ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂຈ ໄບເດັນ ຈະກ່າວຄຳປາໄສ ໃນກອງປະຊຸມຮ່ວມ ຂອງລັດຖະສະພາ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ວຽກເຮັດງານທຳ ແລະ ເສດຖະກິດຢູ່ທຳນຽບຂາວ, 7 ເມສາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ວຽກເຮັດງານທຳ ແລະ ເສດຖະກິດຢູ່ທຳນຽບຂາວ, 7 ເມສາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແມ່ນຄາດວ່າຈະສົນທະນາ ກ່ຽວກັບ ເປົ້າໝາຍຂອງທ່ານໃນການພົວພັນກັບປະເທດອື່ນໆ ແລະ ເອົາບົດບາດການເປັນຜູ້ນຳພາໃນເວທີໂລກ ໃນຂະ ນະທີ່ທ່ານຈະກ່າວຄຳປາໄສໃນຄືນວັນພຸດມື້ນີ້ ຢູ່ກອງປະຊຸມຮ່ວມຂອງລັດຖະສະພາ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວກ່ອນການກ່າວຄຳປາໄສນັ້ນວ່າ ຄຳເຫັນຂອງທ່ານ ໄບເດັນ ກ່ຽວກັບ ນະໂຍບາຍການຕ່າງປະເທດຈະລວມມີ “ການນຳເອົາບ່ອນນັ່ງຂອງ ອາເມ ຣິກາ ຢູ່ໃນໂລກກັບຄືນມາ, ສິ່ງທີ່ເປັນມູນເຊື້ອຂອງພວກເຮົາໃນຖານະເປັນປະເທດນຶ່ງ.” ທ່ານນາງໄດ້ກ່າວວ່າ ທ່ານປະທານາທິບໍດີມີຄວາມເປັນໄປໄດ້ວ່າຈະເວົ້າ ກ່ຽວກັບ ນະໂຍບາຍຕ່າງປະເທດທີ່ເປັນບູລິມະສິດສູງສຸດຈຳນວນນຶ່ງ, “ລວມທັງການພົວພັນກັບ ຈີນ.”

ການຜັກດັນທີ່ຈະເຮັດວຽກເພີ່ມເຕີມກັບບັນດາພັນທະມິດຂອງລັດຖະບານທ່ານ ໄບເດັນ, ເຊິ່ງເດືອນນີ້ໄດ້ລວມມີການປະສານງານກັບເພື່ອນສະມາຊິກອົງການ NATO ກ່ຽວກັບ ການຖອນກຳ ລັງທະຫານອອກຈາກ ອັຟການິສຖານ ນັ້ນ, ເປັນການຫັນປ່ຽນຈາກນະໂຍບາຍຕ່າງປະເທດ 4 ປີພາຍໃຕ້ອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ໄດ້ເພັ່ງເລັງໃສ່ການໃຫ້ບູລິມະສິດທີ່ເປັນຜົນປະ ໂຫຍດ ຂອງ ສະຫະລັດ.

ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ໄດ້ເຊື້ອເຊີນ ທ່ານ ໄບເດັນ ໄປກ່າວຄຳປາໄສຢູ່ສະ ພາຕໍ່າ ກ່ຽວກັບ “ວິໄສທັດສຳລັບການແກ້ໄຂສິ່ງທ້າທາຍ ແລະ ໂອກາດຕ່າງໆຂອງຊ່ວງເວລາຄັ້ງປະຫວັດສາດນີ້,” ໃນຄຳປາໄສທີ່ຈະເກີດຂຶ້ນໃນຂະນະທີ່ທ່ານປະທານາທິບໍດີສະເຫຼີມສະຫຼອງ 100 ວັນນັບຕັ້ງແຕ່ໄດ້ເຂົ້າກຳຕຳແໜ່ງ.

ທ່ານນາງ ຊາກີ ໄດ້ກ່າວວ່າ ໂຄງການນະໂຍບາຍທີ່ສຳຄັນທີ່ທ່ານ ໄບເດັນຈະ ກ່າວເນັ້ນແມ່ນໂຄງ ການພາຍໃນປະເທດສຳລັບ “ການລົງທຶນໃນການສຶກສາ ແລະ ການເບິ່ງແຍງເດັກນ້ອຍ.”

ທ່ານນາງໄດ້ກ່າວວ່າທ່ານຍັງຈະເວົ້າ ກ່ຽວກັບ ຄວາມພະຍາຍາມຂອງລັດຖະບານ ເພື່ອຕໍ່ສູ້ກັບໂຣກລະບາດໄວຣັສໂຄໂຣນາ ແລະ ການຫວ່າງງານ, ພ້ອມກັບຄົນເຂົ້າເມືອງ, ການປະຕິຮູບຕຳ ຫຼວດ ແລະ ຄວາມປອດໄພຂອງການໃຊ້ປືນ.

ລັດຖະບານດັ່ງກ່າວແມ່ນມີແຜນທີ່ຈະໃຊ້ຄຳປາໄສເປັນຈຸດເປີດຕົວເພື່ອສະແຫວງຫາການສະໜັບ ສະໜູນສຳລັບໂຄງການລິເລີ່ມຂອງທ່ານ ໄບເດັນ, ດ້ວຍທ່ານປະທານາທິບໍດີ, ຮອງປະທານາທິບໍ ດີ ທ່ານນາງ ຄາມາລາ ແຮຣິສ ແລະ ບັນດາສະມາຊິກຂອງຄະນະລັດຖະບານທ່ານ ໄບເດັນ ມີແຜນທີ່ຈະເດີນທາງໄປຫຼາຍພາກສ່ວນຂອງປະເທດ ສຳລັບງານຕ່າງໆໃນວັນພະຫັດ ແລະ ວັນສຸກນີ້.

ພັກຣີພັບບລີກັນຈະພະຍາຍາມຕອບໂຕ້ຕໍ່ຂໍ້ຄວາມຂອງທ່ານ ໄບເດັນ ດ້ວຍຄຳປາໄສໂຕ້ແຍ້ງ ໂດຍສະມາຊິກສະພາສູງຈາກລັດ ຄາໂຣໄລນາໃຕ້ ທ່ານ ທິມ ສກັອດ ໃນວັນພຸດມື້ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG