ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ທີ່​ຖືກແຕ່ງ​ຕັ້ງໃຫ້​ເປັນ​ຜູ້​ພິ​ພາກສາ​ ໃນສານ​ສູງ​ສຸດຈາກ​ທ່ານ​ໄບ​ເດັນ ຈະໄດ້ຮັ​ບການລົງຄະແນນສຽງ​ໂດຍສະ​ພາ​ສູງ ຄົບ​ຄະ​ນະ​ ໃນທ້າຍອາທິດນີ້


ຜູ້ພິພາກສາເຄທານຈີ ບຣາວ ແຈັກສັນ, ຜູ້​ທີ່​ຖືກແຕ່ງ​ຕັ້ງໃຫ້​ເປັນ​ຜູ້​ພິ​ພາກ​ສາ​ໃນສານ​ສູງ​ສຸດກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຮັບ​ຟັງເພື່ອຮັບ​ຮອງ​ເອົາ​ທ່ານ​ນາງ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 21 ມີ​ນາ, 2022.
ຜູ້ພິພາກສາເຄທານຈີ ບຣາວ ແຈັກສັນ, ຜູ້​ທີ່​ຖືກແຕ່ງ​ຕັ້ງໃຫ້​ເປັນ​ຜູ້​ພິ​ພາກ​ສາ​ໃນສານ​ສູງ​ສຸດກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຮັບ​ຟັງເພື່ອຮັບ​ຮອງ​ເອົາ​ທ່ານ​ນາງ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 21 ມີ​ນາ, 2022.

ຜູ້ພິພາກສາເຄທານຈີ ບຣາວ ແຈັກສັນ (Ketanji Brown Jackson) ໄດ້ຫຍັບເຂົ້າໄປໃກ້ອີກ ບາດກ້າວນຶ່ງ​ໃນການທີ່​ຈະ​ໄດ້ຮັບໜ້າທີ່ຢູ່ສານສູງສຸດຂອງ ສະຫະລັດ ໂດຍທີ່ໃນວັນຈັນວານນີ້ ໄດ້ມີຄະນະກຳມະການ ທີ່ສຳຄັນຂອງສະ ພາສູງສະຫະລັດເຮັດ​ໃຫ້ການສະເໜີແຕ່ງ​ຕັ້ງຂອງທ່ານ​ນາງກ້າວ​ໄປ ເພື່ອໃຫ້​ໄດ້​ຮັ​ບການ ລົງຄະແນນສຽງຄົບ​ຄະ​ນະ​ຂອງສະ​ພາ​ສູງໃນທ້າຍອາທິດນີ້.

ຄາດ​ວ່າ​ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ​ໂຈ ໄບ​ເດັນ ເພື່ອໄປຮັບ​ຕຳ​ແໜ່ງ​ໃນ​ສານ​ສູງ​ສຸດ​ຂອງ​ປະ​ເທດນັ້ນ ​ຈະໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ສະ​ພາ​ສູງ​ທີ່ມີ​ການຄວບ​ຄຸມ​ແບບ​ຈຳ​ກັດໂດຍພັກ​ເດ​ໂມ​ແຄຣັດ​ ຊຶ່ງ​ຈະເຮັດ​ໃຫ້​ທ່ານ​ນາງ​ເປັນຜູ້ພິພາກສາ​ສານ​ສູງ​ສຸດ​ຍິງຄົນ​ທຳ​ອິດທີ່​ເປັນຊາວ​ອາ​ຟຣິ​ກັນ-ອາ​ເມ​ຣິ​ກັນ​ໃນ​ປະ​ຫວັດ​ສາດ​ຂອງສະ​ຫະ​ລັດ.

ສະມາຊິກສະພາສູງຈາກພັກເດໂມແຄຣັດໄດ້ຍ້ອງຍໍປະສົບການທີ່ກວ້າງຂວາງຂອງທ່ານ​ນາງ​ແຈັກ​ສັນ ກ່ອນການລົງຄະແນນສຽງກ່ຽວກັບການແຕ່ງຕັ້ງທ່ານ​ນາງ ໂດຍເອີ້ນທ່ານ​ນາງວ່າ ເປັນນຶ່ງໃນຜູ້ທີ່ຖືກແຕ່ງ ຕັ້ງທີ່ມີຄຸນວຸດທິສູງທີ່ສຸດໃນປະຫວັດສາດຂອງສານສູງສຸດ.

ທ່ານດິກ ເດີ​ບິນ ປະທານຄະ​ນະ​ກຳ​ມະ​ການ​ດ້ານ​ຕຸ​ລາ​ການຂອງ​ສະ​ພາ​ສູງກ່າວໃນ​ກອງ​ປະ​ຊຸມ​ຮັບ​ຮອງ​ເອົາທ່ານ​ນາງ Ketanji Brown Jackson ໄປ​ເປັນ​ຜູ້​ພິ​ພາກ​ສາ​ໃນ​ສານ​ສູງ​ສຸດຢູ່​ໃນ​ຫໍ​ລັດ​ຖະ​ສະ​ພາ, ວັນ​ທີ 22 ມີ​ນາ, 2022.
ທ່ານດິກ ເດີ​ບິນ ປະທານຄະ​ນະ​ກຳ​ມະ​ການ​ດ້ານ​ຕຸ​ລາ​ການຂອງ​ສະ​ພາ​ສູງກ່າວໃນ​ກອງ​ປະ​ຊຸມ​ຮັບ​ຮອງ​ເອົາທ່ານ​ນາງ Ketanji Brown Jackson ໄປ​ເປັນ​ຜູ້​ພິ​ພາກ​ສາ​ໃນ​ສານ​ສູງ​ສຸດຢູ່​ໃນ​ຫໍ​ລັດ​ຖະ​ສະ​ພາ, ວັນ​ທີ 22 ມີ​ນາ, 2022.

"ຜູ້ພິພາກສາ​ແຈັກ​ສັນຈະນໍາທັກສະ, ຄວາມ ຊື່ສັດ, ຄວາມ​ສີ​ວິ​ໄລ ແລະຄຸນງາມ​ຄວາມ​ດີໃນລະດັບສູງທີ່ສຸດໄປ​ສູ່ສານ ສູງສຸດ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານດິກ ເດີ​ບິນ ປະທານຄະ​ນະ​ກຳ​ມະ​ການ​ດ້ານ​ຕຸ​ລາ​ການຂອງ​ສະ​ພາ​ສູງກ່າວໃນວັນຈັນ ວານນີ້. “ທ່ານ​ນາງ​ມີ​ຄຸນ ວຸດ​ທິທີ່​ສົມ​ບູນ​ແບບ​. ພວກເຮົາບໍ່ມີ​ການ ເຫັນພ້ອມ​ນຳ​ກັນ​ຫຼາຍໃນສະ​ພາ​ສູງ, ແຕ່ບໍ່ມີສະມາ ຊິກສະພາສູງ ແມ່ນ​ແຕ່​ຄົນ​ດຽວ ຂອງຄະນະກໍາມະການນີ້ມີ​ຄຳຖາມກ່ຽວ​ກັບວ່າທ່ານ​ນາງມີ ຄຸນວຸດ​ທິ​ເໝາະ​ສົມ​ບໍ່."

ທ່ານ​ນາງ​ແຈັກ​ສັນ ອາຍຸ 51 ປີ ຮັບໃຊ້ ເປັນຜູ້ພິພາກສາໄດ້ ເກືອບ 1 ທົດສະວັດ ແລະມີປະສົບການເປັນພະນັກງານໃນ ທຸກລະດັບຂອງລະ ບົບ ລັດຖະບານກາງ, ລວມທັງຢູ່ໃນສານ ສູງສຸດຂອງສະຫະລັດສຳລັບ​ຜູ້​ພິ​ພາກ​ສາສ​ເຕັ​ຟ​ເຟນ ເບ​ຣ​ເຢີ (Stephen Breyer) ເຊິ່ງທ່ານ​ນາງໄດ້ຖືກແຕ່ງຕັ້ງໃຫ້ຮັບຕຳ​ແໜ່ງແທນນັ້ນ. ທ່ານ​ນາງ​ແຈັກ​ສັນຈະເປັນຜູ້​ພິ​ພາກ​ສາຄົນທໍາອິດ ທີ່ມີປະສົບການເປັນຜູ້ປົກປ້ອງລັດຂອງລັດຖະບານກາງ.

ທ່ານເດີ​ບິນກ່າວວ່າ "ປະສົບການທີ່ສຳຄັນຫລາຍເຫຼົ່ານີ້ຈະນຳເອົາທັດສະນະທີ່ຂາດຢູ່ນັ້ນມາສູ່ສານ." "ມັນເປັນເລື່ອງທີ່ໜ້າ​ເສຍ​ໃຈແທ້ໆ ທີ່ບາງຄົນພະຍາ ຍາມຈະໃຊ້ມັນເປັນເຫດຜົນເພື່ອ ລົງຄະແນນສຽງຕ້ານ​ຕໍ່ທ່ານ​ນາງ. ການ​ໂຈມ​ຕີ​ທີ່​ບໍ່​ມີ​ມູນ​ຖານ​ເຫຼົ່າ​ນີ້ ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ມັນ​ບໍ່​ຈິງ​ໂດຍ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ກວ້າງ​ຂວາງ ​ໃນ​ການ​ແຕ່ງ​ຕັ້ງ​ຜູ້​ພິ​ພາກ​ສາ​ແຈັກ​ສັນຈາກ​ທຸກແງ່​ທາງ​ດ້ານ​ການ​ເມືອງ. ການບັງຄັບ ໃຊ້ກົດຫມາຍ, ອະດີດໄອຍະການລັດຖະບານກາງ ຜູ້ພິພາກສາທີ່ຖືກແຕ່ງຕັ້ງຈາກພັກຣີພັບບລີກັນ, ແລະ ຫຼາຍກວ່ານັ້ນອີກ ໄດ້ຢືນ ຢັນເຖິງປັນ​ຍາ​ຂອງທ່ານ​ນາງ, ຄວາມສະຫຼາດຂອງທ່ານ​ນາງ, ຄວາມສາມາດຂອງ​ທ່ານ​ນາງໃນການສ້າງ ຄວາມເຫັນດີເປັນ​ເອ​ກະ​ສັນ​ກັນ ແລະຄວາມທ່ຽງ​ທຳຂອງທ່ານ​ນາງ.”

ທ່ານ​ນາງ​ແຈັກ​ສັນ ບໍ່​ໄດ້​ຮັບ​ຄະ​ແນນ​ສຽງ​ຈາກ​ພັກຣີພັບ​ບລິ​ກັນ​ໃນຜົນການ​ລົງ​ຄະ​ແນນ​ສຽງ 11 ຕໍ່ 11 ​ໃນ​ຄະນະ​ກຳມະການ​ຕຸລາການ​ຂອງ​ສະພາ​ສູງ. ​ແຕ່​ພັກ​ເດ​ໂມ​ແຄຣັດ​ກໍ​ຍັງ​ສາມາດ​ເຮັດ​ໃຫ້​ການ​ລົງ​ຄະ​ແນນ​ສຽງ​ຂອງ​ທ່ານ​ທ່ານ​ນາງ​ຂຶ້ນ ​ໄປ​ເຖິງຂັ້ນ ​ໄດ້​ຮັບ​ການ​ຄະ​ແນນ​ສຽງ​ຄົບ​ຄະ​ນະ​ ໂດຍ​ການໃຊ້​ຂັ້ນ​ຕອນ​ຂອງ​ສະພາ​ສູງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG