ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແນເປົ້າໃສ່ ຈີນ ໃນລະຫວ່າງການກ່າວຄຳປາໄສຕໍ່ລັດຖະສະພາ ແລະ ປະເທດຊາດ


ເຈົ່າໜ້າທີ່ກອງທັບ ແລະ ຜູ້ແທນເດີນທາງອອກຈາກຫໍປະຊຸມໃຫຍ່ປະຊາຊົນ ຈີນ ຫຼັງຈາກເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີສອງຂອງສະພາປະຊາຊົນແຫ່ງຊາດ, ນະຄອນຫຼວງ ປັກກິ່ງ, ຈີນ, 8 ມີນາ 2024.
ເຈົ່າໜ້າທີ່ກອງທັບ ແລະ ຜູ້ແທນເດີນທາງອອກຈາກຫໍປະຊຸມໃຫຍ່ປະຊາຊົນ ຈີນ ຫຼັງຈາກເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີສອງຂອງສະພາປະຊາຊົນແຫ່ງຊາດ, ນະຄອນຫຼວງ ປັກກິ່ງ, ຈີນ, 8 ມີນາ 2024.

ປະທານທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພະຫັດວານນີ້ ໄດ້ຕ້ອງຕິ “ການປະຕິບັດທາງເສດຖະກິດທີ່ບໍ່ເປັນທໍາ” ຂອງ ຈີນ ແລະ ໄດ້ຢືນຢັດວ່າທ່ານໄດ້ເຮັດວຽກດີກວ່າ ອະດີດປະທານາທິບໍດີ ດໍໂນລ ທຣຳ ໃນການລຸກຂຶ້ນສູ້ກັບ ປັກກິ່ງ, ເຊິ່ງແມ່ນຄູ່ແຂ່ງຂັນທ່ານ ໃນການເລືອກຕັ້ງປະທານາທິບໍດີຂອງປີນີ້.

ໃນຄຳປາໄສຕໍ່ລັດຖະສະພາ ແລະ ປະເທດຊາດຂອງທ່ານນັ້ນ, ທ່ານ ໄບເດັນ ຍັງໄດ້ໂຄສະນາເຖິງດ້ານອື່ນໆ ກ່ຽວກັບ ນະໂຍບາຍ ຈີນ ຂອງທ່ານ, ລວມມີ “ການຢືນຢັດຢູ່ກັບສັນຕິພາບ ແລະ ສະຖຽນລະພາບໃນຊ່ອງແຄບໄຕ້ຫວັນ” ແລະ ຟື້ນຟູ “ການເປັນຄູ່ຮ່ວມງານ ແລະ ພັນທະມິດຂອງພວກເຮົາໃນເຂດມະຫາສະໝຸດປາຊີຟິກ.”

ທ່ານ ໄບເດັນ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າໄດ້ເຮັດໃຫ້ແນ່ໃຈວ່າ ເທັກໂນໂລຈີທີ່ ກ້າວໜ້າທີ່ສຸດຂອງ ອາເມຣິກາ ຈະບໍ່ສາມາດຖືກໃຊ້ໃນ ຈີນ…ແທ້ຈິງແລ້ວການ ເວົ້າທີ່ໜັກແໜ້ນຂອງລາວ ກ່ຽວກັບ ຈີນ, ມັນບໍ່ເຄີຍມີຫຍັງເກີດຂຶ້ນຕໍ່ຜູ້ດຳລົງຕຳແໜ່ງກ່ອນໜ້າຂ້າພະເຈົ້າທີ່ລາວ ບໍ່ເຮັດຫຍັງຕາມທີ່ວ່ານັ້ນ.”

ຄຳເຫັນຂອງທ່ານ ໄບເດັນ ກ່ຽວກັບ ຈີນ, ເຊິ່ງເປັນພຽງສ່ວນສັ້ນໆໃນຄຳປາໄສທີ່ອອກອາກາດທົ່ວປະເທດນັ້ນ, ໄດ້ມີຂຶ້ນຫຼັງຈາກລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ ໄດ້ຂະຫຍາຍການໃຊ້ຄຳເວົ້າໂຈມຕີຂອງປະເທດຂອງທ່ານຕໍ່ ສະຫະລັດ.

ຢູ່ນອກກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຂອງ ຈີນ,​ ທ່ານ ຫວັງ ໄດ້ກ່າວຫາ ສະຫະລັດ ກ່ຽວກັບ ການພະຍາຍາມຄວບຄຸມ ຈີນ ຜ່ານມາດຕະການລົງໂທດ, ແລະ ຢືນຢັດວ່າ ວໍຊິງຕັນ ມີ “ທັດສະນະຄະຕິດທີ່ຜິດ” ກ່ຽວກັບ ປັກກິ່ງ.

ທ່ານ ຫວັງ ໄດ້ກ່າວໃນລະຫວ່າງ ສິ່ງທີ່ປາກົດວ່າ ຈະເປັນການສື່ສານກັນຕາມບົດຂຽນຢ່າງເຂັ້ມງວດກັບສື່ມວນຊົນໃນທ້ອງຖິ່ນ ແລະ ຕ່າງປະເທດວ່າ “ຄວາມເຈຕະນາທີ່ຈະກົດຂີ່ ຈີນ ແມ່ນໄດ້ມີມາໃໝ່ຢ່າງສະໝໍ່າສະເໝີ, ລາຍການຂອງມາດຕະການລົງໂທດໂດຍຝ່າຍດຽວແມ່ນໄດ້ຂະຫຍາອອກຢ່າງຕໍ່ເນື່ອງ, ແລະ ຄວາມປາຖະນາທີ່ຈະທຳການລົງໂທດຕໍ່ ຈີນ ໄດ້ໄປເຖິງລະດັບທີ່ບໍ່ສາມາດຈິນຕະນາການໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG