ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ລົງນາມໃນດຳລັດ ຫຼາຍສະບັບ ເພື່ອຄວບຄຸມການລະບາດ ຂອງໄວຣັສໂຄໂຣນາ


ປະທານາທິບໍດີໂຈ ໄບເດັນ ກ່າວກ່ຽວກັບໄວຣັສໂຄໂຣນາ ຢູ່ຫ້ອງ ຮັບປະທານອາຫານຂອງທຳນຽບຂາວ ວັນພະຫັດ ວັນທີ 21 ມັງກອນ 2021 ທີ່ນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີໂຈ ໄບເດັນ ກ່າວກ່ຽວກັບໄວຣັສໂຄໂຣນາ ຢູ່ຫ້ອງ ຮັບປະທານອາຫານຂອງທຳນຽບຂາວ ວັນພະຫັດ ວັນທີ 21 ມັງກອນ 2021 ທີ່ນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ໃຊ້ເວລາຂອງທ່ານເຕັມວັນ ໃນວັນພະ
ຫັດວານນີ້ ເຊັນດຳລັດຈຳນວນນຶ່ງເພືີ່ອຮັບມືກັບການການລະບາດຂອງໄວ ຣັສໂຄໂຣ
ນາ ຊຶ່ງໄດ້ມີຜົນກະທົບຕໍ່ຜູ້ຄົນຢູ່ໃນສະຫະລັດ ຫຼາຍກວ່າແຫ່ງອື່ນໆ ໃນ ໂລກ. ສະຫະ
ລັດມີຜູ້ຕິດເຊື້ອໄວຣັສຢູ່ 24 ລ້ານ 6 ແສນຄົນ ຂອງຈຳນວນຫຼາຍ ກວ່າ 97 ລ້ານຄົນ ທີ່
ຕິດແປດພະຍາດນີ້ຢູ່ໃນໂລກທັງໝົດ.

ນຶ່ງໃນດຳລັດຂອງທ່ານໄບເດັນ ຄືໃຫ້ເພີ້ມຜະລິດເຂັມສັກຢາ ທີ່ບັນດາພະນັກງານແພດ
ໝໍໄດ້ພົບເຫັນ ເພື່ອອຳນວຍໃຫ້ເຂົາເຈົ້າສາມາດດູດເອົາໂດສພິເສດຂອງຢາວັກຊີນ
ຈາກແກ້ວນ້ຳຢາໄດ້.

ການສ້າງຕັ້ງຄະນະກຳມະການກວດ ໃນການແຜ່ລະບາດ ເປັນດຳລັດອີກສະບັບນຶ່ງ
ຂອງຝ່າຍບໍລິຫານ. ເປົ້າໝາຍຂອງຄະນະກຳທໍມະການໃໝ່ກໍຄືໃຫ້ມີການກວດພະຍາດ
ໂຄວິດເພີ້ມຂຶ້ນ. ຊາວອາເມຣິກັນຈຳນວນຫຼວງຫຼາຍ ຍັງພາກັນລໍຖ້າເພື່ອ ຢາກໄດ້ນັດ
ໄປພົບໝໍເພື່ອກວດກ່ຽວກັບເລື້ອງນີ້.

ອີກດຳລັດນຶ່ງຂອງທ່ານໄບເດັນ ກໍຄືການບັງຄັບໃຫ້ໃສ່ໜ້າກາກຢູ່ໃນເມືອງ ຢູ່ເທິງລົດບັສ
ລົດໄຟ ພ້ອມທັງຢູ່ສະໜາມບິນຕ່າງໆ ແລະຢູ່ເທິງເຮືອບິນ. ການໃສ່ໜ້າ ກາກໄດ້ຖືກລະ
ບຸໃຫ້ເຫັນວ່າ ເປັນວິທີປ້ອງກັນງ່າຍໆ ແຕ່ມີປະສິດທິຜົນ ເພື່ອໃຫ້ ການແຜ່ລະບາດຂອງ
ເຊື້ອໄວຣັສ ຊ້າລົງ.

ສ່ວນຂ່າວອື່ນໆຂອງທ່ານໄບເດັນ ທີ່ເຮັດວຽກເຕັມມື້ທຳອິດຢູ່ໃນຫ້ອງການນັ້ນ ຜູ້ຊ່ຽວຊານ
ແຖວໜ້າດ້ານພະຍາດຕິດແປດຂອງປະເທດກ່າວວ່າ ສະຫະລັດຈະເຂົ້າ ຮ່ວມຂໍ້ລິເລີ້ມ
ຂອງໂລກ ເພື່ອສະໜອງຢາວັກຊີນໃຫ້ແກ່ບັນດາປະເທດທີ່ທຸກຈົນ.

ດຣ ແອນໂທນີ ຟາວຈີ (Anthony Fauci) ຫົວໜ້າສະຖາບັນພະຍາດຕິດແປດ ແລະ
ພູມແພ້ແຫ່ງຊາດແລະຫົວໜ້າທີ່ປຶກສາດ້ານການແພດຂອງທ່ານໄບເດັນກ່າວ ຕໍ່ຄະນະ
ກຳມະການບໍລິຫານຂອງອົງການອະນາໄມໂລກ (WHO)

ໃນວັນພະຫັດ ວານນີ້ ລະຫວ່າງກອງປະຊຸມຜ່ານທາງວີດີໂອວ່າ ສະຫະລັດຈະເຂົ້າຮ່ວມ
ການສະ ໜອງຢາວັກຊີນກັນໂຄວິດ-19 ຢູ່ທົ່ວໂລກ ຫຼື COVAX ຊຶ່ງເປັນອົງການພັນທະ
ມິດສາກົນ ນຳພາໂດຍອົງການອະນາໄມໂລກ ເພື່ອໃຫ້ການຊ່ວຍເຫຼືອໃນການສະໜອງ
ຢາວັກຊີນກັນພະຍາດໂຄວິດ ໃຫ້ແກ່ບັນດາປະເທດທີ່ທຸກຍາກໃນໂລກ.

ອ່ານຂ່າວນີ້ເພີ້ມເປັນາພາສາອັງກິດ

XS
SM
MD
LG