ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຈະປຶກສາຫາລື ກ່ຽວກັບ ຢາວັກຊີນ ເສີມພູມຕ້ານທານ COVID-19


ປະທານາທິບໍດີ ໂຈ ໄບເດັນ ຫັນກັບຫຼັງເພື່ອຕອບຄຳຖາມ ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ ຢູ່ຫ້ອງປະຊຸມກໍ້າຕາເວັນອອກຂອງ ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 3 ສິງຫາ, 2021.
ປະທານາທິບໍດີ ໂຈ ໄບເດັນ ຫັນກັບຫຼັງເພື່ອຕອບຄຳຖາມ ກ່ຽວກັບ ໂຣກລະບາດໄວຣັສໂຄໂຣນາ ຢູ່ຫ້ອງປະຊຸມກໍ້າຕາເວັນອອກຂອງ ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 3 ສິງຫາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແມ່ນມີກຳນົດທີ່ຈະກ່າວຄຳປາໄສໃນວັນພຸດມື້ນີ້ ກ່ຽວກັບ ການສັກຢາວັກຊີນກັນ COVID-19 ອີກນຶ່ງໂດສ ໃຫ້ຜູ້ທີ່ວ່າໄດ້ສັກແລ້ວເພື່ອທີ່ຈະຂະ
ຫຍາຍການປ້ອງກັນທີ່ສາມາດຫຼຸດສະມັດຕະພາບລົງ ໃນໄລຍະຍາວ.

ຄຳປາໄສຂອງທ່ານ ໄບເດັນ ຈະມີຂຶ້ນຫຼັງຈາກທ່ານໄດ້ພົບປະກັບບັນດາສະມາຊິກທີມຮັບມືກັບ COVID-19 ຂອງລັດຖະບານຂອງທ່ານ.

ໂຄສົກທຳນຽບຂ່າວທ່ານນາງ ເຈັນ ຊາກີ ໃນວັນອັງຄານວານນີ້ ໄດ້ຢຸດເພື່ອຢືນຢັນຕໍ່ລາຍງານຂອງສື່ມວນຊົນວ່າ ສະຫະລັດ ຈະແນະນຳໃຫ້ຜູ້ທີ່ໄດ້ສັກຢາແລ້ວໄປສັກຢາທີ່ເອີ້ນວ່າ ເພື່ອເສີມພູມຕ້ານທານ 8 ເດືອນຫຼັງຈາກທີ່ເຂົາເຈົ້າໄດ້ສັກເຂັມສຸດທ້າຍນັ້ນ.

ແຕ່ທ່ານນາງໄດ້ກ່າວຕໍ່ບັນດານັກຂ່າວວ່າລັດຖະບານໄດ້ວາງແຜນມາຫຼາຍເດືອນແລ້ວທີ່ຈະຮັບ ປະກັນວ່າ ມັນມີຢາວັກຊີນຫຼາຍພໍຖ້າອົງການອາຫານ ແລະ ຢາ ແນະນຳໃຫ້ຈັດໂຄງການສັກຢາເສີມພູມຕ້ານທານ. ທ່ານນາງຍັງໄດ້ກ່າວຢໍ້າວ່າ ການສັກຢາເພີ່ມເຕີມໃນ ສະຫະລັດ ບໍ່ໄດ້ໝາຍຄວາມວ່າເປັນການເລືອກລະຫວ່າງການນຳໃຊ້ຢາດັ່ງກ່າວຢູ່ໃນປະເທດ ຫຼື ຊ່ວຍເຫຼືອເພື່ອແກ້ໄຂບັນຫາໃນຫຼາຍຂົງເຂດຢູ່ໃນໂລກ ບ່ອນທີ່ບໍ່ເທົ່າໃດຄົນໄດ້ເຂົ້າເຖິງຢາວັກຊີນ COVID-19.

ທ່ານນາງ ຊາກີ ໄດ້ກ່າວວ່າ “ພວກເຮົາສາມາດເຮັດໄດ້ທັງສອງຢ່າງ. ແລະ ສະຫະລັດ ແມ່ນນຳໜ້າໄກຫຼາຍ, ໃນການເປັນຜູ້ປະກອບສ່ວນຕໍ່ການສະໜອງຢາໃນທົ່ວໂລກ.”

ອົງການອະນາໄມໂລກເມື່ອບໍ່ດົນມານີ້ໄດ້ຮຽກຮ້ອງການຕໍ່ເວລາທົ່ວໂລກ ກ່ຽວກັບ ການສັກຢາເສີມພູມຕ້ານທານ COVID-19 ຈົນຮອດຢ່າງໜ້ອຍທ້າຍເດືອນກັນຍາ, ເພື່ອອະນຸຍາດໃຫ້ປະເທດທີ່ມີລາຍໄດ້ຕໍ່າໄດ້ຮັບຢາວັກຊີນໂດສທຳອິດເພີ່ມເຕີມກ່ອນ.

ໂຄງການສັກຢາເສີມພູມຕ້ານທານຂອງ ສະຫະລັດ ມີຄວາມເປັນໄປໄດ້ວ່າ ຈະເລີ່ມຂຶ້ນໃນເດືອນກັນຍານີ້, ໂດຍຜູ້ທີ່ສາມາດໄດ້ຮັບສັກຢາວັກຊີນ COVID-19 ຂັ້ນຕົ້ນແມ່ນຈະຢູ່ໃນແຖວທຳອິດອີກຄັ້ງ. ກຸ່ມທີ່ວ່ານັ້ນລວມມີພະນັກງານປິ່ນປົວສຸຂະພາບໃນແຖວໜ້າ, ຜູ້ອາໄສຢູ່ໃນບ້ານພັກຄົນຊະ ລາ ແລະ ຜູ້ສູງອາຍຸອື່ນໆ.

ຄົນສ່ວນໃຫຍ່ໃນ ສະຫະລັດ ຜູ້ທີ່ໄດ້ຮັບຢາວັກຊີນ COVID-19 ແມ່ນໄດ້ສັກຢາສອງໂດສທີ່ຜະລິດໂດຍບໍລິສັດ Pfizer ແລະ Moderna, ໃນຂະນະທີ່ຄົນອື່ນແມ່ນໄດ້ສັກຢາໂດສດຽວຂອງບໍລິສັດ Johnson & Johnson.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG