ່ຽວກັບ ການພົວພັນກັບໂລກຄືນ ແລະ ກັບສະຖາບັນຕ່າງໆຂອງໂລກ ຫຼັງຈາກສີ່ປີຂອງຄຳຂວັນ “ອາເມຣິກາ ມາກ່ອນໝູ່” ຂອງຜູ້ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ.”

ທ່ານ ທຣຳ ໄດ້ຖອນ ສະຫະລັດ ອອກຈາກອົງການອະນາໄມໂລກ ແລະ ຂໍ້ຕົກລົງສະພາບອາກາດ ປາຣີ ແລະ ໄດ້ເຍາະເຍີ້ຍບັນດາອົງການຈັດຕັ້ງຫຼາຍຝ່າຍ ແລະ ກຸ່ມເປັນສ່ວນໃຫຍ່.

ທ່ານ ໄບເດັນ ໄດ້ນຳເອົາ ສະຫະລັດ ກັບຄືນເຂົ້າຮ່ວມອົງການອະນາໄມໂລກ ແລະ ໄດ້ເຂົ້າຮ່ວມຂໍ້ຕົກລົງ ປາຣີ ຄືນ ແລະ ໄດ້ໃຫ້ສັນຍານ ກ່ຽວກັບ ຄວາມປາຖະໜາທີ່ຈະເຮັດວຽກກັບບັນດາພັນ ທະມິດໃນການປະເຊີນໜ້າກັບ ຈີນ ໃນຫຼາຍບັນຫາທີ່ຫຍຸ້ງຍາກ.

ທຳນຽບຂາວ ໄດ້ກ່າວວ່າ “ປະທານາທິບໍດີ ໄບເດັນ ຍັງຈະປຶກສາຫາລື ກ່ຽວກັບ ຄວາມຈຳເປັນທີ່ຈະທຳການລົງທຶນ ເພື່ອຂະຫຍາຍການແຂ່ງຂັນຮ່ວມກັນຂອງພວກເຮົາ ແລະ ຄວາມສຳຄັນໃນການປັບປຸງກົດລະບຽບຕ່າງໆໃນໂລກ ເພື່ອຕໍ່ສູ້ກັບສິ່ງທ້າທາຍທາງເສດຖະກິດເຊັ່ນອັນທີ່ຖືກວາງໄວ້ໂດຍ ຈີນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG