ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໄບ​ເດັນ ເພີ່ມທະວີການກວດ​ກາ​ ປະ​ຫວັດ​ຂອງ ​ຜູ້​ຊື້ປືນ ໃຫ້​ເຄັ່ງ​ຄັດ ​ຂຶ້ນກວ່າ​ເກົ່າ


ທ້າວ Brandon Tsay ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນຫລັງ​ຈາກ​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບຄວາມ​ພະ​ຍາ​ຍາມ​ຫລຸດ​ຜ່ອນການ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ປືນຢູ່​ສະ​ໂມ​ສອນ Boys & Girls ຈົບ ຢູ່​ເມືອງ West San Gabriel Valley, ວັນ​ທີ 14 ມີ​ນາ, 2023, ໃນ​ເມືອງມອນ​ເທ​ຣ ພາກ, ລັດ​ຄາ​ລິ​ຟໍ​ເນຍ
ທ້າວ Brandon Tsay ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນຫລັງ​ຈາກ​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບຄວາມ​ພະ​ຍາ​ຍາມ​ຫລຸດ​ຜ່ອນການ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ປືນຢູ່​ສະ​ໂມ​ສອນ Boys & Girls ຈົບ ຢູ່​ເມືອງ West San Gabriel Valley, ວັນ​ທີ 14 ມີ​ນາ, 2023, ໃນ​ເມືອງມອນ​ເທ​ຣ ພາກ, ລັດ​ຄາ​ລິ​ຟໍ​ເນຍ

ປະທານາທິບໍດີ ສະຫະລັດ, ທ່ານໂຈ ໄບ​ເດັນ ໃນວັນອັງຄານວານນີ້ ໄດ້ອອກດຳ​ລັດໃຫ້ອົງການ ລັດຖະບານກາງ ເພີ່ມທະວີການບັງຄັບໃຊ້ກົດໝາຍວ່າດ້ວຍການຄວບຄຸມ ປືນທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສອງ​ພັກ ທີ່ທ່ານໄດ້ເຊັນເມື່ອ 9 ເດືອນກ່ອນ ທີ່ຂະຫຍາຍການ ກວດກາປະຫວັດ ຄວາມເປັນມາຂອງຜູ້ຊື້ປືນ ແລະເພີ້ມ​ຄວາມ​ເຂັ້ມງວດ​ຂອງລະບຽບ ທີ່ອະນຸຍາດ ໃຫ້ມີການປົດອາວຸດປືນຊົ່ວຄາວ ອອກຈາກບຸກຄົນ ທີ່ ອາດເປັນອັນຕະລາຍນັ້ນ​ໄດ້.

Biden Strengthens Background Checks on Guns
please wait

No media source currently available

0:00 0:02:34 0:00

ກົດໝາຍວ່າດ້ວຍຊຸມຊົນທີ່ປອດໄພຫລາຍ​ຂຶ້ນປີ 2022 ຂະຫຍາຍການກວດສອບປະ ຫວັດຄວາມເປັນມາສຳລັບຜູ້ຊື້ປືນ ທີ່ມີອາຍຸຕ່ຳກວ່າ 21 ປີ ແລະ ສະກັດກັ້ນການ ຄ້າຂາຍປືນລະຫວ່າງລັດຕ່າງໆ. ມັນຍັງໄດ້ກໍານົດເງິນທຶນຂອງລັດຖະບານກາງສໍາລັບລັດຕ່າງໆເພື່ອສ້າງ ແລະຈັດ​ຕັ້ງປະຕິບັດອັນທີ່ເອີ້ນວ່າກົດຫມາຍທຸງສີແດງ ຫລື​ສັນ​ຍານ​ເຕືອນໄພ ທີ່ປ້ອງກັນບໍ່ໃຫ້ຜູ້ທີ່​ທຳ​ທາ​ລຸນຢູ່ໃນຄອບ​ຄົວທີ່ຖືກຕັດສິນໂທດແລ້ວ ນັ້ນ ຊື້ອາວຸດປືນ ແລະສະຫນອງທຶນຂອງລັດຖະບານກາງເພີ່ມ ໃຫ້ແກ່ໂຄງການ​ສະ​ກັດ​ກັ້ນການ​ໃຊ້ຄວາມຮຸນແຮງ ແລະການບໍລິການດ້ານສຸຂະພາບຈິດ.

ທ່ານໄບ​ເດັນໄດ້ກ່າວເຖິງຄວາມພະຍາຍາມຄັ້ງຫລ້າສຸດຂອງທ່ານ ໃນການສະກັດກັ້ນ ການ​ໃຊ້ຄວາມຮຸນແຮງດ້ວຍປືນ ຢູ່ໃນການກ່າວຄຳປາໄສຈາກເມືອງມອນ​ເທ​ຣ ພາກ (Monterey Park), ລັດຄາລິຟໍເນຍ ບ່ອນທີ່ມືປືນໄດ້ຍິງໃສ່ໂຮງ​ເຕັ້ນລຳ ໃນໄລ​ຍະ ສະເຫລີມສະຫລອງປີໃໝ່ຕາມຈັນທະປະຕິທິນ ຫລື​ປີ​ໃໝ່​ຈີນ ເມື່ອວັນທີ 21 ມັງກອນ ທີ່ຜ່ານມາ ທີ່ເຮັດໃຫ້ 11 ຄົນເສຍຊີວິດ ແລະອີກ 9 ຄົນໄດ້ຮັບບາດເຈັບນັ້ນ.

ທ່ານໄບ​ເດັນ ກ່າວ​ວ່າ “​ໂສກນາດ​ຕະ​ກຳ​ອັນນີ້ ​ໄດ້ສຽບ​ແທງ​ຈິດ​ວິນ​ຍານ​ຂອງ​ປະ​ເທດນີ້, ຢູ່​ທີ່​ເມືອງມອນ​ເທ​ຣ ພາກ, ຊານ ແກບບ​ຣຽວ ວາ​ເລ (San Gabriel Valley), ໝາກຫົວ​ໃຈ​ຂອງ​ຊຸມ​ຊົນ​ເອ​ເຊຍ-ອາ​ເມ​ຣິ​ກັນ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG