ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຂຶ້ນອັດຕາພາສີ ສຳລັບ ລົດ EV ຂອງຈີນ ເຖິງ 4 ເທົ່າ


ແຟ້ມພາບ -​ພະນັກງານຂາຍ ຢືນຢູ່ໃກ້ໆ ລົດໄຟຟ້າ ລຸ້ນ Seagull ທີ່ຜະລິດໂດຍຜູ້ຜະລິດລົດ BYD ຂອງຈີນ ຢູ່ທີ່ຫ້ອງຂາຍແຫ່ງນຶ່ງ ໃນ ນະຄອນຫຼວງ ປັກກິ່ງ, ວັນທີ 10 ເມສາ 2024.
ແຟ້ມພາບ -​ພະນັກງານຂາຍ ຢືນຢູ່ໃກ້ໆ ລົດໄຟຟ້າ ລຸ້ນ Seagull ທີ່ຜະລິດໂດຍຜູ້ຜະລິດລົດ BYD ຂອງຈີນ ຢູ່ທີ່ຫ້ອງຂາຍແຫ່ງນຶ່ງ ໃນ ນະຄອນຫຼວງ ປັກກິ່ງ, ວັນທີ 10 ເມສາ 2024.

ໃນຄວາມພະຍາຍາມທີ່ຈະ​ຟື້ນ​ຟູ​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ, ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດັນ ປະ​ກາດ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ທ່ານ​ກຳລັງຈະກຳນົດກ​ານຂຶ້ນ ພາ​ສີຢ່າງຫຼວງຫຼາຍສຳລັບ​ລົດ​ໄຟ​ຟ້າ​ຂອງ​ຈີນ ແລະ ​ການ​ເກັບ​ພາສີ​ໃໝ່​ສຳລັບ​ໄມ​ໂຄ​ຣຊິບຂອງ​ຄອມ​ພິວ​ເຕີ, ແຜງພະລັງງານແສງອາທິດ ແລະ​ແບັດ​ເຕີ​ຣີ ລີທຽມ-ໄອອອນ (lithium-ion).

ທ່ານ ໄບເດັນ ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຈີນ​ເຂົ້າມາເຮັດໃຫ້ຕະຫຼາດ ຂອງພວກເຮົາມີສິນຄ້າລົ້ນຕະຫຼາດ ເຊິ່ງຈະ​ເຮັດ​ໃຫ້​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຂະແໜງ ໂອໂຕຂອງອາເມຣິກັນ ກໍ່ຄືບັນດາຜູ້ຜະ​ລິດ​ລົດຍົນ ​ຈະ​ແຂ່ງ​ຂັນ​ຢ່າງ​ເປັນ​ທຳ."

"ຂ້າພະເຈົ້າຈະດຳເນີນການຕາມກົດຫມາຍການຄ້າລະຫວ່າງປະເທດ."

ອັດຕາ​ພາສີຕໍ່​ລົດຍົນ​ໄຟຟ້າ​ຫຼື EV ຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ​ເປັນ 100 ເປິເຊັນ. ການ​ນໍາ​ເຂົ້າ​ແຜງພະລັງງານແສງອາທິດ​ແລະ ຊີມີຄອນດັກເຕີ (semiconductor) ຈາກ​ຈີນ​ຈະ​ຕ້ອງເສຍ​ຕາ​ພາ​ສີ 50 ເປີເຊັນ ເຊິ່ງເປັນສອງ ເທົ່າຂອງອັດ​ຕາ​ໃນ​ປັດ​ຈຸ​ບັນ. ອັດຕາ​ການ​ນຳ​ເຂົ້າ​ເຫຼັກ​ກ້າ​ ແລະ​ອາ​ລູມີ​ນຽມ​ບາງ​ຊະນິດ ​ຈະ​ເພີ່ມ​ຂຶ້ນ​ເປັນ 25 ເປີເຊັນ, ເຊິ່ງ​ຫຼາຍກວ່າ​ລະດັບ​ປະຈຸ​ບັນ 3 ເທົ່າ.

ການ​ເພີ່ມ​ອັດຕາ​ພາສີ​ດັ່ງກ່າວ​ຈະ​ກວມ​ເອົາ 18 ຕື້​ໂດ​ລາ​ສະຫະລັດຂອງ​ສິນຄ້າ​ຈີນ. ອັດຕາພາສີສໍາລັບລົດ EV, ເຫຼັກກ້າ ແລະອາລູມິນຽມ, ແລະແຜງພະ ລັງງານແສງອາທິດ ຈະມີຜົນບັງຄັບໃຊ້ໃນປີນີ້, ແລະໃນປີຫນ້າສໍາລັບໄມ​ໂຄ​ຣ ຊິບ.

ທ່ານ​ນາງ ແຄັດເທີຣິນ ທາຍ (Katherine Tai) ຜູ້​ຕາງ​ຫນ້າ​ດ້ານການ​ຄ້າ​ຂອງ​ສະ​ຫະ​ລັດ​ກ່າວ​ວ່າ ລັດ​ຖະ​ບານ​ໄດ້​ແຈ້ງໃຫ້ປັກກິ່ງ ຮູ້ເປັນ​ການ​ລ່ວງ​ໜ້າແລ້ວ.

ທ່ານນາງ ກ່າວວ່າ "ພວກເຮົາໄດ້ລະບຸຢ່າງຈະແຈ້ງວ່ານີ້ແມ່ນບໍ່ກ່ຽວກັບການຍົກ ລະດັບຄວາມຮຸນແຮງຂື້ນ," "ນີ້ແມ່ນກ່ຽວກັບຜົນສະທ້ອນຂອງນະໂຍບາຍເສດ ຖະກິດທີ່ດຳເນີນມາຫຼາຍທົດສະວັດ ແລະຄວາມຈຳເປັນຂອງ ສະຫະລັດ ໃນການປົກປ້ອງສິດທິຂອງພວກເຮົາ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG