ທ່ານເຄີບີກ່າວວ່າ ການສົ່ງທະຫານໄປໃໝ່ນີ້ບໍ່ແມ່ນເປັນການຖາວອນ, ແຕ່ວ່າສະຫະລັດສາມາດສົ່ງທະຫານໄປຕື່ມອີກດັ່ງທີ່ໄດ້ຮັບປະກັນໄວ້. ທ່ານເຄີບີກ່າວວ່າ ການສົ່ງທະຫານດັ່ງກ່າວ ແມ່ນເປັນກຳລັງທະຫານຕ່າງຫາກ ນອກເໜືອຈາກທະຫານສະຫະລັດ 8,500 ຄົນທີ່ໄດ້ຢູ່ໃນທ່າກຽມພ້ອມຢ່າງສູງໃນອາທິດແລ້ວນີ້ ໃນກໍລະນີທີ່ອາດຈະຖືກສົ່ງໄປຍັງຢູໂຣບ.ສະຫະລັດກ່າວໃນວັນພຸດວານນີ້ວ່າ ຕົນກຳລັງສົ່ງທະຫານອີກ 2,000 ຄົນ ໄປຢູໂຣບ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນສົ່ງໄປຍັງປະເທດໂປແລນ ແລະຈະຍ້າຍທະ ຫານ 1,000 ຄົນ ຈາກເຢຍຣະມັນໄປຍັງໂຣມາເນຍ ເພື່ອເພີ້ມຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດທີ່ຢູ່ທາງກ້ຳຕາເວັນອອກຂອງອົງການເນໂຕ້ ເພື່ອປະເຊີນໜ້າກັບການສືບຕໍ່ເພີ້ມທະຫານຂຶ້ນ ຂອງຣັດເຊຍຢູ່ຕາມຊາຍແດນຕິດກັບຢູເຄຣນ.
ທະຫານສະຫະລັດທີ່ເອົາໄປເພີ້ມ ຊຶ່ງເປັນສ່ວນນຶ່ງຂອງກອງພົນລາບອາກາດທີ 82 ຂອງກອງທັບບົກນັ້ນ "ຈະບໍ່ໄປສູ້ລົບຢູ່ໃນຢູເຄຣນ" ໃນກໍລະນີທີ່ຣັດເຊຍ ບຸກລຸກຢູເຄຣນ, ຕາມທີ່ໂຄສົກຂອງທຳນຽບຫ້າແຈ, ທ່ານຈອນ ເຄີບີກ່າວຕໍ່ບັນ ດານັກຂ່າວ. ທ່ານກ່າວວ່າ ແຕ່ພວກເຂົາຈະໄປຢູ່ຫັ້ນ ໂດຍມີຈຸດປະສົງເພື່ອສົ່ງສັນຍານອັນຊັດເຈນໃຫ້ເຫັນວ່າພວກເຮົາຢືນຢູ່ກັບເນໂຕ້" ໃນການປົກປ້ອງ 30 ປະເທດພັນທະມິດທາງທະຫານ ທີ່ສໍາຄັນຂອງຝ່າຍຕາເວັນຕົກ.
ທ່ານເລຂາທິການໃຫຍ່ຂອງອົງການເນໂຕ້, ທ່ານເຈນສ໌ ສໂຕລເທັນເບີກ (Jens Stoltenberg) ປະກາດວ່າ “ນີ້ເປັນສັນຍານທີ່ມີພະລັງສູງແຫ່ງຄວາມ ມຸ້ງໝັ້ນຂອງສະຫະລັດ.”
ເບິ່ງວີດິໂອເປນພາສາອັງກິດເພີ້ມກ່ຽວກັບຂ່າວນີ້
ໂຄສົກກະຊວງປ້ອງກັນປະເທດກ່າວວ່າ ສະຫະລັດຍັງບໍ່ເຊື່ອວ່າປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ “ໄດ້ຕັດສິນໃຈທີ່ຈະບຸກໂຈມຕີຢູເຄຣນເທື່ອ.”
ແຕ່ທ່ານເຄີບີກໍກ່າວວ່າ ຜູ້ນຳຣັດເຊຍ “ບໍ່ໄດ້ສະແດງທ່າທີໃຫ້ເຫັນວ່າທ່ານຍິນດີ ທີ່ຈະຫລຸດຜ່ອນຄວາມເຄັ່ງຕຶງລົງ” ແລະໄດ້ສືບຕໍ່ເພີ້ມກຳລັງທະຫານຢູ່ໃນເບລາ ຣຸສທີ່ຢູ່ຝ່າຍຣັດເຊຍ ໃຫ້ໄປປະຈຳຢູ່ຊາຍແດນທາງພາກເໜືອຂອງຢູເຄຣນແລະ ລຽບຕາມຊາຍແດນຂອງຣັດເຊຍ ກັບພາກຕາເວັນອອກຂອງຢູເຄຣນ.
ເບິ່ງວີດິໂອເປນພາສາອັງກິດເພີ້ມກ່ຽວກັບຂ່າວນີ້
ທ່ານເຄີບີກ່າວອີກວ່າ ສະຫະລັດໄດ້ “ກຽມພ້ອມສຳລັບສະຖານະການຕ່າງໆ” ທີ່ກ່ຽວຂ້ອງກັບການກະທຳຂອງທ່ານປູຕິນຕໍ່ຢູເຄຣນ. ທ່ານໂຄສົກກ່າວວ່າ ການ ສົ່ງທະຫານໄປຄັ້ງໃໝ່ນີ້ "ບໍ່ແມ່ນລວມທັງໝົດຂອງການສະກັດກັ້ນເລີຍ."
ນາຍົກລັດຖະມົນຕີອັງກິດ, ທ່ານບໍຣີສ ຈອນສັນ ຄາດວ່າຈະໂອ້ລົມທາງໂທລະ ສັບກັບທ່ານປູຕິນໃນວັນພຸດຈະມາເຖິງນີ້ ກ່ຽວກັບວິກິດການທີ່ຍັງບໍ່ໄປບໍ່ມາຢູ່ນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອເປນພາສາອັງກິດເພີ້ມກ່ຽວກັບຂ່າວນີ້