ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ໄບ​ເດັນ ກ່າວດ້ວຍ​ນ້ຳ​ສຽງ ​ທີ່​ມີ​ ຄວາມ​ຫວັງໃນແງ່ດີ, ໜັກ​ແໜ້ນ ຢູ່​ໃນ​ຄຳ​ປາ​ໄສ ​ຂອງ​ທ່ານ ຕໍ່​ລັດ​ຖະ​ສະ​ພາ ແລະ ​ປະ​ເທດ​ຊາດ


ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນກ່າວປາໄສ ຕໍ່ລັດຖະສະພາ ແລະ​ປະ​ເທດ​ຊາດຢູ່​ໃນ​ຫໍ​ລັດ​ຖະ​ສະ​ພາ ຫລື Capitol ໃນ​ນະ​ຄອນ​ຫລວງວໍ​ຊິ​ງ​ຕັນ, ວັນ​ທີ 7 ກຸ​ພາ, 2023.
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນກ່າວປາໄສ ຕໍ່ລັດຖະສະພາ ແລະ​ປະ​ເທດ​ຊາດຢູ່​ໃນ​ຫໍ​ລັດ​ຖະ​ສະ​ພາ ຫລື Capitol ໃນ​ນະ​ຄອນ​ຫລວງວໍ​ຊິ​ງ​ຕັນ, ວັນ​ທີ 7 ກຸ​ພາ, 2023.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ໄດ້ກ່າວດ້ວຍ​ນ້ຳ​ສຽງ ​ທີ່​ມີ​ຄວາມ​ຫວັງ ໃນແງ່ດີ, ໜັກ​ແໜ້ນ ໃນການກ່າວປາໄສ ຕໍ່ລັດຖະສະພາ ແລະ​ປະ​ເທດ​ຊາດ ຄັ້ງທີ ສອງຂອງທ່ານ ໃນຄືນວັນອັງຄານວານນີ້ ຊຶ່ງໄດ້ຊົມເຊີຍຜົນສຳເລັດດ້ານນິຕິກຳ ແລະ ນະໂຍບາຍຂອງທ່ານ, ໄດ້ກ່າວຢ້ຳຄືນຈຸດຢືນຂອງທ່ານ ໃນການແຂ່ງຂັນກັບຈີນ ແລະການສະໜັບສະໜຸນຢູເຄຣນ, ແລະປະກາດວ່າ “ເຖິງແມ່ນຈະຖືກ​ກະ​ທົບ​ແດ່ ກໍ​ຕາມ ແຕ່ປະຊາທິປະໄຕຂອງພວກເຮົາ ຍັງຄົງ​ທົນ ແລະບໍ່ສາ​ມາດ​ຖືກ​ທັບ​ມ້າງໄດ້.”

"ເພາະວ່າຈິດວິນຍານຂອງ​ປະ​ເທດຊາດນີ້ແຂງແກ່ນ, ເພາະວ່າກະດູກສັນຫຼັງຂອງປະ​ເທດຊາດ ນີ້ແຂງແກ່ນ, ເພາະວ່າປະຊາຊົນຂອງຊາດນີ້ເຂັ້ມ​ແຂງ, ຄວາມ​ສາ​ມັກ​ຂອງ​ປະ​ເທດນີ້ແມ່ນເຂັ້ມແຂງ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ໄບ​ເດັນ. ທ່ານ​ກ່າວ​ອີກວ່າ “ຂ້າ​ພະ​ເຈົ້າ ບໍ່ແມ່ນຄົນມາໃໝ່ສຳ​ລັບບ່ອນນີ້. ຂ້າ​ພະ​ເຈົ້າ​ຢືນ​ຢູ່​ທີ່​ນີ້​ໃນ​ຄືນ​ນີ້ — ແລະ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້ຊາດ ດົນເທົ່າໆ​ກັນ ​ກັບທຸກ​ທ່ານ​ທີ່​ເຄີຍ​ໄດ້​ຮັບໃຊ້​ຊາດມາ — ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ມີ​ຄວາມ​ຫວັງ​ໃນ​ແງ່​ດີ​ຫຼາຍປານນີ້ ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ອາ​ເມຣິ​ກາ​. ພວກ ເຮົາກໍມີແຕ່ ຕ້ອງຈື່ໄວ້ວ່າພວກເຮົາແມ່ນໃຜ. ພວກເຮົາແມ່ນສະຫະລັດອາເມຣິກາ ແລະບໍ່ມີຫຍັງ, ບໍ່ມີຫຍັງທີ່​ເກີນຄວາມສາມາດຂອງພວກເຮົາຈະ​ເຮັດ​ໄດ້ ຖ້າຫາກວ່າ ພວກເຮົາພ້ອມ​ກັນເຮັດສິ່ງນັ້ນນຳກັນ.”

ຖ້ອຍ​ຄຳ​ຂອງ​ທ່ານ​ໄບ​ເດັນ ໄດ້​ສົ່ງ​ໄປ​ໃຫ້​ລັດ​ຖະສະພາ​ ທີ່ມີ​ຜູ້​ນຳ​ມາ​ຈາກພັກຣີພັບ​ບລິ​ກັນ, ທ່ານເຄວິນ ແມັກ​ຄາ​ທີ, ປະທານ​ສະພາ​ຕ່ຳ ຜູ້ທີ່​ປະຕິຍານ​ວ່າ ຈະ​ໃຊ້​ສຽງ​ສ່ວນ​ຫຼາຍ ​ທີ່​ມີ​ຄະ​ແນນ​ລື່ນ​ເລັກ​ນ້ອຍຂອງ​ທ່ານຢູ່​ໃນ​ສະພາຕ່ຳນັ້ນ ​ຄັດຄ້ານບູລິມະສິດຫຼາຍ​ຢ່າງຂອງທ່ານ​ໄບ​ເດັນ. ຕະ​ຫລອດເວ​ລາ​ສ່ວນ​ໃຫຍ່​ຂອງການກ່າວ​ຄຳ​ປາ​ໄສນັ້ນ ທ່ານ ແມັກ​ຄາ​ທີ ນັ່ງເຮັດ​ໜ້າເຄັ່ງ​ຂຶມ ຢູ່ທາງຫລັງທ່ານໄບ​ເດັນ ​ຢູ່ໃນຫ້ອງປະ​ຊຸມ, ສັ່ນຫົວ ຂອງທ່ານຢ່າງແຮງ ໃນເວລາທີ່ທ່ານ​ໄບ​ເດັນ ຕໍານິນະໂຍບາຍເສດຖະກິດ ຂອງ ພັກຣີພັບບລີກັນ.

ທ່ານ​ໄບ​ເດັນ ຍັງໄດ້ໃຊ້ເວທີຂອງຕົນ ເພື່ອຂໍຮ້ອງພວກສະ​ມາ​ຊິກພັກຣີພັບບລີກັນ, ຜູ້ທີ່ເຍາະເຍີ້ຍ ເມື່ອທ່ານ​ໄບ​ເດັນຕຳໜິການຮັກ​ສາ​ທ່າ​ທີ ​ໃນ​ການຫຼຸດຄ່າໃຊ້ຈ່າຍ ທີ່ສະ ໜັບສະໜຸນໂດຍບາງ​ຄົນ​ໃນ​ກຸ່ມເຂົາ​ເຈົ້າ, ເຊິ່ງທ່ານກ່າວວ່າ ຈະແນເປົ້າໝາຍໃສ່ໂຄງ ການສິດທິໃນ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດຕ່າງໆເຊັ່ນ ເງິນປະກັນສັງຄົມ ແລະ ການ​ດູ​ແລ​ສຸ​ຂະ​ພາບ ຫລື Medicare.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ Kamala Harris ຢືນ​ຢູ່​ກັບ​ປະ​ທານ​ສະ​ພາ​ຕໍ່າ, ທ່ານ Kevin McCarthy ທີ່​ມາ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ ພາ​ຍ​ຫລັງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໃບ​ເດັນໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ ແລະ​ປະ​ເທດ​ຊາດ​ແລ້ວ, ວັນ​ທີ 7 ກຸມ​ພາ, 2023
ຮອງ​ປະ​ທາ​ນາ​ທິ​ບໍ​ດີ Kamala Harris ຢືນ​ຢູ່​ກັບ​ປະ​ທານ​ສະ​ພາ​ຕໍ່າ, ທ່ານ Kevin McCarthy ທີ່​ມາ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ ພາ​ຍ​ຫລັງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໃບ​ເດັນໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ ແລະ​ປະ​ເທດ​ຊາດ​ແລ້ວ, ວັນ​ທີ 7 ກຸມ​ພາ, 2023
ທ່ານ​ກ່າວ​ວ່າ “ການ​ຕໍ່ສູ້​ເພື່ອ​ໃຫ້​ໄດ້​ມີ​ການ​ສູ້ກັນ, ກ​ານ​ໃຊ້ອຳນາດ​ເພື່ອໃຫ້​ໄດ້​ອຳ​ນາດ ມາ, ການ​ຂັດ​ແຍ້ງ​ກັນເພື່ອ​ໃຫ້​ໄດ້​ມີຄວາມ​ຂັດ​ແຍ້ງ, ມັນ​ຈະ​ບໍ່​ພາ​ພວກ​ເຮົາໄປ​ຮອດ​ໃສ. "ນັ້ນແມ່ນວິໄສທັດຂອງຂ້າ​ພະ​ເຈົ້າ ​ສຳ​ລັບປະເທດຊາດຂອງພວກເຮົາສະເໝີມາ, ແລະ ຂ້າ​ພະ​ເຈົ້າຮູ້ວ່າ ມັນກໍ​ແມ່ນ​ວິ​ໃສ​ທັດຂອງພວກ​ທ່ານ​ຫລາຍໆ​ຄົນ: ເພື່ອຟື້ນຟູຈິດວິນ ຍານຂອງປະ​ເທດຊາດນີ້, ເພື່ອກໍ່ສ້າງກະດູກສັນຫຼັງຂອງອາເມຣິກາຄືນ​ອີກ."

ທ່ານ​ໄບ​ເດັນ ກ່າວຢ່າງຍືດ​ຍາວ ແລະລະອຽດກ່ຽວກັບບັນຫາທີ່ຊາວອາເມຣິກັນ ເຊື່ອໄດ້ວ່າ ມັນມີ ຄວາມສຳຄັນຕໍ່ພວກເຂົາເຈົ້າ, ໂດຍເວົ້າວ່າ, “ພວກເຮົາກຳລັງສ້າງເສດ ຖະກິດແບບບໍ່ປ່ອຍ​ຜູ້ໃດ​ໄວ້ທາງ​ຫລັງ. ວຽກເຮັດ​ງານ​ທຳ ກຳລັງກັບຄືນມາ. ຄວາມ ພາກພູມໃຈກຳລັງກັບຄືນມາ.”​

ທ່ານ​ນາງ Oksana Markarova, ເອກ​ອັກ​ຄະ​ລັດ​ຖະ​ທູດຢູ​ເຄ​ຣນ ປະ​ຈຳ​ສະ​ຫະ​ລັດ ໄດ້​ຖືກ​ເອີ່ຍ​ເຖິງ​ໂດຍ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ຂະ​ນະ​ທີ່​ທ່ານ​ກ່າວຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ ແລະ​ປະ​ເທດ​ຊາດ, ວັນ​ທີ 7 ກຸມ​ພາ, 2023.
ທ່ານ​ນາງ Oksana Markarova, ເອກ​ອັກ​ຄະ​ລັດ​ຖະ​ທູດຢູ​ເຄ​ຣນ ປະ​ຈຳ​ສະ​ຫະ​ລັດ ໄດ້​ຖືກ​ເອີ່ຍ​ເຖິງ​ໂດຍ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ຂະ​ນະ​ທີ່​ທ່ານ​ກ່າວຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ ແລະ​ປະ​ເທດ​ຊາດ, ວັນ​ທີ 7 ກຸມ​ພາ, 2023.

ແລະ​ທ່ານ​ໄດ້ໃຫ້​ເຫດ​ຜົນ​ວ່າ ​ລັດຖະສະພາ​ຄວນ​ຍົກ​ລະດັບເພ​ດານ​ໜີ້​ສິນ ​ເຊິ່ງ​ເປັນ​ຈຳນວນ​ເງິນ​ສູງທີ່​ສຸດ ​ທີ່ທະ​ນາ​ຄານກາງ​ຂອງ​ສະຫະລັດ​ສາມາດ​ກູ້​ຢືມໄດ້ ​ເພື່ອ​ຈ່າຍ​ຄ່າ​ໃບ​ບິນໃນ​ການ​ໃຊ້​ຈ່າຍຂອງ​ຕົນ. ສະຫະລັດໄດ້ເຖິງຂອບເຂດຈໍາກັດຫນີ້ສິນ ຈຳ​ນວນ 31.4 ພັນຕື້ໂດ​ລາ ຂອງຕົນໃນເດືອນມັງກອນຜ່ານ​ມາ. ປັດຈຸ​ບັນ​ ​ລັດຖະສະພາ​ມີ​ເວລາ​ຮອດ​ກາງ​ປີນີ້ ​ເພື່ອຈະ​ຕັດສິນ​ໃຈ​ຍົກ​ຂີດ​ຈຳກັດ​ດັ່ງ​ກ່າວ ກ່ອນ​ທີ່​ສະຫະລັດ​ຈະ ພາດ​ກຳ​ນົດເວ​ລາ​ໃຊ້​ໜີ້. ທ່ານແມັກ​ຄາ​ທີ ກ່າວວ່າ ພັກຣີພັບບລີກັນ ຈະສືບຕໍ່ຄັດຄ້ານ ອັນທີ່ເຂົາເຈົ້າ ເຫັນວ່າ ເປັນການໃຊ້ຈ່າຍຫຼາຍຈົນເກີນໄປ.

XS
SM
MD
LG