ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ໄບ​ເດັນ: ພ​ວມ​ມີ​ການ​ເຈ​ລະ​ຈາ​ກັບ​ຣັດ​ເຊຍ ເພື່ອ​ໃຫ້​ປ່ອຍ ​ນັກ​ຂ່າວ​ສະ​ຫະ​ລັດ


​ແຟ້ມ - ນັກຂ່າວໜັງສືພິມ Wall Street Journal ທ່ານເອແວັນ ເກີສໂກວິຈ ຢືນ​ຢູ່​ໃນ​ຄອກ​ແກ້ວ ທີ່​ສານ​ນະ​ຄອນ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023.
​ແຟ້ມ - ນັກຂ່າວໜັງສືພິມ Wall Street Journal ທ່ານເອແວັນ ເກີສໂກວິຈ ຢືນ​ຢູ່​ໃນ​ຄອກ​ແກ້ວ ທີ່​ສານ​ນະ​ຄອນ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ກຳ​ລັງ​ມີ​ການ​ເຈ​ລະ​ຈາ​ຫາ​ລື ​ກັບ​ຣັດ​ເຊຍ ເພື່ອ​ປ່ອຍ​ໂຕ ​ນັກ​ຂ່າວ​ໜັງ​ສື​ພິມ Wall Street Journal ທ່ານ​ເອ​ແວັນ ເກີ​ສ​ໂກວິ​ຈ (Evan Gershkovich) ທີ່​ຖືກ​ຄຸມ​ຂອງ​ຢູ່​ຄຸກ​ມົ​ສ​ກູ ດົນ​ກວ່າ 100 ວັນ​ແລ້ວ ໃນ​ຂໍ້​ຫາ​ຈາ​ລະ​ກຳ ທີ່​ທ່ານ​ໄດ້​ປະ​ຕິ​ເສດ.

ໃນ​ຕົ້ນ​ເດືອນນີ້ ວັງ​ເຄ​ຣັມ​ລິນ​ກ່​າວ​ວ່າ ຕົນ​ເປີດກວ້າງ​ຕໍ່​ການ​ແລກ​ປ່ຽນ​ນັກ​ໂທດ​ກັບ​ສະ​ລັດ ທີ່​ຈະ​ປ່ອຍ​ໂຕ​ທ່ານ​ເກີ​ສ​ໂກວິ​ຈ ບາງ​ທີ ​ອາດ​ຈະ​ແລກ​ປ່ຽນ​ກັບ​ທ່ານ ວ​ລາ​ດີ​ເມຍ ດູ​ນາ​ເອັບ ຄົນ​ຣັດ​ເຊຍ​ທີ່​ຖືກ​ສະ​ຫະ​ລັດ​ຄວບ​ຄຸມ​ໂຕ ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກຳ​ທາງ​ໄຊ​ເບີ້. ແຕ່​ມົ​ສ​ກູ​ກ່າວ​ວ່າການ​ເຈ​ລະ​ຈາ​ຈະ​ຕ້ອງ​ດຳ​ເນີນ​ໄປ​ແບບ​ປິດ​ລັບ.

ທ່ານ​ໄບ​ເດັນ ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ປະ​ເທດ​ຟິນ​ແລນ ໂດຍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ສະ​ຫະ​ລັດ​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ເລື້ອງນີ້.

ຜູ້​ນຳ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຈິງ​ຈັງກ່ຽວ​ກັບ​ການ​ແລກ​ປ່ຽນ ນັກ​ໂທດ ແລະ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ ກ່ຽວ​ກັບ​ພວກ​ເຮົາ​ສາ​ມາດ​ດຳ​ເນີນ​ການ​ທຸກ​ສິ່ງ​ຢ່າງ​ເພື່ອ​ປ່ອຍ​ໂຕ​ຄົນ​ອາ​ເມ​ຣິ​ກັນ ທີ່​ຖືກ​ຈັບ​ແບບ​ຜິດ​ກົດ​ໝາຍ​ຢູ່​ຣັດ​ເຊຍ​ຫຼື​ບ່ອນ​ໃດ​ກໍ​ຕາມ ແລະ​ຂັ້ນ​ຕອນ​ດັ່ງ​ກ່າວ​ພວມ​ດຳ​ເນີນ​ຢູ່.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG