ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແນ​ສາຍ​ຕາ​ ໃສ່​ລາ​ສ​ເວ​ກາ​ສ ກ່ອນ​ການ​ເລືອກ​ຕັ້ງ​ຂັ້ນ​ຕັ້ນ ​ລັດ​ເນ​ວາ​ດາ


ການ​ໂຄ​ສະ​ນາ​ຫາ​ສຽງ​ເທື່ອ​ຫຼ້າ​ສຸດ ໄດ້​ນຳ​ພາ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນໄປ​ຍັງ​ລັດ​ເນ​ວາ​ດາ ບ່ອນ​ທີ່ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ “ແຫ່ງ​ທຳ​ອິດໃນ​ພາກ​ຕາ​ເວັນ​ຕົກ” ພວ​ມ​ມີ​ຂຶ້ນ​ຢູ່​ທີ່ນັ້ນ ດ້ວຍ​ການ​ປ່ອນ​ບັດ​ກ່ອນ​ກຳ​ນົດ ແລະການ​ປ່ອນ​ບັດ​ສຳ​ລັບ​ຜູ້​ທີ່​ບໍ່​ຢູ່ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ແຕ່​ພັກ​ເດ​ໂມ​ແຄ​ຣັດ​ແລະ​ທີມ​ງາ​ນ​ຂອງ​ທ່ານ​ຍັງ​ໄດ້​ສວຍ​ໃຊ້​ການ​ເດີນ​ທາງ​ໄປຢ້ຽມ​ຢາມ​ໃນ​ເທື່ອນີ້ ເພື່ອ​ເສີມ​ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜຸນ​ທ່ານ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.

ທ່ານ​ໄບ​ເດັນ​ມີ​ກຳ​ນົດ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ລາ​ສ​ ເວ​ກາ​ສ ໃນ​ວັນ​ອາ​ທິດ​ເພື່ອ​ປາ​ກົດ​ຕົວ​ຢູ່​ທີ່​ນັ້ນ​ ຕະ​ຫຼອດມື້ວັນ​ຈັນ. ​ປະ​ທາ​ນາ​ທິ​ບໍ​ດີ ມີ​ແຜນ​ການ​ທີ່​ຈະ​ຈັດ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່ ​ລາ​ສ​ ເວ​ກາ​ສ ເພື່ອ​ໂຮມ​ຊຸມ​ນຸມ​ພວກ​ສະ​ໜັບ​ສະ​ໜຸນ​ສຳ​ລັບ​ການ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ຂຶ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ໃນ​ວັນ​ອັງ​ຄານ ມື້​ອື່ນນີ້.

ແຕ່​ໃນ​ຂະ​ນະ​ດຽວ​ກັນ ກາ​ນ​ໂຄ​ສະ​ນາ​ຫາ​ສຽງ​ແມ່ນ​ຍັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອຂັບ​ດັນ​ແຮງ​ກະ​ຕຸ້ນໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ໃນ​ຂະ​ນະ​ທີ່​ການ​ແຂ່ງ​ຂັນສຳ​ລັບ​ການ​ຕໍ່​ສູ້​ຄືນຄືນ​ອີກ ​ກັບ​ທ່ານ​ດໍ​ໂນ​ລ ທ​ຣຳ​ ພວມ​ກໍ່​ໂຕ​ຂຶ້ນ.

ທ່ານ​ໄບ​ເດັນ​ໄດ້​ຊະ​ນະທ່ານ​ທ​ຣຳ ໃນ​ການ​ເລືອກ​ຕັ້ງ ​ຢູ່​ລັດ​ເນ​ວາ​ດາ​ໃນ​ປີ 2020 ດ້ວຍ​ຄະ​ແນນ​ສຽງ​ໜ້ອຍກວ່າ 3 ເປີ​ເຊັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG