ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມັງກອນ ໒໐໒໕

ປະ​ທາ​ນາ​ທິ​ບໍ​ດີ ໄບ​ເດັນ ກວດ​ເປັນ​ຜົນ​ບວກ ສຳ​ລັບ ໂຄວິດ, ຍົກ​ເລີກ​ການ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ລັດ ເນ​ວາ​ດາ


​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງ​ຂຶ້ນ​ເຮືອ​ບິນ Air Force One ຢູ່​ສະ​ໜາມ​ບິນ​ສາ​ກົນ ແຮ​ຣີ ຣີດ ໃນ​ນະ​ຄອນ ລາ​ສ ເວ​ກັ​ສ, ລັດ ເນ​ວາ​ດາ, 17 ກໍ​ລະ​ກົດ 2024.
​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍ່າງ​ຂຶ້ນ​ເຮືອ​ບິນ Air Force One ຢູ່​ສະ​ໜາມ​ບິນ​ສາ​ກົນ ແຮ​ຣີ ຣີດ ໃນ​ນະ​ຄອນ ລາ​ສ ເວ​ກັ​ສ, ລັດ ເນ​ວາ​ດາ, 17 ກໍ​ລະ​ກົດ 2024.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ “ສະ​ບາຍ​ດີ,” ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງ​ຈາກ​ຖືກກວດ​ພົບ​ເປັນ​ຜົນ​ບວກ​ສຳ​ລັບ ໂຄວິດ-19. ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ໃນ​ຕອນ​ແລງ, ບໍ່​ດົນຫຼັງ​ຈາກ​ທ່ານ​ໄດ້​ຍົກ​ເລີກ​ການ​ກ່າວ​ຄຳ​ປາ​ໄສ ບ່ອນ​ທີ່​ທ່ານ​ມີ​ແຜນ​ຈະ​ທຳ​ການ​ຮ້ອງ​ຂໍ​ຕໍ່​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ຊາວ ອາ​ເມ​ຣິ​ກາ ລາ​ຕິນ.

“ດີ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ,” ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​, ໂດຍ​ໄດ້​ຍົກ​ນິ້ວ​ໂປ້​ຂຶ້ນ​ໃນ​ຂະ​ນະ​ທີ່​ທ່ານ​ກຽມ​ຂຶ້ນ​ເຮືອ​ບິນ Air Force One ໄປ​ລັດ ເດ​ລາ​ແວ.

ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ມີ​ອາ​ຍຸ 81 ປີ​ນັ້ນ​ຖືກກວດ​ພົບ​ເປັນ​ຜົນ​ບວກຫຼັງ​ຈາກ​ການ​ອອກ​ງານ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໃນ​ນະ​ຄອນ ລາ​ສ ເວ​ກັ​ສ ເມື່ອວັນ​ພຸດ​ວານນີ້ ແລະ ມີ “ອາ​ການ​ທີ່​ປານ​ກາງ,” ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ ຄາ​ຣີນ ຊັອງ ປີ​ແອ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ. ທ່ານ​ນາງ​ໄດ້​ກ່າວ​ຕື່ມ​ວ່າ ທ່ານ​ໄດ້​ສັກ​ຢາ​ປ້ອງ​ກັນ ແລະ ຢາ​ເສີມ​ເພື່ອ​ຕໍ່​ໄວ​ຣັ​ສ​ດັ່ງ​ກ່າວ ແລະ ຈະ​ເດີນ​ທາງ​ກັບ​ເມືອ​ບ້ານ​ຂອງ​ທ່ານ​ໃນ​ເມືອງ ເຣີ​ໂຮ​ບົ​ດທ໌, ລັດ ເດ​ລາ​ແວ, ບ່ອນ​ທີ່​ທ່ານ​ຈະແຍກ​ປ່ຽວ​ຕົນ​ເອງ.

ທ່ານ​ນາງ​ເວົ້າ​ວ່າ “ທຳ​ນຽບ​ຂາວ​ຈະ​ໃຫ້​ການ​ລາຍ​ງານ​ຂໍ້​ມູນ​ໃໝ່​ຢ່າງ​ເປັນ​ປະ​ຈຳ ກ່ຽວ​ກັບ ສະ​ຖາ​ນະ​ພາບ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ຂະ​ນະ​ທີ່​ທ່ານ​ສືບ​ຕໍ່​ດຳ​ເນີນ​ໜ້າ​ທີ່​ຢ່າງ​ເຕັມ​ທີ່​ ເວ​ລາ​ຖືກ​ແຍກ​ປ່ຽວ​ນັ້ນ.”

ຂ່າວ​ດັ່ງ​ກ່າວ​ຖືກ​ປະ​ກາດ​ທຳ​ອິດ​ໂດຍ​ປະ​ທານ​ຂອງ​ອົງ​ການ UnidoUS, ເຊິ່ງ​ແມ່ນ​ອົງ​ການ​ສົ່ງ​ເສີມ​ຊາວ​ອາ​ເມ​ຣິ​ກາ ລາ​ຕິນ ທີ່ບໍ່​ຫວັງ​ຜົນ​ກຳ​ໄລ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ.

ຂໍ້​ຄວາມ​ຈາກ​ແພດ​ໝໍ​ຂອງ​ທ່ານ ໄບ​ເດັນ ລຸນຫລັງ​ຖະ​ແຫຼງ​ການ​ຂອງ​ທ່ານ​ນາງ ຊັອງ ປີ​ແອ, ໄດ້​ກ່າວ​ຕື່ມ​ວ່າ​ລະ​ດັບ​ການ​ຫາຍ​ໃຈ​ຂອງ​ທ່ານ​ ໄບ​ເດັນ, ອຸນ​ຫະ​ພູມ ແລະ ​ລະ​ດັບອົກ​ຊີ​ເຈັນ​ໃນ​ເລືອດ ທຸກ​ຢ່າງ​ແມ່ນ​ປົກ​ກະ​ຕິ, ແລະ​ທ່ານ​ໄດ້​ຮັບ​ຢາ​ປິ່ນ​ປົວ​ອັນ​ນຶ່ງ. ແພດ​ໝໍ​ຄົນ​ດັ່ງ​ກ່າວ, ເຊິ່ງບໍ່​ໄດ້​ບອກ​ຊື່​ໃນ​ຖະ​ແຫຼງ​ການ​ນັ້ນ, ໄດ້​ກ່າວ​ວ່າ ທ່ານ ໄບ​ເດັນ ໄດ້​ສະ​ແດງ​ໃຫ້​ເຫັນ​ອາກ​ານ​ຕ່າງ​ໆ​ລວມ​ມີ ນໍ້​າ​ມູກ​ໄຫຼ, ໄອ ແລະ ອາ​ການ​ອ່ອນ​ແອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG