ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບເດັນ ຈະເລືອກ ໄອຍະການສູງສຸດ ລັດຄາລິຟໍເນຍ ເປັນລັດຖະມົນຕີ ກະຊວງສາທາລະນະສຸກ


ໄອຍະການສູງສຸດລັດ ຄາລິຟໍເນຍ ທ່ານ ຊາເວຍ ເບເຊີຣາ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ, ເມືອງ ຊາຄຣາເມັນໂຕ, ລັດ ຄາລິຟໍເນຍ. 5 ມີນາ, 2019.
ໄອຍະການສູງສຸດລັດ ຄາລິຟໍເນຍ ທ່ານ ຊາເວຍ ເບເຊີຣາ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ, ເມືອງ ຊາຄຣາເມັນໂຕ, ລັດ ຄາລິຟໍເນຍ. 5 ມີນາ, 2019.

ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ທ່ານ ໂຈ ໄບເດັນ ໄດ້ເລືອກໄອຍະການສູງສຸດລັດ ຄາລິຟໍເນຍ ທ່ານ ຊາເວຍ ເບເຊີຣາ ເປັນລັດຖະມົນຕີສາທາລະນະສຸກຂອງທ່ານ, ເຮັດໃຫ້ຜູ້ປ້ອງກັນກົດໝາຍປະກັນ ສຸຂະພາບລາຄາຖືກມີບົດບາດເປັນຜູ້ນຳ ເພື່ອຄວບຄຸມການຕອບໂຕ້ຕໍ່ໄວຣັສໂຄ ໂຣນາຂອງລັດຖະບານທ່ານ.

ນອກຈາກນັ້ນ, ທ່ານ ໄບເດັນ ຍັງໄດ້ເລືອກຜູ້ຊ່ຽວຊານດ້ານໂຣກຕິດຕໍ່ຈາກມະຫາວິທະຍາໄລ ຮາເຫວີດ ດຣ. ໂຣແຊລ ວາເລັນສກີ (Rochelle Walensky) ເປັນຫົວໜ້າສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດ.

ຖ້າຖືກຢືນຢັນໂດຍສະພາສູງ, ທ່ານ ເບເຊີຣາ ອາຍຸ 62 ປີ, ຈະເປັນຊາວ ອາເມຣິກາ ລາຕິນ ຄົນທຳອິດທີ່ຈະໄດ້ເປັນຫົວໜ້າກະຊວງສາທາລະນະສຸກ, ເຊິ່ງແມ່ນກະຊວງທີ່ມີມູນຄ່າຫຼາຍກວ່າ 1 ພັນຕື້ໂດລາ ພ້ອມກັບພະນັກງານ 80,000 ຄົນ ແລະ ວຽກງານຕ່າງໆທີ່ລວມມີຢາ ແລະ ວັກຊີນທັງຫຼາຍ, ການຄົ້ນຄວ້າດ້ານການແພດທີ່ກ້າວໜ້າ ແລະ ໂຄງການປະກັນສຸຂະພາບທີ່ປົກຄຸມປະ ຊາຊົນ ອາເມຣິກັນ ຫຼາຍກວ່າ 130 ລ້ານຄົນ.

ການເລືອກທ່ານ ເບເຊີຣາ ຂອງທ່ານ ໄບເດັນ ໄດ້ຖືກຢືນຢັນໂດຍສອງຄົນທີ່ຮູ້ຈັກກັບການຕັດສິນດັ່ງກ່າວ, ຜູ້ທີ່ໄດ້ກ່າວໂດຍຂໍບໍ່ອອກຊື່ກ່ອນການປະກາດຢ່າງເປັນທາງການທີ່ຄາດວ່າຈະເກີດຂຶ້ນໃນວັນອັງຄານນີ້.

ສອງຄົນດັ່ງກ່າວຍັງໄດ້ຢືນຢັນໂດຍຂໍບໍ່ອອກຊື່ ກ່ຽວກັບ ການເລືອກ ດຣ. ວາເລັນສກີ, ເພື່ອເປັນຫົວໜ້າສູນກາງປ້ອງກັນ ແລະ ຄວບຄຸມໂຣກ.

ຕຳແໜ່ງຜູ້ອຳນວຍການຂອງອົງການດັ່ງກ່າວ ບໍ່ໄດ້ຮຽກຮ້ອງໃຫ້ມີການຢືນຢັນໂດຍສະພາສູງ.

ທ່ານ ເບເຊີຣາ, ໃນຖານະເປັນທະນາຍຄວາມລະດັບສູງຂອງລັດຄາລິຟໍເນຍນັ້ນ, ໄດ້ນຳໜ້າພັນ ທະມິດຂອງບັນດາລັດທີ່ສະໜັບສະໜູນພັກເດໂມແຄຣັດ ໃນການປ້ອງກັນປະກັນສຸຂະພາບ Obamacare, ໃນຂະນະທີ່ກົດໝາຍປະກັນສຸຂະພາບລາຄາຖືກດັ່ງກ່າວມັກຈະຖືກຮຽກຮ້ອງໃຫ້ຕ່າວປີ້ນ ໂດຍຄວາມພະຍາຍາມຄັ້ງຫຼ້າສຸດຂອງລັດຖະບານທ່ານ ທຣຳ, ເປັນຄະດີທາງກົດໝາຍທີ່ກຳລັງລໍຖ້າການຕັດສິນໂດຍສານສູງສຸດໃນປີໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG