ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນແຕ່ງຕັ້ງ ທ່ານ ວິລລຽມ ເບີນສ໌, ອະດີດນັກການທູດ ໃຫ້ເປັນຫົວໜ້າ ອົງການ ຊີໄອເອ


ທ່ານ ວິລລຽມ ເບີນສ໌, ອະດີດນັກການທູດ ທີ່ເປັນປະທານອົງການ Carnegie Endowment for International Peace, ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ຂອງບໍລິສັດ Allen and Co. ຢູ່ເມືອງ Sun Valley, ລັດໄອດາໂຮ, ວັນທີ 11 ກໍລະກົດ, 2019
ທ່ານ ວິລລຽມ ເບີນສ໌, ອະດີດນັກການທູດ ທີ່ເປັນປະທານອົງການ Carnegie Endowment for International Peace, ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ຂອງບໍລິສັດ Allen and Co. ຢູ່ເມືອງ Sun Valley, ລັດໄອດາໂຮ, ວັນທີ 11 ກໍລະກົດ, 2019

ປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງສະຫະລັດ, ທ່ານ ໂຈ ໄບເດັນກຳລັງດຳເນີນການອີກບາດກ້າວນຶ່ງໃນຄວາມພະຍາຍາມຂອງທ່ານໃນການປັບປຸງບັນດາອົງການສືບລັບຂອງປະເທດ, ໂດຍໄດ້ປະກາດໃນວັນຈັນນີ້ວ່າ ທ່ານຈະແຕ່ງຕັ້ງນັກການທູດອາຊີບ, ທ່ານ ວິລລຽມ ເບີນສ໌ (William Burns) ໃຫ້ເປັນຜູ້ອຳນວຍການອົງການສືບລັບ CIA ຂອງທ່ານ.

ທ່ານເບີນສ໌ (Burns), ເປັນອະດີດພະນັກງານຂອງກະຊວງການຕ່າງປະເທສະຫະລັດທີ່ເຮັດວຽກຢູ່ທີ່ນັ້ນໄດ້ 33 ປີ ໂດຍໄດ້ປະຕິບັດໜ້າທີ່ຮັບໃຊ້ພາຍໃຕ້ປະທານາທິບໍດີ ທີ່ມາຈາກທັງພັກຣີພັບບລິກັນ ແລະເດໂມແຄຣັດ ໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດປະຈຳຣັດເຊຍ ພາຍໃຕ້ອະດີດປະທານາທິບໍດີຈອຣຈ໌ ດັບເບິນຢູ ບຸສ (George W. Bush) ຂອງສະຫະລັດ ແລະເປັນຮອງລັດຖະມົນຕີກະຊວງດັ່ງ ກ່າວພາຍໃຕ້ອະດີດປະທານາທິບໍດີບາຣັກ ໂອບາມາ.

ໃນວິດີໂອທີ່ນຳອອກເຜີຍແຜ່ໃນວັນຈັນວານນີ້, ທ່ານ ໄບເດັນ ໄດ້ຍ້ອງຍໍສັນລະເສີນທ່ານ ເບີນສ໌ (Burns) ຜູ້ມີອາຍຸ 64 ປີ ວ່າເປັນ "ນັກການທູດທີ່ເປັນແບບຢ່າງທີ່ດີ", ໂດຍກ່າວວ່າທ່ານມີຄວາມເຊື່ອຄືກັນທີ່ວ່າ ການສືບລັບຈະຕ້ອງບໍ່ຫຍຸ້ງກ່ຽວກັບເລື້ອງການເມືອງ.

ປະທານາທິບໍດີທີ່ຖືກເລືອກໃໝ່ກ່າວອີກວ່າ "ມັນເຖິງເວລາແລ້ວ ທີ່ຈະຟື້ນຟູຄວາມເປັນອິດສະຫຼະຂອງປະຊາຄົມດ້ານສືບລັບຂອງພວກເຮົາ, ແລະມັນກໍມີຄວາມສຳຄັນຫລາຍຄືກັນທີ່ຕ້ອງໄດ້ຟື້ນຟູຄວາມໄວ້ວາງໃຈ ແລະຄວາມເຊື່ອໝັ້ນໃນເຈົ້າໜ້າທີ່ອາຊີບຂອງພວກເຮົາ, ລວມທັງຜູ້ທີ່ຢູ່ໃນ CIA ອີກດ້ວຍ." ທ່ານກ່າວຕໍ່ໄປວ່າ "ທ່ານເບີນສ໌ (Burns) ເປັນຜູ້ທີ່ເໝາະສົມຢ່າງທ່ອງແທ້, ທ່ອງແທ້ອີ່ຫລີສໍາລັບວຽກງານອັນນັ້ນ.”

ຖ້າໄດ້ຮັບການຮັບຮອງເອົາແລ້ວ, ທ່ານ ເບີນສ໌ (Burns) ຈະເຂົ້າກໍາຕໍາແໜ່ງແທນຜູ້ອຳນວຍການ CIA ຄົນປັດຈຸບັນ, ທ່ານນາງຈີນາ ແຮັສແພລ (Gina Haspel), ຜູ້ທີ່ໄດ້ຮັບໜ້າທີ່ຢູ່ໃນອົງການດັ່ງກ່າວເປັນເວລາຫຼາຍກວ່າສາມທົດສະວັດ ກ່ອນທີ່ຈະກາຍເປັນຜູ້ຍິງຄົນທຳອິດທີ່ເປັນຜູ້ນຳອົງການສືບລັບແຫ່ງຊາດໃນປີ 2018.

ທ່ານນາງແຮັສແພລ (Haspel) ໄດ້ຮັກສາການປາກົດຕົວຂອງທ່ານໃນມະຫາ ຊົນໃຫ້ໜ້ອຍທີ່ສຸດ ໃນລະຫວ່າງທີ່ດຳລົງຕຳແໜ່ງຂອງທ່ານນາງ ທີ່ຖືກໝາຍດ້ວຍການມີຄວາມເຫັນທີ່ຂັດກັນເພີ່ມຂຶ້ນ ລະຫວ່າງທຳນຽບຂາວແລະປະຊາຄົມສືບລັບຂອງສະຫະລັດ, ເຖິງແມ່ນວ່າທ່ານນາງໄດ້ປະທະກັບປະທານາທິບໍດີດໍໂນລ ທຣໍາ ຜູ້ທີ່ກໍາລັງຈະພົ້ນຕໍາແໜ່ງຢູ່ນີ້ ຫລາຍຄັ້ງກໍຕາມ.

ນຶ່ງໃນບັນດາການປະທະກັນທີ່ສັງເກດເຫັນໄດ້ທີ່ສຸດ ແມ່ນເກີດຂຶ້ນໃນເດືອນມັງ ກອນ 2019, ໃນເວລາທີ່ທ່ານນາງ ແລະເຈົ້າໜ້າທີ່ສືບລັບຄົນອື່ນໆ ໄດ້ມີຄໍາເຫັນຂັດແຍ້ງຕໍ່ການກ່າວອ້າງຫລາຍໆຄັ້ງຂອງທຳນຽບຂາວໃນລະຫວ່າງມີການລາຍງານກ່ຽວກັບໄພຂົ່ມຂູ່ ສຳລັບບັນດາສະມາຊິກລັດຖະສະພາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG