ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ທ. ໄບເດັນແຕ່ງຕັ້ງ ທ.ນ. ລິນດາ ໂທມມັສ- ກຣີນຟຽວ ເປັນເອກອັກຄະລັດຖະທູດ ສຫລ ປະຈໍາອົງການ ສະຫະປະຊາຊາດ


ທ່ານນາງ Linda Thomas-Greenfield (ຂວາ), ລັດຖະມົນຕີຊ່ວຍວ່າການດ້ານວຽກງານກ່ຽວກັບອາຟຣິກາ ໃຫ້ຄໍາໃຫ້ການຕໍ່ໜ້າຄະນະກໍາມະການດ້ານພົວພັນຕ່າງປະເທດຢູ່ຫ້ອງການຂອງລັດຖະສະພາ, ວັນທີ 9 ມັງກອນ 2014
ທ່ານນາງ Linda Thomas-Greenfield (ຂວາ), ລັດຖະມົນຕີຊ່ວຍວ່າການດ້ານວຽກງານກ່ຽວກັບອາຟຣິກາ ໃຫ້ຄໍາໃຫ້ການຕໍ່ໜ້າຄະນະກໍາມະການດ້ານພົວພັນຕ່າງປະເທດຢູ່ຫ້ອງການຂອງລັດຖະສະພາ, ວັນທີ 9 ມັງກອນ 2014

ທ່ານໂຈ ໄບເດັນ, ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກໃໝ່ ຂອງສະຫະລັດ ໄດ້ແຕ່ງຕັ້ງອະດີດນັກການທູດ, ທ່ານນາງລິນດາ ໂທມມັສ-ກຣີນຟຽວ (Linda Thomas-Greenfield) ໃຫ້ເຂົ້າຮ່ວມຄະນະລັດຖະບານຂອງທ່ານທີ່ກໍາລັງຕັ້ງຂຶ້ນຢູ່ນີ້ ໃນຖານະຜູ້ທີ່ຖືກເລືອກໃຫ້ດໍາລົງຕຳແໜ່ງເປັນເອກອັກຄະລັດຖະທູດສະຫະລັດປະຈໍາອົງການສະຫະປະຊາຊາດ, ອີງຕາມການປະກາດຂອງຄະນະໂອນອໍານາດຂອງທ່ານໃນວັນຈັນວານນີ້. ຕໍາແໜ່ງດັ່ງກ່າວຍັງຕ້ອງໄດ້ຮັບການຮັບຮອງເອົາຈາກສະພາສູງເສຍກ່ອນ.

ທ່ານນາງ ໂທມມັສ-ກຣີນຟຽວ ເຄີຍເຮັດວຽກທັງຢູ່ໃນຄະນະລັດຖະບານຂອງພັກເດໂມແຄຣັດ ແລະພັກຣີພັບບລິກັນ ໃນໄລຍະທີ່ທ່ານນາງເຮັດວຽກ ຢູ່ໃນກະຊວງການຕ່າງປະເທດເປັນເວລາ 35 ປີ. ໂດຍທີ່ເປັນຜູ້ຊ່ຽວຊານດ້ານວຽກງານກ່ຽວກັບອາຟຣິກາຜູ້ນຶ່ງ, ທ່ານນາງໄດ້ຮັບໜ້າທີ່ເປັນເອກອັກຄະລັດ ຖະທູດສະຫະລັດປະຈໍາໄລເບີເຣຍ, ແລະໄດ້ດຳລົງຕຳແໜ່ງຢູ່ໃນເຄນຢາ ແກມເບຍ ແລະໄນຈີເຣຍ. ພາຍໃຕ້ປະທານາທິບໍດີບາຣັກໂອບາມາ, ທ່ານນາງໄດ້ດຳລົງຕຳແໜ່ງເປັນລັດຖະມົນຕີຊ່ວຍວ່າການຮັບຜິດຊອບຫ້ອງການອາຟຣິກາ (ໃນປີ 2013-2017), ສ້າງ ແລະຄຸ້ມຄອງນະໂຍບາຍຂອງວໍຊິງຕັນຕໍ່ອະນຸພາກພື້ນຊາຮາຣາ ອາຟຣິກາ. ທ່ານນາງຍັງໄດ້ເຮັດວຽກຢູ່ເຈນີວາຢູ່ໃນຫ້ອງການຜູ້ຕາງໜ້າສະຫະລັດ ປະຈຳສະຫະປະຊາຊາດ.

ທ່ານນາງ ໂທມມັສ-ກຣີນຟຽວເຄີຍເປັນຜູ້ຈັດການຂັ້ນສູງຂອງກະຊວງການຕ່າງປະເທດ, ບ່ອນທີ່ທ່ານນາງໄດ້ດຳລົງຕຳແໜ່ງເປັນຜູ້ອຳນວຍການໃຫຍ່ຂອງຂະແໜງສົ່ງຄົນໄປປະຈໍາການຢູ່ຕ່າງປະເທດ ແລະຜູ້ອຳນວຍການຝ່າຍຊັບພະຍາກອນມະນຸດ ນັບແຕ່ປີ 2012 ຫາ 2013, ຮັບຜິດຊອບບັນຫາທີ່ກ່ຽວຂ້ອງກັບພະນັກງານ 70.000 ຄົນຂອງກະຊວງການຕ່າງປະເທດ.

ທ່ານນາງໄດ້ຂຽນລົງໃນທວີດເຕີໃນວັນອັງຄານມື້ນີ້ວ່າ ທ່ານນາງ “ໄດ້ຮັບພອນອັນປະເສີດທີ່ໄດ້ມີໂອກາດອັນນີ້.”

ທ່ານນາງທີ່ເປັນນັກການທູດມາເປັນເວລາຍາວນານຄົນນີ້ຂຽນອີກວ່າ "ຂ້າພະເຈົ້າຮູ້ສຶກເປັນກຽດອັນສູງສົ່ງ ທີ່ໄດ້ສ້າງຄວາມສຳພັນກັບບັນດາຜູ້ນຳໃນທົ່ວໂລກ ໃນໄລຍະສາມສິບຫ້າປີທີ່ຜ່ານມາ. ໃນຖານະທີ່ເປັນເອກອັກຄະລັດຖະທູດສະຫະລັດປະຈຳສະຫະປະຊາຊາດ, ຂ້າພະເຈົ້າຈະເຮັດວຽກເພື່ອຟື້ນຟູຖານະຂອງອາເມຣິກາໃນໂລກ ແລະສ້າງສາຍພົວພັນກັບພັນທະມິດຂອງພວກເຮົາຄືນໃໝ່”.

ກ່ອນໜ້ານີ້, ທ່ານນາງ ໂທມມັສ-ກຣີນຟຽວໄດ້ຂຽນລົງໃນທວີດເຕີວ່າ ແມ່ຂອງທ່ານນາງໄດ້ສອນນາງໃຫ້ນຳພາດ້ວຍຄວາມເມດຕາ ແລະກະລຸນາເຫັນອົກເຫັນໃຈ ແລະ ທ່ານນາງຈະນຳເອົາຈັນຍາບັນດັ່ງກ່າວ ໄປເຜີຍແຜ່ຢູ່ໃນອົງການສະຫະປະຊາຊາດຖ້າຫາກທ່ານນາງໄດ້ຮັບການຮັບຮອງເອົາ.

ອະດີດເພື່ອນຮ່ວມງານຂອງທ່ານນາງຍັງໄດ້ຕອບຮັບການຄັດເລືອກເອົາທ່ານນາງ ພ້ອມກັບການເລືອກເອົາທີ່ປຶກສາດ້ານນະໂຍບາຍການຕ່າງປະເທດມາແຕ່ດົນນານຂອງໄບເດັນຄືທ່ານແອນໂທນີ ບລິງເຄັນ (Anthony Blinken) ໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດຂອງຜູ້ທີ່ຄາດວ່າຈະເປັນປະທາ ນາທິບໍດີທີ່ຖືກເລືອກໃໝ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG