ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ສະຫຼອງວັນເກີດຄົບຮອບ 81 ປີ ໂດຍການໃຫ້ກຽດ ແກ່ປະເພນີການໃຫ້ອະໄພໂທດໄກ່ງວງ ໃນວັນຂອບຄຸນພະເຈົ້າ ຂອງທຳນຽບຂາວ


ໄກ່ງວງສອງໂຕ ທີ່ມີຊື່ວ່າ Liberty ແລະ Bell ເຊິ່ງຈະໄດ້ຮັບການໃຫ້ອະໄພໂທດ ຈາກປະທານາທິບໍດີ ທີ່ນຳນຽບຂ່າວ ກ່ອນວັນຂອບຄຸນພະເຈົ້າ (Thanksgiving), ເຂົ້າຮ່ວມການຖະແຫຼງຂ່າວ ວັນທີ 19 ພະຈິກ 2023 ທີ່ໂຮງແຮມ Willard InterContinental ໃນວໍຊິງຕັນ.
ໄກ່ງວງສອງໂຕ ທີ່ມີຊື່ວ່າ Liberty ແລະ Bell ເຊິ່ງຈະໄດ້ຮັບການໃຫ້ອະໄພໂທດ ຈາກປະທານາທິບໍດີ ທີ່ນຳນຽບຂ່າວ ກ່ອນວັນຂອບຄຸນພະເຈົ້າ (Thanksgiving), ເຂົ້າຮ່ວມການຖະແຫຼງຂ່າວ ວັນທີ 19 ພະຈິກ 2023 ທີ່ໂຮງແຮມ Willard InterContinental ໃນວໍຊິງຕັນ.

ປະທານາທິບໍດີ ໂຈ ໄບເດັນ ກໍາລັງໃຊ້ເວລາສ່ວນນຶ່ງຂອງວັນເກີດຄົບຮອບ 81 ປີຂອງທ່ານ ໃນການ​ສະ​ຫຼອ​ງ​ບຸນປະເພນີ ໂດຍການໃຫ້ອະໄພໂທດໄກ່ງວງ ໃນເທດສະການວັນຂອບຄຸນພະເຈົ້າ (Thanksgiving) ຂອງທໍານຽບຂາວ,​ ອີງຕາມອົງການຂ່າວເອພີ. ພວກໄກ່ງວງ ທີ່​ໄດ້​ຮັບ​ການ​ໃຫ້ອະໄພໂທດຈາກ​ປະ​ທາ​ນາ​ທິ​ບໍ​ດີ​ ​ໃນ​ພິທີ​ ​ຈັດ​ຂຶ້ນໃນ​ວັນ​ຈັນ​ມື້​ນີ້ ມີ​ຊື່ວ່າ Liberty ​ແລະ Bell. ​ໄກ່​ງວງ​ ທີ່ມີອາຍຸ 20 ອາທິດ, ນ້ຳໜັກ 19 ກິໂລ ໄດ້ຖືກຟັກ ແລະ ​ລ້ຽງ​ເກືອ ຢູ່ເມືອງວິລມາ (Willmar), ລັດມິນເນໂຊຕາ (Minnesota), ໂດຍບໍລິສັດໄກ່ງວງ Jennie-O ໃນໂອກາດດັ່ງກ່າວ. ພິທີ​ໃຫ້​ອະ​ໄພ​ຍະ​ໂທດ​ໄກ່​ງວງ ຖື​ເປັນ​ການ​ເລີ່​ມຕົ້ນເທດສະການວັນ​ພັກ​ ຢ່າງ​ບໍ່​ເປັນ​ທາງ​ການ​ໃນ​ວໍ​ຊິງ​ຕັນ ​ແລະ​ຈະ​ເປັນ​ມື້​ທີ່ ທຳນຽບຂາວ​ຈະຫຍຸ້ງ​ຫລາຍ​ເປັນ​ພິ​ເສດ ນອກຈາກ​ການ​ສະ​ເຫຼີມ​ສະ​ຫຼອງ​ວັນ​ເກີດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີແລ້ວ, ທ່ານນາງ ຈີລ ໄບເດັນ ຍັງ​ໄດ້ຮັບ​ການ​ສົ່ງມອບຕົ້ນເຟີ ເຟຣເຊີ ສູງ 5.6 ແມັດ ຈາກລັດຄາໂຣໄລນາເໜືອ ເພື່ອເປັນ​ຕົ້ນຄຣິ​ສ​ມາສ ຢ່າງເປັນທາງການ ​ຂອງ​ທໍາ​ນຽບ​ຂາວ​.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG