ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Biden ກ່າວຢູ່ ໃນກອງປະຊຸມ AIPAC ວ່າ ຂໍ້ແກ້ໄຂເພື່ອຄວາມ ໝັ້ນຄົງ 'ພຽງທາງດຽວເທົ່ານັ້ນ' ແມ່ນສອງລັດ


ຮອງປະທານາທິບໍດີ ທ່ານ Joe Biden ກ່າວຄຳປາໄສ ທີ່ກອງປະຊຸມ ນະໂຍບາຍ ຂອງຄະນະກຳມາທິການ ກິຈການສາທາລະນະ ອິສຣາແອລ ອາເມຣິກັນ ຫຼື (AIPAC) ໃນນະຄອນຫຼວງ ວໍຊິງຕັນ, ວັນອາທິດ ທີ 20, ມີນາ 2016.
ຮອງປະທານາທິບໍດີ ທ່ານ Joe Biden ກ່າວຄຳປາໄສ ທີ່ກອງປະຊຸມ ນະໂຍບາຍ ຂອງຄະນະກຳມາທິການ ກິຈການສາທາລະນະ ອິສຣາແອລ ອາເມຣິກັນ ຫຼື (AIPAC) ໃນນະຄອນຫຼວງ ວໍຊິງຕັນ, ວັນອາທິດ ທີ 20, ມີນາ 2016.

ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ໄດ້ໃຫ້ຄຳ
ໝັ້ນໃຈ ແກ່ກຸ່ມສະໜັບສະໜູນ ອິສຣາແອລ ວ່າ ອີຣ່ານ ແມ່ນ
ຍັງຢູ່ຫ່າງໄກຈາກການພັດທະນາອາວຸດ ນິວເຄລຍ.

ໃນການກ່າວເມື່ອວັນອາທິດວານນີ້ທີ່ນະຄອນຫຼວງ ວໍໍຊິງຕັນ
ໃນກອງປະຊຸມຂອງຄະນະກຳມາທິການ ກິຈການສາທາລະນະ
ອິສຣາແອລ ອາເມຣິກັນ, ຫຼື AIPAC ນັ້ນ, ທ່ານ Biden ກ່າວວ່າ
“ອີຣ່ານ ແມ່ນຢູ່ຫ່າງໄກຫຼາຍ, ໄກຕັ້ງຫຼາຍ ຈາກການມີອາວຸດ
ນິວເຄລຍໄວ້ໃນຄອບຄອງ ໄກກວ່າເມື່ອສອງສາມປີທີ່ຜ່ານມາ
ຊໍ້າ.”

ທ່ານຮອງປະທານາທິບໍດີ ໄດ້ກ່າວຕໍ່ພວກນັກເຄື່ອນໄຫວວ່າ ສະຫະລັດ ໄດ້ “ຕິດຕາມເບິ່ງ
ອີຣ່ານ ຄືກັບໂຕແຫຼວ.”

ນອກນັ້ນ ທ່ານ Biden ຍັງໄດ້ຮຽກຮ້ອງໃຫ້ ອິສຣາແອລ ເຈລະຈາແກ້ໄຂບັນຫາ 2 ປະເທດ
ສຳລັບ ອິສຣາແອລ ແລະ ປາເລສໄຕນ໌ ຕໍ່ຄວາມຄຽດຊັງກັນໃນພາກພື້ນ ຕາເວັນອອກກາງນີ້.
ທ່ານກ່າວວ່າ “ໃນທັດສະນະຂອງຂ້າພະເຈົ້າແລ້ວ, ທາງດຽວທີ່ຈະຮັບປະກັນອະນາຄົດ
ຂອງອິສຣາແອລ ແລະ ຄວາມໝັ້ນຄົງຂອງເອກະລັດຂອງພວກເຂົາເຈົ້າ ດັ່ງກັບຊາວຢິວ
ແລະ ລັດປະຊາທິປະໄຕ ກໍແມ່ນດ້ວຍການແກ້ບັນຫາຂອງ 2 ປະເທດ.”

ປະຊາຊົນ ປາເລສໄຕນ໌ ບໍ່ພໍໃຈຍິ່ງຂຶ້ນເລື້ອຍໆ ຕໍ່ການຕັ້ງຖິ່ນຖານໃໝ່ຂອງຊາວ ຢິວ ທີ່
ເພີ່ມຫຼາຍຂຶ້ນໃນດິນແດນທີ່ ຊາວ ປາເລສໄຕນ ຢາກໄດ້ ໃຫ້ເປັນປະເທດໃນອະນາຄົດ.

XS
SM
MD
LG