ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍພື້ນ​ຖານ​ໂຄງ​ລ່າງ ມູນ​ຄ່າ 1 ພັນ​ຕື້​ໂດ​ລາ


ປ. ໂຈ ໄບ​ເດັນ ລົງ​ນາມ​ໃນ​ "ກົດ​ໝາຍ​ການ​ລົງ​ທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ວຽກ​ງານ" ໃນ​ພິ​ທີ​ຈັດ​ຂຶ້ນ​ຢູ່​ເດີ​່ນ​ກ້ຳ​ໃຕ້​ຂອງ​ທ​ຳ​ນຽບ​ຂາວ ໃນ​ວັນ​ທີ 15 ພະ​ຈິກ 2021.
ປ. ໂຈ ໄບ​ເດັນ ລົງ​ນາມ​ໃນ​ "ກົດ​ໝາຍ​ການ​ລົງ​ທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ວຽກ​ງານ" ໃນ​ພິ​ທີ​ຈັດ​ຂຶ້ນ​ຢູ່​ເດີ​່ນ​ກ້ຳ​ໃຕ້​ຂອງ​ທ​ຳ​ນຽບ​ຂາວ ໃນ​ວັນ​ທີ 15 ພະ​ຈິກ 2021.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ວັນ​ຈັນ​ວານນີ້ ໄດ້​ລົງ​ນາມ​ໃນ​ແຜນ​ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງຢູ່​ໃນ​ທົ່ວ​ປະ​ເທດ​ສະ​ຫະ​ລັດ ມູນ​ຄ່າ 1 ພັນ​ຕື້​ໂດ​ລາ​ເພື່ອ​ສ້ອມແປງ​ທາງ​ແລະ​ຂົວ​ຕ່າງໆ​ທີ່​ຕົກ​ຢູ່​ໃນ​ສະ​ພາບ​ຊຸດ​ໂຊມ ປັບ​ປຸງ​ການ​ບໍ​ລິ​ການທາງ​ລົດ​ໄຟ​ ຂະ​ຫຍາຍ​ການ​ຂົນ​ສົ່ງ ແລະ​ການ​ບໍ​ລິ​ການ​ອິນ​ເຕີ​ແນັດຄວາມ​ໄວ​ສູງ.

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ຜູ້​ປົກ​ຄອງ​ລັດ ຕະ​ຫຼອດ​ທັງ​ພວກ​ເຈົ້າ​ເມືອງ ທັງ​ພັກ​ເດ​ໂມ​ແຄ​ຣັດແລະ​ຣີ​ພັບ​ບ​ລີ​ກັນ ຕ່າງ​ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ລົງ​ນາມ​ຂອງ​ທ່ານໄບ​ເດັນ ຢູ່ນອກ​ທຳ​ນຽບ​ຂາວ ໃນ​ຕອນ​ບ່າຍ​ທີ່​ມີ​ແດດ​ອອກແຕ່​ອາ​ກາດ​ຂ້ອນ​ຂ້າງເຢັນ.

ການ​ລົງ​ນາມ​ຂອງ​ທ່ານ​ໄບ​ເດັນ​ໃນ​ຂໍ້​ຮ່າງ​ກົດ​ໝາຍ​ທີ່​ມີ​ຄວາມ​ສຳ​ຄັນ​ດັ່ງ​ກ່າ​ວ​ແມ່ນຂີດ​ໝາຍ​ທາງ​ການ​ເມືອງ​ແຫ່ງ​ຄວາມ​ແຕກ​ແຍກ ແບບ​ບໍ່​ຄ່ອຍ​ເຫັນ ຢູ່​ທີ່​ນະ​ຄອນຫຼວງວໍ​ຊິງ​ຕັນ ດ້ວຍ​ການ​ຮັບ​ຜ່ານ​ຂໍ້​ລິ​ເລີ້ມ​ຂະ​ໜາດ​ໃຫຍ່​ອັ​ນ​ສຳ​ຄັນ ບົນ​ພື້ນ​ຖານການ​ສະ​ໜັບ​ສະ​ໜຸນ​ຈາກ​ທັງ​ສອງ​ພັກ​ການ​ເມືອງ. ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ 19 ຄົນເຂົ້າ​ຮ່ວມ​ກັບ​ພັກ​ເດ​ໂມ​ແຄ​ຣັດ 50 ຄົນເພື່ອ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຮ່​າງ​ກົດ​ໝາຍສະ​ບັບ​ນີ້ ຢູ່​ໃນ​ສະ​ພາ​ສູງ ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ 13 ຄົນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ກໍ​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ຢູ່​ໃນ​ສະ​ພາ​ຕ່ຳ ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ 6 ຄົນ​ຄັດ​ຄ້ານ.

ປ. ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ກ່ອນ​ລົງ​ນາມ ໃນ "ກົດ​ໝາຍ​ການ​ລົງ​ທຶນ​ດ້ານ​ພື້​ນ​ຖານ​ໂຄງ​ລ່າງ ແລະ​ວຽກ​ເຮັດ​ງານ​ທຳ" ໃນ​ພິ​ທີ ທີ່​ຈັດ​ຂຶ້ນ​ຢູ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 15 ພະ​ຈິກ 2021.
ປ. ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ກ່ອນ​ລົງ​ນາມ ໃນ "ກົດ​ໝາຍ​ການ​ລົງ​ທຶນ​ດ້ານ​ພື້​ນ​ຖານ​ໂຄງ​ລ່າງ ແລະ​ວຽກ​ເຮັດ​ງານ​ທຳ" ໃນ​ພິ​ທີ ທີ່​ຈັດ​ຂຶ້ນ​ຢູ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 15 ພະ​ຈິກ 2021.

ທ່ານ​ໄບ​ເດັນ​ໄດ້​ກ່າ​ວ​ໃນ​ພິ​ທີ​ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍນີ້​ວ່າ “ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ແລະ​ຣີ​ພັບ​ບ​ລີ​ກັນສາ​ມາດ​ໂຮມ​ກັນ​ແລະ​ຜະ​ລິດ​ຜົນ​ທີ່​ແທ້​ຈິງ​ໄດ້. ມື້ນີ້​ພວກເຮົາ​ໄດ້​ເຮັດ​ໃຫ້​ສຳ​ເລັດ​ລຸ​ລ່ວງ ອາ​ເມ​ຣີ​ກາ​ພວກ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ອີກ.”

ເຖິງ​ຢ່າງນັ້ນ​ກໍ​ຕາມ ການ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ແມ່ນ​ເຕັມ​ໄປ​ດ້ວຍ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ທາງ​ການ​ເມືອງ​ ສຳ​ລັບ​ສະ​ມາ​ຊິກ​ສະ​ພາ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ໂດຍ​ມີຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ສະ​ພາ​ບາງ​ຄົນ​ ຄັດ​ຄ້ານ​ຕໍ່​ການມອບ​ໄຊ​ຊະ​ນະ​ທາງ​ດ້ານ​ການ​ເມືອງ​ໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ​ພັກ​ເດ​ໂມ​ແຄ​ຣັດ ໃນ​ເວລາ​ທີ່​ຄະແນນ​ນິ​ຍົມ​ຂອງ​ທ່ານ​ພວມ​ຕົກ ທ່າມ​ກາງ​ການ​ປະ​ເຊີນ​ໜ້າ ກັບ​ລາ​ຄາ​ສິນ​ຄ້າ​ບໍ​ລິ​ໂພກ​ ທີ່ຖີບ​ໂຕ​ສູງ​ຂຶ້ນ ໃນ​ຮອບ​ສາມ​ທົດ​ສະ​ວັດ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ກ່າ​ວຫາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ທີ່​ລົງຄະ​ແນນ​ສຽງ​ເຫັນ​ພ້ອມ​ກັບ​ການ​ໃຊ້​ຈ່າຍ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ທັງໆ​ທີ່​ທ່ານ​ກໍເຫັນ​ພ້ອມ​ກັບ​ການ​ສ້າງ​ສາ​ໃໝ່​ຢູ່​ໃນ​ທົ່ວ​ປະ​ເທດເວ​ລາ​ທ່ານ​ຍັງ​ເຮັດ​ວຽກ​ຢູ່​ທຳ​ນຽບ​ຂາວ ແຕ່​ກໍ​ບໍ່​ສາ​ມາດ​ຊຸກ​ຍູ້​ໃຫ້​ມີ​ການ​ຮັບ​ຜ່ານ​ຢູ່​ສະ​ພາ​ໄດ້. ທ່ານ​ກ່າວ​ວ່າ ສະ​ມາຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ​ຜູ້​ທີ່​ລົງ​ຄະ​ແນນ​ສຽງ​ໃຫ້​ແກ່​ຮ່າງ​ກົດ​ໝາຍ​ຂອງ​ທ່ານ​ໄບ​ເດັນ​”ຄວນ​ຈະ​ຮູ້​ສຶກ​ລະ​ອາຍ​ຕົວຂອ​ພວກ​ເຂົາ​ເຈົ້າ​ເອງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG