ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນບອກຜູ້ນໍາດ້ານສິດທິພົນລະເຮືອນວ່າ ທ່ານຈະເຮັດໃຫ້ຄວາມສະເໝີພາບ ດ້ານຊົນຊາດຊົນເຜົ່າມີຄວາມກ້າວໜໜ້າ


ທ່ານ Joe Biden, ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກຕັ້ງກ່າວຢູ່ໃນງານປະກາດການເລືອກເອົານາຍພົນ Lloyd Austin ທີ່ອອກບໍານານໃຫ້ເປັນລັດຖະມົນຕີກະຊວງປ້ອງກັນປະເທດທີ່ໂຮງລະຄອນ Queen ໃນເມືອງ Wilmington, ລັດເດລາແວ, ວັນທີ 9 ທັນວາ 2020. (ພາບຈາກ AP /Susan Walsh)
ທ່ານ Joe Biden, ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກຕັ້ງກ່າວຢູ່ໃນງານປະກາດການເລືອກເອົານາຍພົນ Lloyd Austin ທີ່ອອກບໍານານໃຫ້ເປັນລັດຖະມົນຕີກະຊວງປ້ອງກັນປະເທດທີ່ໂຮງລະຄອນ Queen ໃນເມືອງ Wilmington, ລັດເດລາແວ, ວັນທີ 9 ທັນວາ 2020. (ພາບຈາກ AP /Susan Walsh)

ໃນການພົບປະກັບບັນດາຜູ້ນຳຂອງອົງການປົກປ້ອງສິດທິພົນລະເມືອງຂັ້ນສູງ ຈຳ ນວນນຶ່ງຂອງປະເທດນັ້ນ, ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກຕັ້ງ ໃໝ່, ທ່ານ ໂຈ ໄບເດັນໄດ້ຢືນຢັນອີກເທື່ອນຶ່ງວ່າ ຄະນະລັດຖະບານຂອງທ່ານຈະໃຫ້ຄວາມສຳຄັນຕໍ່ຄວາມຍຸຕິທຳທາງດ້ານເຊື້ອຊາດ ແລະເຕົ້າໂຮມເອົາຄະນະລັດຖະບານທີ່ມີຫຼາກຫຼາຍຊົນຊາດເຊິ່ງສາມາດແກ້ໄຂບັນຫາຄວາມສະເໝີພາບ ທີ່ໄດ້ຮັບຄວາມກົດດັນຢູ່ນີ້.

ຜູ້ທີ່ຄາດວ່າຈະເປັນຮອງປະທານາທິບໍດີຖືກເລືອກຕັ້ງໃໝ່, ທ່ານນນາງຄາມາລາ ແຮຣິສ ແລະສະມາຊິກສະພາຕໍ່າຈາກລັດຫລຸຍເຊຍນາ, ທ່ານ ເຊີດຣິກ ຣີສມອນ (Cedric Richmond), ຜູ້ທີ່ຈະເຂົ້າຮ່ວມໃນຄະນະລັດຖະບານຂອງທ່ານ ໄບເດັນໃນຖານະເປັນທີ່ປຶກສາຂັ້ນສູງ, ກໍ່ໄດ້ເຂົ້າຮ່ວມໃນກອງປະຊຸມທາງອອນລາຍ ທີ່ດໍາເນີນໄປເກືອບ 2 ຊົ່ວໂມງໃນວັນອັງຄານຜ່ານມານີ້ ກັບຜູ້ນຳສິດທິພົນລະ ເມືອງ 7. ການໂອ້ລົມສົນທະນາໄດ້ເວົ້າກ່ຽວກັບວ່າຈະເຮັດແນວໃດເພື່ອເຮັດໃຫ້ ຄວາມຍຸຕິທຳດ້ານເຊື້ອຊາດກາຍເປັນກະທູ້ທຳມະດາໃນຂະນະທີ່ລັດຖະບານຂອງທ່ານໄບເດັນເຮັດວຽກເພື່ອແກ້ໄຂການປະຕິຮູບດ້ານຕຳຫຼວດແລະຄວາມຍຸຕິທຳທາງດ້ານ ອາຍາ, ຊ່ອງຫວ່າງທາງດ້ານການປິ່ນປົວໂຄວິດ-19, ດ້ານຄວາມຮັ່ງມີລະ ຫວ່າງຄົນທີ່ມີເຊື້ອຊາດຕ່າງກັນ, ສິດໃນການເລືອກຕັ້ງແລະອື່ນໆ.

ກອງປະຊຸມດັ່ງກ່າວ, ເຊິ່ງບໍ່ໄດ້ໃຫ້ສື່ມວນຊົນເຂົ້າໄປ, ມີຂຶ້ນພາຍຫຼັງທີ່ທ່ານໄບເດັນໄດ້ຮັບຄວາມກົດດັນເພີ່ມຂຶ້ນ ເພື່ອໃຫ້ຮັບປະກັນວ່າຄະນະລັດຖະບານຂອງທ່ານຕ້ອງມີຄວາມຫຼາກຫຼາຍ ແລະເປັນຕົວແທນຂອງປະເທດຊາດ. ບັນດາຜູ້ປ່ອນ ບັດລົງຄະແນນສຽງຜິວດຳ ແມ່ນເປັນກຳລັງຂັບເຄື່ອນແຫ່ງຊາດທີ່ຊຸກຍູ້ໃຫ້ອະດີດຮອງປະທານາທິບໍດີຊະນະປະທານາທິບໍດີດໍໂນລ ທຣໍາໄດ້. ບັນດາຜູ້ປ່ອນບັດເລືອກຕັ້ງທີ່ມີຜິວສີອື່ນໆ ກໍ່ໄດ້ຮັບຄຸນງາມຄວາມດີວ່າໄດ້ຊ່ວຍຮັບປະກັນໃຫ້ ທ່ານ ໄບເດັນໄດ້ຮັບໄຊຊະນະຂອງຢູ່ໃນລັດທີ່ເປັນເຂດຍາດແຍ່ງ ລວມທັງລັດອາຣຣິໂຊນາ (Arizona) ແລະເນວະດາ (Nevada).

"ທ່ານຈະບໍ່ສາມາດເຮັດຫຍັງໄດ້ຫລາຍ ເມື່ອເວົ້າເຖິງຄວາມຍຸຕິທຳດ້ານເຊື້ອຊາດໃນປະເທດນີ້ເວັ້ນເສຍແຕ່ວ່າ ທ່ານຈະມີຄົນທີ່ພິຈາລະນາຢູ່ແລ້ວ ຢູ່ໃນລະດັບສູງສຸດທີ່ເຄີຍມີປະສົບການ ... ແລະມີຄົນຜິວດຳທີ່ມີຄຸນນະວຸດທິສຳລັບທຸກໆຕຳ ແໜ່ງໃນລັດຖະບານຢູ່ແລ້ວ," ນັ້ນຄືຄໍາເວົ້າຂອງທ່ານມາກ ໂມຣຽວ (Marc Morial), ຫົວໜໜ້າຜູ້ບໍລິຫານຂອງອົງການ Urban League ກ່າວຕໍ່ບັນດານັກຂ່າວຫລັງຈາກການປະຊຸມຈົບລົງ. ທ່ານກ່າວຕໍ່ໄປວ່າ "ພວກເຮົາໄດ້ເຫັນໃນມື້ນີ້ວ່າ ທ່ານ ໂຈ ໄບເດັນທີ່ມີຈິດໃຈມັກຮັກ ແລະ ທ່ານນາງ ຄວາມາລາ ແຮຣີສ ທີ່ມີຈິດໃຈມັກຮັກໃນດ້ານນີ້. ພວກເຮົາຈະໃຫ້ຄວາມຄິດເຫັນກ່ຽວກັບຄະນະລັດຖະ ບານຊຸດນີ້ ໂດຍເບິ່ງການກະທຳທີ່ເຂົາເຈົ້າປະຕິບັດແລະຜົນຂອງມັນ."

ບັນດາຜູ້ນໍາດ້ານສິດທິພົນລະເຮືອນກ່າວວ່າ ພວກເຂົາເຈົ້າພວກສະໜັບສະໜຸນ ທ່ານໄບເດັນຄາດຫວັງວ່າທ່ານຈະເຮັດຕາມຄໍາໝັ້ນສັນຍາທີ່ໃຫ້ໄວ້. ພວກເຂົາເຈົ້າເວົ້າວ່າ ທ່ານໄບເດັນ ເຫັນດີທີ່ຈະພົບກັບເຂົາເຈົ້າເປັນປະຈໍາເພື່ອ ສົນທະນາກ່ຽວກັບບັນຫານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG