ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ພະຍາຍາມຕໍ່ສູ້ ເພື່ອຄວບຄຸມສົງຄາມ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ ໃນຂະນະທີ່ຄວາມຂັດແຍ້ງ ຂະຫຍາຍອອກໄປ ໃນຫຼາຍແນວລົບ


ບັນດາປະຊາຊົນທີ່ໂສກເສົ້າ ຢືນຢູ່ໃກ້ສົບຂອງຄົນທີ່ຮັກ ທີ່ຖືກສັງຫານໃນລະຫວ່າງການຖິ້ມລະເບີດຂອງອິສຣາແອລ ໃສ່ໂຮງໝໍ Nasser ໃນເມືອງ ຄານ ຢູນິສ ໃນພາກໃຕ້ຂອງເຂດ ກາຊາ,​ ວັນທີ 27 ທັນວາ 2023.
ບັນດາປະຊາຊົນທີ່ໂສກເສົ້າ ຢືນຢູ່ໃກ້ສົບຂອງຄົນທີ່ຮັກ ທີ່ຖືກສັງຫານໃນລະຫວ່າງການຖິ້ມລະເບີດຂອງອິສຣາແອລ ໃສ່ໂຮງໝໍ Nasser ໃນເມືອງ ຄານ ຢູນິສ ໃນພາກໃຕ້ຂອງເຂດ ກາຊາ,​ ວັນທີ 27 ທັນວາ 2023.

ໃນຂະນະທີ່ລັດຖະບານຂອງນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ຂະຫຍາຍການບຸກໂຈມຕີພາກພື້ນດິນ ໃນເຂດ ກາຊາ, ການນາບຂູ່ຂອງອີຣ່ານວ່າ ຈະຕອບໂຕ້ຕໍ່ການໂຈມຕີທາງອາກາດ ທີ່ໄດ້ສັງຫານນາຍທະຫານອະວຸໂສຄົນນຶ່ງ ແລະການໂຈມຕີຢ່າງຕໍ່ເນື່ອງຈາກກຸ່ມທີ່ໜູນຫຼັງໂດຍເຕຫະຣ່ານ ໃນພາກພື້ນດັ່ງກ່າວ ກຳລັງເພີ່ມຄວາມເປັນໄປໄດ້ທີ່ຈະເກີດສົງຄາມເຕັມຮູບແບບ ໃນ​ຕາ​ເວັນ​ອອກ​ກາງ​. ມັນ​ຖືເປັນ​ຄວາມ​ສ່ຽງ ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ໂຈ ໄບເດັນ ບໍ່​ສາ​ມາດ​ໃຫ້ເກີດຂຶ້ນ​ໄດ້​ໃນ​ຂະ​ນະ​ທີ່​ທ່ານມຸ້ງໜ້າເຂົ້າ​ສູ່​ປີການ​ເລືອກ​ຕັ້ງ​ ໃນ​ປີ 2024.

​ໃນ​ຕົ້ນ​ອາທິດ​ນີ້, ​ເຕ​ຫະຣ່ານ ​ໄດ້​ປະຕິຍານ​ວ່າ​ ຈະ​ແກ້​ແຄ້ນ​ຕໍ່​ອັນ​ທີ່​ຕົນ​ເອີ້ນ​ວ່າ ການ​ລອບ​ສັງຫານ​ ທ່ານ ເຊເຢັດ ຣາຊີ ມູຊາວີ (Seyed Razi Mousavi) ໃນ​ຊີ​ເຣຍ, ເຊິ່ງເປັນທີ່​ປຶກສາ​ອາວຸ​ໂສ​ຂອງ​ກອງ​ກຳລັງ​ພິທັກ​ປະ​ຕິ​ວັດ​ອີຣ່ານ.

ກ່າວກັນວ່າ ທ່ານ ມູຊາວີ ໄດ້ມີສ່ວນຮ່ວມ ໃນການສະຫນອງອາວຸດ ໃຫ້ກຸ່ມ ເຮັສໂບລລາ ເຊິ່ງເປັນກຸ່ມທະຫານບ້ານທີ່ໜຸນຫຼັງໂດຍອີຣ່ານ ຢູ່ໃນເລບານອນ ແລະຊີເຣຍ ທີ່ກຳລັງເພີ້ມການໂຈມຕີຢ່າງເຂັ້ມຂຸ້ນ ຈາກຊາຍແດນທາງເຫນືອຂອງ ອິສຣາແອລ ໂດຍການເປັນນໍ້ານຶ່ງໃຈດຽວກັນກັບ ຊາວປາແລັສໄຕນ໌ ໃນ ເຂດກາຊາ. ອິສຣາແອລ ປະຕິເສດທີ່ຈະຢືນຢັນວ່າ ຕົນເປັນຜູ້ຢູ່ເບື້ອງຫຼັງ ການໂຈມຕີທາງອາກາດ ທີ່ໄດ້ສັງຫານທ່ານ ມູຊາວີ.

ທຳນຽບຂາວ​ບໍ່​ໄດ້​ຕອບ​ຄຳ​ຖາມ​ຂອງ​ວີ​ໂອ​ເອ ກ່ຽວ​ກັບ​ວ່າ ອິດສະຣາ​ແອນ​ໄດ້​ແຈ້ງ​ໃຫ້​ວໍ​ຊິງ​ຕັນຮັບຮູ້ລ່ວງ​ໜ້າ ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ທີ່ໄດ້​ສັງຫານ​ທ່ານ ມູຊາວີ ຫຼືບໍ່, ຫຼື​ວ່າ ​ລັດຖະບານ​ເຊື່ອ​ວ່າ​ສົງຄາມດັ່ງກ່າວ​ຍັງ​ມີ​ຢູ່​ໃນ​ເຂດ ກາຊາ ຫຼືບໍ່.

​ຫຼັງ​ສົງຄາມ​ເຂດ​ກາຊາ​ໄດ້​ເກີດ​ຂຶ້ນ, ສະຫະລັດ​ໄດ້​ຍ້າຍ​ຊັບ​ສິນ​ທາງ​ທະຫານ​ໄປ​ຕາ​ເວັນ​ອອກ​ກາງ ​ເພື່ອ​ເປັນ​ການ​ສະກັດ​ກັ້ນ ​ແລະ​ໄດ້​ໂທລະ​ເລກ​ໄປຫາ​ເຕ​ຫະຣ່ານ ​ແລະ ບັນດາ​ກຸ່ມຕົວແທນບໍ່ໃຫ້ເຂົ້າໄປມີສ່ວນຮ່ວມ. ແນວໃດກໍຕາມ, ມີສັນຍານວ່າຄວາມຂັດແຍ້ງກໍາລັງຂະຫຍາຍອອກໄປທົ່ວພາກພື້ນ.

​ໃນ​ວັນ​ຈັນທີ່ຜ່ານມາ ທ່ານ ໄບເດັນ ​ໄດ້​ອອກ​ຄຳ​ສັ່ງ​ໂຈມ​ຕີ “ທີ່​ຈຳ​ເປັນ ​ແລະ ​ເໝາະສົມ” ໃສ່ກຸ່ມກາຕາອິບ ເຮັສໂບລາ (Kataib Hezbollah), ເຊິ່ງເປັນກຸ່ມ​ທະຫານ​ບ້ານ​ທີ່ໜຸນ​ຫຼັງ​ໂດຍ​ອີຣ່ານ ​ຢູ່ໃນ​ອີຣັກ, ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ທີ່​ໄດ້​ເຮັດ​ໃຫ້​ທະຫານ ໃນ​ຖານ​ທັບ​ທະຫານ​ສະຫະລັດ​ແຫ່ງ​ນຶ່ງ ​ໃນ​ເມືອງເອີບິລ (Irbil) ທາງ​ພາກ​ເໜືອ​ຂອງ​ອີຣັກ ໄດ້ຮັບບາດເຈັບ.

ແ​ບັກ​ແດດ​ໄດ້​ປະນາມ​ການ​ໂຈມ​ຕີ​ຂອງ​ສະຫະລັດ​ວ່າ​ເປັນ "ການ​ກະທຳ​ທີ່ບໍ່ເປັນມິດ" ​ແລະ​ເປັນ​ການ​ລະ​ເມີດຕໍ່ອະທິປະ​ໄຕ​ຂອງ​ຕົນ. ແຕ່ເນື່ອງຈາກກອງກຳລັງທະຫານສະຫະລັດປະມານ 3,500 ຄົນ ຢູ່ໃນອີຣັກ ແລະຊີເຣຍ ແມ່ນຢູ່ໃນເປົ້າໝາຍການໂຈມຕີໂດຍກົງ, ບັນດານັກວິເຄາະກ່າວວ່າ ທ່ານ ໄບເດັນ ບໍ່ມີທາງເລືອກອື່ນ ນອກຈາກຕ້ອງຕອບໂຕ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG