ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານໄບເດັນຕັ້ງເປົ້າໝາຍໃໝ່ ໃນການສັກວັກຊີນກັນໂຄວິດ-19 ໃຫ້ປະຊາຊົນອາເມຣິກັນ


ປະທານາທິບໍດີ Joe Biden ກ່າວຄໍາປາໄສຢູ່ໃນກອງປະຊຸມຖະແຫລງຂ່າວ ໃນຫ້ອງກໍ້າຕາເວັນອອກຂອງທໍານຽບຂາວ ໃນວັນທີ 25 ມີນາ 2021
ປະທານາທິບໍດີ Joe Biden ກ່າວຄໍາປາໄສຢູ່ໃນກອງປະຊຸມຖະແຫລງຂ່າວ ໃນຫ້ອງກໍ້າຕາເວັນອອກຂອງທໍານຽບຂາວ ໃນວັນທີ 25 ມີນາ 2021

ຢູ່ໃນກອງປະຊຸມຖະແຫຼງຂ່າວຢ່າງເປັນທາງການຄັ້ງທຳອິດ ໃນຖານະເປັນປະທານາທິບໍດີຂອງສະຫະລັດນັ້ນ, ໃນວັນພະຫັດວານນີ້ ທ່ານ ໂຈ ໄບເດັນ ໄດ້ປະກາດເປົ້າໝາຍການສັກຢາກັນໄວຣັສໂຄໂຣນາ ໃນທົ່ວປະເທດ: ຊຶ່ງກໍຄືການສັກຢາໃຫ້ໄດ້ 200 ລ້ານເຂັມຢູ່ທີ່ແຂນໃນໄລຍະ 100 ວັນທຳອິດຂອງການບໍລິຫານຂອງທ່ານ.

"ຂ້າພະເຈົ້າຮູ້ວ່າມັນເປັນຄວາມທະເຍີທະຍານສູງ - ຊຶ່ງເປັນຈໍານວນເທົ່າກັນກັບສອງເທົ່າຂອງເປົ້າໝາຍເດີມຂອງພວກເຮົາ - ແຕ່ວ່າ ບໍ່ມີປະເທດອື່ນໃດທີ່ ສາ ມາດເຮັດໄດ້ແມ່ນແຕ່ໃກ້ຄຽງກັບສິ່ງພວກເຮົາເຮັດ," ນັ້ນຄືຄໍາເວົ້າຂອງທ່ານ ໄບ ເດັນທີ່ກ່າວໃນຕອນເລີ້ມຕົ້ນ ກອງປະຊຸມທີ່ວ່ານີ້ ຢູ່ໃນຫ້ອງກໍ້າຕາເວັນອອກຂອງ ທໍານຽບຂາວ.

ໃນທ້າຍເດືອນມັງກອນຜ່ານມາ, ພຽງແຕ່ບໍ່ພໍເທົ່າໃດມື້ ຫຼັງຈາກການສາບານຕົວເຂົ້າຮັບຕໍາແໜ່ງຂອງເພິ່ນ, ທ່ານໄບເດັນ ກໍໄດ້ກ່າວວ່າ ທ່ານຕ້ອງການສົ່ງຢາວັກຊີນອອກໄປສັກໃຫ້ຄົນ 150 ລ້ານເຂັມໃນ 100 ວັນທຳອິດແຫ່ງການດໍາລົງຕໍາແໜ່ງຂອງທ່ານ, ແຕ່ວ່າ ຄະນະລັດຖະບານຂອງທ່ານ ໄດ້ຫຼຸດຈໍານວນຄາດຄະເນນັ້ນລົງ.

ມາຮອດວັນພຸດຜ່ານມາ ທັງໝົດໄດ້ມີການສັກຢາວັກຊີນ 130 ລ້ານເຂັມ, ອີງຕາມເຈົ້າໜ້າທີ່ທຳນຽບຂາວໂດຍທີ່ມີປະຊາຊົນ 85 ລ້ານຄົນໄດ້ຮັບການສັກຢາ 1 ເຂັມ, ໃນຂະນະທີ່ມີ 45 ລ້ານຄົນໄດ້ຮັບການສັກຢານີ້ເຕັມ.

ທັງສາມບໍລິສັດ, ໄຟເຊີ-ໄບໂອເອັນເທັກ (Pfizer-BioNTech), ໂມເດິນນາ (Moderna) ແລະ ຈອນສັນ & ຈອນສັນ (Johnson & Johnson) ຕ່າງກໍໄດ້ ສັນຍາວ່າ ຈະມີຢາວັກຊີນພຽງພໍເພື່ອສັກຜູ້ໃຫຍ່ທັງໝົດ 260 ລ້ານຄົນໃນສະຫະລັດໃນທ້າຍເດືອນໜ້າ, ຊຶ່ງເປັນອີກເປົ້າໝາຍນຶ່ງ ທີ່ທ່ານໄບເດັນໄດ້ປະກາດໄປກ່ອນໜ້ານີ້.

ໃນເດືອນມິຖຸນານີ້, ບໍລິສັດ, ໄຟເຊີ-ໄບໂອເອັນເທັກ (Pfizer-BioNTech), ໂມ ເດິນນາ (Moderna), ໄດ້ມີກຳນົດໃຫ້ສົ່ງຢາວັກຊີນອອກອີກ 100 ລ້ານໂດສ.

ໃນວັນທີ 65 ແຫ່ງການເປັນປະທານາທິບໍດີຂອງທ່ານນັ້ນ, ທ່ານໄບເດັນຍັງກ່າວອີກວ່າ ລັດຖະບານກຳລັງເຮັດໃຫ້ໄດ້ຕາມຄຳໝັ້ນສັນຍາອີກອັນນຶ່ງທີ່ໄດ້ ໃຫ້ໄວ້- ຄືການເຮັດໃຫ້ໂຮງຮຽນອະນຸບານຈົນຮອດຊັ້ນທີ 8 ສ່ວນໃຫຍ່ໄດ້ເປີດໃຫ້ນັກຮຽນໄປເຂົ້າຄືນອີກ ໃນໄລຍະ 100 ວັນທຳອິດແຫ່ງການບໍລິຫານຂອງທ່ານ.

ທ່ານປະທານາທິບໍດີໄດ້ອ້າງອີງເຖິງການສຳຫຼວດຂອງກະຊວງສຶກສາທີ່ລະບຸວ່າເກືອບເຄິ່ງນຶ່ງຂອງໂຮງຮຽນດັ່ງກ່າວທີ່ມີການເປີດໃຫ້ຮຽນຢູ່ໃນໂຮງຮຽນແມ່ນໄດ້ໃຫ້ນັກຮຽນໄປຮຽນເຕັມເວລາ.

ທ່ານໄບເດັນ ກ່າວອີກວ່າ “ມັນບໍ່ແມ່ນໂຮງຮຽນສ່ວນໃຫຍ່, ແຕ່ວ່າພວກເຮົາກໍ ເຮັດໄດ້ໃກ້ຄຽງກັບເປົ້າໝາຍແທ້ໆ.” "ແລະຂ້າພະເຈົ້າເຊື່ອວ່າໃນເວລາ 35 ວັນ ທີ່ຍັງເຫລືອ ພວກອີກເຮົາກໍ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ເຊັ່ນກັນ."

ໃນລະຫວ່າງກອງປະຊຸມຖະແຫລງຂ່າວເປັນເວລາ 1 ຊົ່ວໂມງຂອງທ່ານໄບເດັນ ນັ້ນ ບໍ່ມີຄໍາຖາມໃດໆ ທີ່ກ່ຽວຂ້ອງໂດຍກົງ ກັບການລະບາດຂອງໄວຣັສໂຄໂຣນາ ຈາກນັກຂ່າວ 10 ຄົນ ທີ່ຖືກຄັດເລືອກ ໃຫ້ຖາມຄຳຖາມນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG