ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຕັດງົບແຜນງານ ຄວາມປອດໄພທາງສັງຄົມ ລົງເຄິ່ງນຶ່ງ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ແຜນງານພາຍໃນປະເທດຂອງທ່ານຈາກຫ້ອງຕາເວັນອອກຂອງທຳນຽບຂາວ, ນະຄອນຫຼວງວໍຊິງຕັນ, 28 ຕຸລາ, 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ແຜນງານພາຍໃນປະເທດຂອງທ່ານຈາກຫ້ອງຕາເວັນອອກຂອງທຳນຽບຂາວ, ນະຄອນຫຼວງວໍຊິງຕັນ, 28 ຕຸລາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເປີດຕົວແຜນງົບປະມານໃຊ້ຈ່າຍ ນຶ່ງພັນແປດຮ້ອຍຫ້າສິບຕື້ໂດລາໃນວັນພະຫັດວານນີ້ ທີ່ທ່ານໄດ້ກ່າວວ່າຈະສະໜອງການຊ່ວຍເຫຼືອ “ທີ່ມີຄວາມຮູ້ທີ່ສຸດ” ໃຫ້ຄອບຄົວຄົນ ອາເມຣິກັນ ໃນຫຼາຍທົດສະວັດ ແລະ ໃນເວລາດຽວກັນ, ຈະເຮັດໃຫ້ ສະຫະລັດ ຢູ່ໃນເສັ້ນທາງໄປສູ່ການຕັດອາຍແກັສພິດເຮືອນແກ້ວຂອງເຂົາເຈົ້າ.

ທ່ານ ໄບເດັນ ໄດ້ເຜີຍໃຫ້ເຫັນແຜນການ ທີ່ປະມານເຄິ່ງນຶ່ງຂອງຈຳນວນແມ່ນທ່ານໄດ້ສະເໜີຫຼາຍອາທິດທີ່ຜ່ານມານັ້ນ ໃນກອງປະຊຸມເມື່ອຕອນເຊົ້າກັບບັນດາສະມາຊິກສະພາພັກເດໂມແຄຣັດໃນລັດຖະສະພາ, ແລະ ຕໍ່ມາໄດ້ພະຍາຍາມຊັກຈູງເຂົາເຈົ້າໃນຄຳປາໄສ 23 ນາທີຢູ່ທຳນຽບຂາວ.

ທ່ານ ໄບເດັນ ໄດ້ກ່າວວ່າ “ບໍ່ມີໃຜໄດ້ທຸກສິ່ງທີ່ເຂົາເຈົ້າຕ້ອງການ. ມັນເອີ້ນວ່າການປະນີປະນອມ. ທ່ານໄດ້ອະທິບາຍຂໍ້ສະເໜີງົບປະມານໃຊ້ຈ່າຍດັ່ງກ່າວ, ແມ່ນກະທັ້ງໃນຮູບຮ່າງທີ່ຖືກຕັດອອກ, ດັ່ງກັບ “ການລົງທຶນຄັ້ງປະຫວັດສາດໃນປະເທດຂອງພວກເຮົາ ແລະ ປະຊາຊົນຂອງພວກເຮົາ.”

ບໍ່ດົນຫຼັງຈາກການກ່າວຄຳປາໄສນັ້ນ,​ທ່ານ ໄບເດັນ ແລະ ສະຕີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ໄດ້ຂຶ້ນເຮືອບິນ Air Force One ສຳລັບການເດີນທາງໄປທະວີບຢູໂຣບ. ຕາຕະລາງແຜນການຂອງພວກເພິ່ນລວມມີການເຂົ້າພົບພະສັນຕະປາປາ ແຟຣນຊິສ ຢູ່ນະຄອນ ວາຕິກັງ. ໃນວັນຕໍ່ມາ, ທ່ານປະທານາທິບໍດີຈະປະຊຸມໃນນະຄອນຫຼວງ ໂຣມ ທີ່ຢູ່ໃກ້ຄຽງກັບບັນດາຜູ້ນຳໂລກ ກ່ຽວກັບ ເສດຖະກິດໂລກ ແລະ ຫຼັງຈາກນັ້ນຈະເດີນທາງໄປນະຄອນຫຼວງ ກລາສໂກ ປະເທດ ສກັອດແລນ, ສຳລັບກອງປະຊຸມສຸດຍອດ ກ່ຽວກັບ ສະພາບອາກາດປ່ຽນແປງ.

ທ່ານ ໄບເດັນ ໄດ້ກ່າວຕໍ່ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດວ່າ ແຜນການທີ່ຖືກຫຼຸດລົງແມ່ນຜົນຂອງການເຈລະຈາທີ່ເຄັ່ງຕຶງກັບບັນດານັກການເມືອງຫົວກ້າວໜ້າ ແລະ ພັກເດໂມແຄຣັດຫົວປານກາງຈຳນວນຫຼວງຫຼາຍໃນລັດຖະສະພາ.

ທ່ານ ໄບເດັນ ໄດ້ອ້າງໂດຍສະເພາະເຈາະຈົງ ກ່ຽວກັບ ການເຈລະຈາກັບໄປກັບມາກັບນັກການເມືອງຫົວເປັນກາງສອງທ່ານ ຜູ້ທີ່ໄດ້ຄັດຄ້ານງົບປະມານ ສາມພັນຫ້າຮ້ອຍຕື້ໂດລາ ແລະ ຂໍ້ກຳນົດຫຼາຍຢ່າງຂອງຂໍ້ສະເໜີຂອງທ່ານຄືສະມາຊິກສະພາສູງທ່ານ ໂຈ ແມນຊິນ ຈາກລັດເວີຈິເນຍຕາເວັນຕົກ ແລະ ທ່ານນາງ ເຄີສເທັນ ຊີເນມາ ຈາກລັດອາຣິໂຊນາ.

ທຳນຽບຂາວໄດ້ກ່າວວ່າ “ປະທານາທິບໍດີ ໄບເດັນ ແມ່ນໝັ້ນໃຈວ່ານີ້ແມ່ນແຜນງານທີ່ສາມາດຖືກຮັບຜ່ານໃນທັງສອງສະພາຂອງລັດຖະສະພາ, ແລະ ທ່ານຫວັງວ່າຈະເຊັນມັນເປັນກົດໝາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG