ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ທາບທາມອະດີດຄູ່ແຂ່ງ ທ່ານພິດ ບູຕິເຈຈ ເປັນລັດຖະມົນຕີຂົນສົ່ງ


ທ່ານພິດ ບູຕິເຈຈ (Pete Buttigieg) ອະດີດຜູ້ສະໜັກເປັນປະທານາທິບໍດີ ສະຫະລັດ ສັງກັດພັກເດໂມແຄຣັດ ວັນທີ 11 ກຸມພາ 2020.
ທ່ານພິດ ບູຕິເຈຈ (Pete Buttigieg) ອະດີດຜູ້ສະໜັກເປັນປະທານາທິບໍດີ ສະຫະລັດ ສັງກັດພັກເດໂມແຄຣັດ ວັນທີ 11 ກຸມພາ 2020.

ປະທານາທິບໍດີທີ່ຖືກເລືອກໃໝ່ຂອງສະຫະລັດ ທ່ານໂຈ ໄບເດັນ ໄດ້ທາບທາມ ທ່ານພິດ
ບູຕີເຈຈ (Petge Buttegieg) ນຶ່ງໃນອະດີດຄູ່ແຂ່ງລົງສະໝັກເປັນ ປະທານາທິບໍດີສັງ
ກັດພັກເດໂມແຄຣັດ ເພື່ອສະເໜີໃຫ້ທ່ານເປັນລັດຖະມົນຕີຂົນ ສົ່ງ ຢູ່ໃນລັດຖະບານຊຸດ
ໃໝ່ຂອງທ່ານໃນວັນພຸດວານນີ້ ໂດຍຮ້ອງທ່ານວ່າ “ຜູ້ ມີຄວາມກະຕືລືລົ້ນດ້ານນະໂຍ
ບາຍ ພ້ອມທັງໃຈໃຫຍ່.”

ທ່ານໄບເດັນໄດ້ປະກາດວ່າ ທ່ານບູຕີເຈຈ ອາຍຸ 38 ປີ ທີ່ເປີດເຜີຍວ່າເປັນກະເທີຍ ອະ
ດີດເຈົ້າເມືອງຊ້າວ ເບັນ (South Bend) ລັດອິນເດຍນາ ຢູ່ທາງ ພາກກາງຂ້ອນຂ້າງ
ໄປທາງຕາເວັນຕົກ ຈະເປັນຜູ້ຊ່ວຍນຳພາໃນການບູລະນະສ້າງສາພື້ນຖານໂຄງລ່າງໃນ
ດ້ານການຂົນສົ່ງທີ່ຊຸດໂຊມລົງຂອງປະເທດຄືນໃໝ່.

ທ່ານໄບເດັນ ໄດ້ກ່າວຈາກສູນກາງໂອນອຳນາດຂອງທ່ານ ທີ່ເມືອງວິລມິງຕັນ
(Wilmington) ລັດເດລາແວ (Delaware) ວ່າ “ທ່ານພິດໄດ້ມີສາຍຕາການ ນຳພາ
ເປັນເຈົ້າເມືອງ ທີ່ໄດ້ແກ້ໄຂບັນຫາ ແລະນຳເອົາຄົນເຂົ້າຫາກັນ. ທ່ານມີ ສາຍຕາເປັນຜູ້
ນຳຂອງຄົນລຸ້ນຕໍ່ໄປ ດ້ວຍປະສົບການ ແລະພອນສະຫວັນທີ່ຈະ ນຳພາມື້ນີ້ ເພື່ອດຶງ
ພວກເຮົາອອກຈາກວິກິດການເສດຖະກິດ” ທີ່ໄດ້ຮັບຜົນກະ ທົບຈາກການແຜ່ລະບາດ
ໄວຣັສໂຄໂຣນາ.

ປະທານາທິບໍດີທີ່ຖືກເລືອກໃໝ່ຕຽມທີ່ຈະເຂົ້າຮັບຕຳແໝ່ງໃນອີກຫ້າອາທິດ ໄດ້ໃຫ້ຄຳ
ໝັ້ນສັນຍາວ່າ ລັດຖະບານຂອງທ່ານຈະຊ່ວຍເຫຼືອເມືອງຕ່າງໆ “ສ້າງບັນ ຍາກາດແກ່
ບັນດາປະຊາຄົມທີ່ອົດທົນເພື່ອປະເຊີນໜ້າກັບນໍ້າຖ້ວມທີ່ຮ້າຍແຮງ ຄວາມແຫ້ງແລ້ງ
ແລະພາຍຸຮ້າຍແຮງ” ໃນຂະນະທີ່ກຳລັງຕິດຕັ້ງສະຖານທີ່ສາກ ໝໍ້ໄຟລົດໄຟຟ້າ
500,000 ແຫ່ງ ສ້າງ “ລະບົບສາຍສົ່ງໄຟຟ້າທີ່ສະຫລາດ” ແລະສ້າງຕັ້ງ “ເສດຖະກິດ
ທີ່ໃຊ້ພະລັງງານສະອາດ.”

ທ່ານໄບເດັນ ກ່າວວ່າ ການສະເໜີຜູ້ຊາຍທີ່ເປັນກະເທີຍ ຢູ່ໃນຄະນະບໍລິຫານ ຂອງທ່ານ
ໄດ້ເປັນຄົນທີ່ເກົ້າ “ໃນການຊອກຫາການແຕ່ງຕັ້ງ” ຢູ່ໃນລະດັບສູງສຸດ ຂອງລັດຖະບານ
ທ່ານ ຫຼັງຈາກໄດ້ແຕ່ງຕັ້ງແມ່ຍິງຫຼາຍຂຶ້ນ ແລະຄົນຜີວດໍາຫຼາຍ ກວ່າປະທານາທິບໍດີ ທີ່
ໄດ້ຖືກເລືອກຄົນກ່ອນໆ.

ທ່ານບູຕິເຈຈ ໄດ້ຈົດຈໍາໄວ້ໃນຂະນະນັ້ນ ກ່າວວ່າທ່ານໄດ້ “ມີສະຕິຢ່າງເຕັມທີ່ ຕໍ່ສາຍ
ຕາຂອງປະຫວັດສາດທີ່ແນໃສ່ການແຕ່ງຕັ້ງຂອງທ່ານ ຮູ້ວ່ານີ້ເທື່ອທຳອິດ ທີ່ບໍ່ມີເຄີຍມາ
ກ່ອນທີ່ປະທານາທິບໍດີອາເມຣິກາໄດ້ສົ່ງພວກຮ່ວມເພດ (LGBTQ) ຢ່າງເປີດເຜີຍ
ສະເໜີໃຫ້ຢູ່ໃນຄະນະບໍລິຫານໄປຫາສະພາສູງ ເພື່ອໃຫ້ຮັບຮອງເອົາ.”

ທ່ານກ່າວວ່າ ທ່ານຈື່ໄດ້ວ່າ ເວລາທ່ານມີອາຍຸ 17 ປີ ແລະບໍ່ແນ່ນອນກ່ຽວກັບ ເລື້ອງເພດ
ຂອງທ່ານນັ້ນ ໄດ້ເບິ່ງຂ່າວໃນຂະນະທີ່ເອກຄະລັດຖະທູດຄົນນຶ່ງ ຖືກ ແຕ່ງຕັ້ງໂດຍອະດີດປະທານາທິບໍດີ ບິລ ຄລິນຕັນ ໄດ້ຖືກປະຕິເສດ ຈາກການ ລົງຄະແນນສຽງເພື່ອຮັບຮອງ
ເອົາຢູ່ໃນສະພາສູງ ເນື່ອງຈາກວ່າ ທ່ານຄົນນັ້ນໄດ້ ເປັນກະເທີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG