ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄບເດັນ ຫາທາງທີ່ຈະປົກປ້ອງ ການແທ້ງລູກທົ່ວປະເທດ ໃນຂະນະທີ່ລັດຕ່າງໆ ລົງຄະແນນສຽງຕໍ່ບັນຫານີ້ 


ປະທານາທິບໍດີ ໂຈ ໄບເດັນ ຟັງລັດຖະມົນຕີກະຊວງຍຸຕິທຳ ທ່ານ ແມຣຣິກ ກາຣແລນ (ຂວາ) ຢູ່ທາງອອນໄລນ໌, ທີ່ກ່າວຢູ່ກອງປະຊຸມກ່ຽວກັບ ການເຂົ້າເຖິງບໍລິການສຸຂະພາບດ້ານການຈະເລີນພັນ, ຢູ່ໃນສຳນັກງານ Eisenhower Executive Office Building ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 3 ສິງຫາ 2022.
ປະທານາທິບໍດີ ໂຈ ໄບເດັນ ຟັງລັດຖະມົນຕີກະຊວງຍຸຕິທຳ ທ່ານ ແມຣຣິກ ກາຣແລນ (ຂວາ) ຢູ່ທາງອອນໄລນ໌, ທີ່ກ່າວຢູ່ກອງປະຊຸມກ່ຽວກັບ ການເຂົ້າເຖິງບໍລິການສຸຂະພາບດ້ານການຈະເລີນພັນ, ຢູ່ໃນສຳນັກງານ Eisenhower Executive Office Building ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 3 ສິງຫາ 2022.

ໃນວັນພຸດວານນີ້ ປະທານາທິບໍດີ ໂຈ ໄບເດັນ ໄດ້ລົງນາມໃນດຳລັດປະທານາ ທິບໍດີ ທີ່ທຳນຽບຂາວກ່າວວ່າ ຈະປົກປ້ອງການເຂົ້າເຖິງບໍລິການແທ້ງລູກ ອັນເປັນສ່ວນນຶ່ງຂອງຜົນທີ່ຕິດຕາມມາຈາກການຕ່າວປີ້ນຄະດີ ຂອງສານສູງສຸດ ໃນເດືອນມິຖຸນາທີ່​ຜ່ານ​ມາ ຊຶ່ງເປັນຄະດີທີ່ເປັນຂີດໝາຍໃນປີ 1973 ທີ່ສານສູງສຸດໄດ້ຕັດສິນໂດຍກຳນົດໃຫ້ສິດໃນການເຮັດແທ້ງລູກ.

ໂດຍແຕ່ລະລັດໃນ 50 ລັດຂອງສະຫະລັດ ປັດຈຸບັນນີ້ມີອິດ​ສະຫຼະໃນການ ຂຽນຮ່າງກົດໝາຍການເອົາລູກອອກຕາມທີ່ເຫັນວ່າເໝາະສົມນັ້ນ, ການທົດສອບ ໃນເບື້ອງຕົ້ນໄດ້ມີຂຶ້ນໃນວັນອັງຄານວານນີ້ ເມື່ອຜູ້ລົງຄະແນນສຽງໃນລັດ ແຄນຊັສ ຢູ່ພາກຕາເວັນຕົກສຽງໃຕ້ໄດ້ລົງຄະແນນສຽງຢ່າງເດັດດ່ຽວ ໃຫ້ຮັກສາ ໄວ້ສິດໃນການເອົາລູກອອກຂອງລັດດັ່ງກ່າວ. ​ແຕ່ດຽວນີ້ຫຼາຍ​ລັດໄດ້​ອອກ​ກົດໝາຍ​ທີ່ເຮັດໃຫ້ການ​ກະທຳ​ດັ່ງກ່າວນັ້ນຜິດກົດໝາຍ, ​ບາງ​ເທື່ອແມ່ນກະທັ້ງ​ໃນ​ກໍລະນີການ​ຂົ່ມຂືນ ​ຫຼື​ການ​ຮ່ວມ​ເພດລະຫວ່າງພີ່ນ້ອງ.

“ອັນນີ້ແມ່ນຫົວຮຸນແຮງເທົ່ານັ້ນ” ທ່ານໄບເດັນ ໄດ້ກ່າວ ກ່ອນໜ້າທີ່ທ່ານຈະ ລົງນາມໃນດຳ​ລັດດັ່ງ​ກ່າວ ທີ່ແນໃສ່ເພື່ອຊ່ອຍເຫຼືອປະ​ຊາ​ຊົນທີ່ສະແຫວງຫາ ການເອົາລູກອອກໂດຍການເດີນທາງໄປລັດ ບ່ອນທີ່ການກະທຳນີ້ຍັງຖືກຕ້ອງ ຕາມກົດໝາຍ. ທ່ານເວົ້າອີກວ່າ “ຄື​ວ່າ ແມ່ນ​ກະ​ທັ້ງຊີວິດຂອງແມ່ ແມ່ນຍັງ​ເປັນ​ທີ່​ສົງ​ໄສໃນບາງກໍລະນີ - ໃນບາງລັດ.”

ທ່ານໄບເດັນ ກ່າວອີກວ່າ “ພວກຣີພັບບລີກັນໃນລັດຖະສະພາ ແລະອຸດົມການ MAGA ຫົວຮຸນແຮງຂອງພວກເຂົາເຈົ້າ ​ແມ່ນ​ມີ​ຄວາມມຸ່ງໝັ້ນທີ່ຈະໄປໄກ​ຍິ່ງກວ່ານັ້ນອີກ ໂດຍເວົ້າກ່ຽວກັບການຫ້າມໃນທົວປະເທດ ທີ່ຈະເຮັດໃຫ້ການ ເອົາລູກອອກນັ້ນຜິດກົດໝາຍຢູ່ໃນທຸກລັດ ພາຍໃຕ້ທຸກກໍລະນີ ໂດຍພະ​ຍາ​ຍາມ​ເອົາ​ຊະ​ນະ​ຕໍ່ສິດຄວາມ​ເປັນສ່ວນຕົວທີ່ກວ້າງຂວາງເຊັ່ນກັນ. ແຕ່ໃນຂະນະທີ່ຂ້າ ພະເຈົ້າໄດ້ກ່າວໃນເມື່ອກ່ອນ ການຕໍ່ສູ້ນີ້ແມ່ນຍັງບໍ່ທັນແລ້ວເທື່ອ. ແລະພວກເຮົາກໍໄດ້ເຫັນເມື່ອຕອນແລງວານນີ້ ໃນລັດແຄນຊັສ.”

ອັນນີ້ເປັນດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງທີສອງທີ່​ກ່ຽວ​ຂ້ອງກັບການແທ້ງລູກ ທີ່ທ່ານໄບເດັນ ໄດ້ລົງນາມນັບຕັ້ງແຕ່ການຕັດສິນຂອງສານສູງສຸດໃນຄະດີ Dobbs ສູ່ກັບ Jackson ໃນນາມອົງການສຸຂະພາບຂອງແມ່ຍິງ.

ດຳ​ລັດປະທານາທິບໍດີຄັ້ງທຳອິດ ເມື່ອເດືອນແລ້ວນີ້ ໄດ້ແນໃສ່ເພື່ອຮັບປະກັນ ການເຂົ້າເຖິງການຄຸມກຳເນີດສຸກເສີນ ແລະການແທ້ງລູກດ້ວຍຢາທີ່ກຳນົດໃຫ້ ໂດຍທ່ານໝໍ.

ພວກວິຈານ ກ່າວວ່າ ມາດຕະການເຫຼົ່ານີ້ຂອງທຳນຽບຂາວ ແມ່ນຄຸມເຄືອ ເກີນໄປ ແລະຊ້າເກີນໄປ.

“ສິ່ງທີ່ພວກເຮົາເຫັນກໍແມ່ນວ່າ ລັດຖະບານກາງກຳ​ລັງຫາວິທີທາງວ່າ ພວກເຂົາຈະສາມາດສະໜັບສະນຸນພວກຄົນທີ່ເອົາລູກອອກ ໂດຍທີ່ບໍ່ລະເມີດຕໍ່ກົດໝາຍແນວໃດ” ນັ້ນແມ່ນຄຳເວົ້າຂອງທ່ານນາງ ເອລີຊາເບັດ ແນຊ ນັກວິເຄາະດ້ານນະໂຍບາຍຂອງລັດ ຢູ່ທີ່ສະຖາບັນ Guttmacher ທີ່ເປັນອົງການຄົນຄວ້າ ແລະນະໂຍບາຍ ທີ່ສະໜັບສະໜູນ ສິດໃນການແທ້ງລູກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG