ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ເອົາ ໄບເດັນໂນມິກສ໌ ໄປທີ່ລັດໂຄໂລຣາໂດ ປະເຊີນກັບ ສະມາຊິກພັກຣີພັບບລີກັນ ທີ່ສະໜັບສະ ໜູນວາລະ MAGA


ດວງອາທິດຂຶ້ນດ້ານຫຼັງຂອງເຄື່ອງຈັກລົມ ກ່ອນການຢ້ຽມຢາມ CS Wind ຜູ້ຜະລິດຫໍຄອຍລົມທີ່ໃຫຍ່ທີ່ສຸດຂອງໂລກ ຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນວັນທີ 29 ພະຈິກ 2023, ຢູ່ ພັບໂບລ, ລັດໂຄໂລຣາໂດ.
ດວງອາທິດຂຶ້ນດ້ານຫຼັງຂອງເຄື່ອງຈັກລົມ ກ່ອນການຢ້ຽມຢາມ CS Wind ຜູ້ຜະລິດຫໍຄອຍລົມທີ່ໃຫຍ່ທີ່ສຸດຂອງໂລກ ຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນວັນທີ 29 ພະຈິກ 2023, ຢູ່ ພັບໂບລ, ລັດໂຄໂລຣາໂດ.

ເພື່ອເປັນການກຽມພ້ອມສຳລັບການລົງແຂ່ງຂັນ ໃນການເລືອກຕັ້ງຄືນໃຫມ່ໃນປີ 2024, ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພຸດວານນີ້ ໄດ້ກ່າວເຖິງວາລະ "ໄບເດັນໂນມິກສ໌ (Bidenomics)" ຂອງທ່ານ, ເຊິ່ງສ້າງຄວາມແຕກຕ່າງໃຫ້ວິໄສທັດຂອງທ່ານ ໃນການສ້າງເສດຖະກິດ "ຈາກລຸ່ມຂຶ້ນເທິງແລະຈາກທາງກາງອອກໄປ" ກັບວິໄສທັດຂອງບັນດາຄົນທີ່ເປັນ ແມກາ ຣີພັບບລີກັນສ໌ (MAGA Republicans) ເຊິ່ງສະຫນັບສະຫນູນວາລະ ​ເຮັດ​ໃຫ້​ອາ​ເມ​ຣິກາ ​ຍິ່ງ​ໃຫຍ່​ອີກເທື່ອນຶ່ງ ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ.

ທ່ານໄບເດັນ ປົກປ້ອງບັນດານິຕິກຳ ທີ່ເປັນເອກະລັກຂອງຝ່າຍບໍລິຫານຂອງທ່ານ ຈາກການໂຈມຕີຂອງພວກເຂົາ, ເຊິ່ງລວມທັງກົດໝາຍວ່າດ້ວຍດິນຟ້າອາກາດ ແລະພະລັງງານປີ 2022 ທີ່ຮູ້ຈັກກັນໃນຊື່ ກົດໝາຍວ່າດ້ວຍການຫຼຸດອັດຕາເງິນເຟີ້ ແລະກົດ​ໝາຍພື້ນ​ຖານ​ໂຄງ​ລ່າງຂອງ​ທັງສອງ​ພັກ​ຝ່າຍ ປີ 2021 ຂອງທ່ານ, ພ້ອມທັງກົດໝາຍຮັກສາສຸຂະພາບລາຄາຖືກສະໄໝທ່ານໂອບາມາ ທີ່ຂະຫຍາຍການເຂົ້າເຖິງການປະກັນສຸຂະພາບ.

"ປະທານສະພາຕໍ່າ ທ່ານ ໄມ ຈອນສັນ (Mike Johnson), ທ່ານ ດໍໂນລ ທຣຳ ແລະສະມາຊິກພັກຣີພັບບລີກັນທີ່ສະໜັບສະໜູນວາລະ MAGA ໃນສະພາ ແມ່ນມຸ່ງຫມັ້ນທີ່ຈະປົກປ້ອງການຫຼຸດຜ່ອນພາສີແບບໂຫດຮ້າຍສໍາລັບຄົນຊັ້ນສູງ. ແລະພວກເຂົາຈະຍັງສືບຕໍ່ຄັດຄ້ານການລົງທຶນໃນໂຄງການທັງຫມົດທີ່ຊ່ວຍປະຊາຊົນບໍ່ວ່າຈະຢູ່ໃນການສຶກສາ, ການເບິ່ງແຍງສຸຂະພາບ, ຫຼືສິ່ງໃດກໍ່ຕາມ, "ທ່ານໄບເດັນ ກ່າວໃນການໃຫ້ຄວາມຄິດເຫັນ ທີ່ CS Wind, ຜູ້ຜະລິດຫໍຄອຍລົມ ທີ່ໃຫຍ່ທີ່ສຸດຂອງໂລກ, ໃນພັບໂບລ (Pueblo), ລັດໂຄໂລຣາໂດ.

CS Wind ກໍາລັງຂະຫຍາຍໂຮງງານໃໝ່ມູນຄ່າ 200 ລ້ານໂດລາ ເຊິ່ງມີຜົນໂດຍກົງ ຈາກກົດໝາຍການຫຼຸດຜ່ອນອັດຕາເງິນເຟີ້. ບໍລິສັດກ່າວວ່າ ການຂະ ຫຍາຍໂຮງງານດັ່ງກ່າວ ມີກຳນົດຈະໃຫ້ສໍາເລັດໃນປີ 2028 ແລະຈະສ້າງວຽກເຮັດງານທໍາ 850 ຕໍາແໜ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG