ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໄບເດັນ ສະໜັບສະໜູນ ການປ່ຽນແປງ ກົດລະບຽບ ສະພາສູງ ເພື່ອຮັບຜ່ານ ຮ່າງກົດໝາຍ ສິດທິໃນການລົງຄະແນນສຽງ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສເພື່ອສະໜັບສະໜູນການປ່ຽນແປງກົດລະບຽບການຄັດຄ້ານຂອງ ສະພາສູງທີ່ໄດ້ເຮັດໃຫ້ຮ່າງກົດໝາຍການລົງຄະແນນສຽງຕິດຄ້າງ, ຢູ່ວິທະຍາໄລ ມໍຮາວສ໌ ແລະ ມະຫາວິທະຍາໄລ ຄລາກ ແອັດແລນຕ້າ. 11 ມັງກອນ, 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສເພື່ອສະໜັບສະໜູນການປ່ຽນແປງກົດລະບຽບການຄັດຄ້ານຂອງ ສະພາສູງທີ່ໄດ້ເຮັດໃຫ້ຮ່າງກົດໝາຍການລົງຄະແນນສຽງຕິດຄ້າງ, ຢູ່ວິທະຍາໄລ ມໍຮາວສ໌ ແລະ ມະຫາວິທະຍາໄລ ຄລາກ ແອັດແລນຕ້າ. 11 ມັງກອນ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ໄດ້ເດີນທາງໄປລັດ ຈໍເຈຍ ທາງພາກໃຕ້ຂອງປະເທດໃນວັນອັງຄານວານນີ້ ເພື່ອສົ່ງເສີມຮ່າງກົດໝາຍສິດທິໃນການເລືອກຕັ້ງທີ່ອາດ​ຈະຂະຫຍາຍອິດທິພົນຂອງລັດຖະບານກາງຢ່າງໃຫຍ່ຫຼວງ ໃນການເລືອກຕັ້ງ.

ຮ່າງກົດໝາຍສອງສະບັບແມ່ນບູລິມະສິດສູງສຸດ ສຳລັບສະມາຊິກພັກເດໂມແຄຣັດຫຼາຍຄົນ ແຕ່ໄດ້ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ໃນສະພາສູງຍ້ອນການຄັດຄ້ານຂອງພັກຣີພັບບລີກັນ.

ທ່ານ ໄບເດັນ ໄດ້ກ່າວໂດຍອ້າງເຖິງເຫດການວັນທີ 6 ມັງກອນ 2021, ເຊິ່ງແມ່ນການຍຶດຫໍລັດຖະ ສະພາ ສະຫະລັດ ໂດຍພວກສະໜັບສະໜູນຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ພະຍາ ຍາມຕ່າວປີ້ນໄຊຊະນະໃນການເລືອກຕັ້ງຂອງທ່ານ ໄບເດັນ ວ່າ “ມື້ນີ້, ພວກເຮົາມານະຄອນ ແອັດແລນຕ້າ, ແຫຼ່ງກຳເນີດຂອງສິດທິພົນລະເມືອງ, ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ສິ່ງທີ່ຕ້ອງເກີດຂຶ້ນ ຫຼັງຈາກວັນທີ່ເປັນຕາຢ້ານ ເວລາມີດໄດ້ຖືກຈີ້ຢູ່ຄໍປະຊາທິປະໄຕຂອງ ອາເມຣິກາ.”

​ໂດຍ​ມີ​ແຕ່ 50 ຄະແນນສຽງຂອງພັກເດໂມແຄຣັດໃນສະພາສູງທີ່​ມີ 100 ບ່ອນນັ່ງ ແລະບໍ່ມີຄະແນນສຽງຈາກພັກຣີພັບບລີກັນແມ່ນແຕ່ຄະແນນດຽວນັ້ນ, ທ່ານ ໄບເດັນ ໄດ້ໃຫ້ການສະໜັບສະໜູນ ຕໍ່ສິ່ງທີ່ເອີ້ນວ່າການຕັດການຄັດຄ້ານອອກ: ເຊິ່ງແມ່ນການປ່ຽນແປງຄັ້ງດຽວໃນກົດລະບຽບການຄັດ ຄ້ານທີ່ຈະຮັບຜ່ານຮ່າງກົດໝາຍສິດທິໃນການລົງຄະແນນສຽງສອງສະບັບນັ້ນ.

ການຄັດຄ້ານ ແມ່ນປະເພນີຂອງສະພາສູງ ທີ່ອະນຸຍາດໃຫ້ພັກການເມືອງສຽງສ່ວນນ້ອຍໂຕ້ຖຽງ ແລະ ເລື່ອນເວລາ ຫຼື ປ້ອງກັນການລົງຄະແນນສຽງ. ການຕັດການຄັດຄ້ານຈະອະນຸຍາດໃຫ້ພັກເດໂມແຄຣັດໃນສະພາສູງຮັບຜ່ານຮ່າງກົດໝາຍນິຕິບັນຍັດ ດ້ວຍຄະແນນສຽງສ່ວນຫຼາຍຢ່າງລຽບງ່າຍ ດ້ວຍຮອງປະທາ ນາທິບໍດີ ຄາມາລາ ແຮຣິສ ເປັນຜູ້ລົງຄະແນນສຽງຕັດສິນ.

ທ່ານ ໄບເດັນ ໄດ້ກ່າວວ່າ “ມື້ນີ້ຂ້າພະເຈົ້າໄດ້ເຮັດໃຫ້ມັນກະຈ່າງແຈ້ງ. ເພື່ອປົກປ້ອງປະຊາທິປະໄຕຂອງພວກເຮົາ, ຂ້າພະເຈົ້າສະໜັບສະໜູນການປ່ຽນແປງກົດລະບຽບສະພາສູງ ດ້ວຍວິທີໃດກໍ່ຕາມທີ່ເຂົາເຈົ້າຢາກໃຫ້ປ່ຽນ ເພື່ອປ້ອງກັນສະມາຊິກສະພາສູງສຽງສ່ວນນ້ອຍ ບໍ່ໃຫ້ກີດກັ້ນການດຳເນີນການ ກ່ຽວກັບ ສິດທິໃນການລົງຄະແນນສຽງ.”

ຜູ້ນຳສຽງຫຼາຍໃນສະພາສູງ ທ່ານ ຈັກ ຊູເມີ ໄດ້ກ່າວວ່າທ່ານຈະບັງຄັບການລົງຄະແນນສຽງ ກ່ຽວ ກັບ ການປ່ຽນແປງກົດລະບຽບສະພາສູງທີ່ວ່ານັ້ນບໍ່ເກີນວັນທີ 17 ມັງກອນ, ເຊິ່ງແມ່ນວັນທີ່ປະຊາ ຊົນ ອາເມຣິກັນ ລະນຶກເຖິງມູນເຊື້ອຂອງສະມາຊິກສະພາຕໍ່າ ທ່ານ ມາຕິນ ລູເທີ ຄິງ ຈູເນຍ, ນັກເຄື່ອນໄຫວສິດທິພົນ ລະເມືອງ.

ສະມາຊິກສະພາສູງ ທ່ານ ມິຈ ແມັກຄອນແນລ, ເຊິ່ງແມ່ນສະມາຊິກພັກຣີພັບ ບລີກັນລະດັບສູງໃນສະພາສູງ, ໄດ້ຕຳໜິຕິຕຽນການເຄື່ອນໄຫວດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG