ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ແລະນາຍົກລັດຖະມົນຕີອັງກິດ ທາ່ນຊູນາກ ຈະຫາ​ລື​ກັນກ່ຽວກັບຢູເຄຣນ ກ່ອນໜ້າກອງປະຊຸມສຸດຍອດ ອົງການເນໂຕ


ທະຫານຢູເຄຣນຄົນນຶ່ງຍ່າງຢູ່ຕຶກເພພັງ ຈາກການຖີ້ມລະເບີດຂອງຣັດເຊຍ ໃກ້ກັບແນວໜ້າ ໃນເມືອງກາກິບ ຢູເຄຣນ ວັນທີ 25 ເມສາ, 2022.
ທະຫານຢູເຄຣນຄົນນຶ່ງຍ່າງຢູ່ຕຶກເພພັງ ຈາກການຖີ້ມລະເບີດຂອງຣັດເຊຍ ໃກ້ກັບແນວໜ້າ ໃນເມືອງກາກິບ ຢູເຄຣນ ວັນທີ 25 ເມສາ, 2022.

ສົງຄາມຢູ່ໃນຢູເຄຣນ ຈະເປັນຫົວຂໍ້ສຳ​ຄັນສຸດໃນ​ການ​ພົບ​ປະໃນວັນຈັນມື້ນີ້ ​ລະ​ຫວ່າງ ປະທານາທິບໍດີໂຈ ໄບເດັນ ແລະນາຍົກລັດຖະມົນຕີອັງກິດ ທ່ານ​ຣິ​ສຊີ ​ຊູນາກ ​ທີ່ນະຄອນຫລວງລອນດອນ ໃນ​ຂະນະທີ່ບັນດາພັນທະມິດກະກຽມກອງປະຊຸມສຸດຍອດ ​ອົງການເນໂນ ທີ່ປະເທດລີທົວເນຍ.

ນີ້ຈະເປັນການປະຊຸມ ຂອງບັນດາຜູ້ນຳຄັ້ງທີຫົກ ໃນ​ໄລ​ຍະຫົກເດືອນທີ່ຜ່ານມາ. ໃນເດືອນມິຖຸນາ ທ່ານໄບເດັນ ໄດ້ເປັນເຈົ້າພາບຕ້ອນຮັບທ່ານຊູນາກ ຢູ່ທຳນຽບຂາວ ​ໂດຍ​ໃຫ້​ຄວາມໝັ້ນໝາຍຕໍ່ “ຄຳປະກາດ​ແອັດແລນຕິກ” ເພື່ອຫ້​ການຮ່ວມມືກ່ຽວກັບເທັກໂນໂລຈີທີ່​ກ້າວ​ໜ້າ​ທັນ​ສະ​ໄໝ ພະລັງງານສະອາດ ແລະບັນດາແຮ່ທາດທີ່ສຳຄັນ ເພື່ອຕໍ່​ຕ້ານ​ອິດ​ທິ​ພົນຂອງຈີນຢູ່​ໃນທົ່ວໂລກ.

ປະທານາທິບໍດີໄບເດັນ ໃນວັນຈັນ​ຍັງມີກຳນົດທີ່ຈະພົບປະກັບ ​ກະ​ສັດຊາ​ຣ​ລສ໌ ຂອງອັງກິດ ກ່ອນເດີນທາງໄປນະຄອນວິລ​ນຽ​ສ ບ່ອນທີ່ອົງການເນໂຕ​ຍັງ​ບໍ່​ມີ​ທ່າ​ທາງວ່າຈະຕ້ອນຮັບສະວີເດັນ​ເຂົ້າ​ເປັນສະມາຊິກ​ປະ​ເທດທີ 32 ເນື່ອງຈາກການ​ຄັດ​ຄ້ານ​ຕະ​ຫຼອດ​ມາຈາກເທີກີ.

​ໃນລະຫວ່າງ​ເດີນ​ທາງໄປອັງກິດນັ້ນ ທ່ານໄບເດັນໄດ້ໂອ້ລົມທາງໂທລະສັບກັບປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ເພື່ອ​ພະ​ຍາ​ຍາມໃນນາທີສຸດທ້າຍໃຫ້​ແຜ້ວ​ທາງອັງກາຣາເຫັນ​ດີ ໃຫ້ສະວີເດັນເຂົ້າ​ເປັນ​ສະ​ມາ​ຊິກ ຊຶ່ງ​ເປັນ
ຂັ້ນ​ຕອນ​ທີ່​ສະ​ມາ​ຊິກ​ທັງ​ໝົດ​ຕ້ອງ​ເປັນ​ເອກ​ກະ​ສັນ​ກັນ.

“ຂ້າພະເຈົ້າບໍ່ສາມາດບອກໃຫ້ທ່ນ​ໄດ້​ວ່າ ມັນ​ໃກ້​ສ່ຳ​ໃດ ໄກ​ສ່ຳ​ໃດ ຂ້າພະເຈົ້າເວົ້າແຕ່​ພຽງວ່າ ພວກເຮົາເຊື່ອວ່າສະວີເດັນຄວນ​ຖືກຮັບເຂົ້າມາຢູ່​ໃນອົງການເນໂຕ ​ໂດຍໄວເທົ່າທີ່​ຈະໄວໄດ້” ທີ່ປຶກສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ຂອງທຳ ນຽບຂາວ ທ່ານເຈກ ຊູລິວັນ ໄດ້ກ່າວຕໍ່ວີໂອເອ ຢູ່ເທິງເຮືອບິນປະຈຳຕຳແໜ່ງ Air Force One ຂອງ​ປະ​ທາ​ນາ​ທິບໍ​ດີ ທີ່ເດີນທາງໄປ ນະຄອນຫລວງລອນດອນ. “ພວກເຮົາເຊື່ອວ່າ ມີ​ຄວນມີຊ່ອງທາງ ເພື່ອ​ຈະ​ເຮັດ​ແບບນັ້ນ.”

ຢູ່ໃນການອ່ານອອກມາ​ທາງໂທລະສັບ ອັງກາຣາ​ກ່າວວ່າ ສະວີເດັນໄດ້ເອົາບາດ ກ້າວຈຳ​ນວນ​ນຶ່ງ​ໃນທິດທາງທີ່ຖືກຕ້ອງ ແຕ່ບໍ່ໄດ້​ມີຄວາມຄືບໜ້າຢ່າງພຽງພໍເພື່ອ ສະໜັບສະໜູນ ຄຳຮ້ອງຂໍຂອງສະຕັອກໂຮມ ເພື່ອເຂົ້າຮ່ວມອົງການເນໂຕ.

ອັງກາຣາໄດ້ກ່າວຫາ ສະວີເດັນວ່າ ມີການໂຍະຍານເກີນໄປ ຕໍ່ບັນດາອົງການ ຫົວຮຸນແຮງຊາວ​ເຄີດທີ່ເທີກີພິຈາລະນາວ່າເປັນກຸ່ມກໍ່ການຮ້າຍ. ຫລັງຈາກການຮຽກຮ້ອງຂອງເທີກີໃຫ້ສະວີເດັນທຳ​ການ​ປະ​ຕິ​ຮູບ ຮວມທັງ​ອອກກົດໝາຍຕໍ່ຕ້ານການກໍ່ການຮ້າຍໃໝ່. ທ່ານເອີດວານ ໃນຕອນເລີ້ມຕົ້ນ ໄດ້ກ່າວຫາຟິນແລນປະ ຕິບັດເຊັນດຽວກັນ ແຕ່ໄດ້ອະນຸມັດຄໍາຮ້ອງຂອງແຮລຊິງກີເພື່ອເຂົ້າຮ່ວມອົງການເນໂຕໃນເດືອນເມສາ.

ເລຂາທິການໃຫຍ່ອົງການເນໂຕ ທ່ານເຈັນ ສະໂຕເຕັນເບີກ ໄດ້ເຊີນ​ທ່ານເອີ ດວານ ແລະນາຍົກລັດຖະມົນຕີສະວີເດັນ ທ່ານເອີຟ ກຣິສເຕີເສີນ ເພື່ອສົນທະ ນາຫາລື ທ່າທີຂອງເຂົາເຈົ້າ ຢູ່ກອງປະຊຸມໃນວັນຈັນ​ມື້ນີ້ ທີ່ນະຄອນວິລນ​ຽ​ສ.

XS
SM
MD
LG