ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ພະຍາຍາມ ເຮັດໃຫ້ ຢູເຄຣນ ໝັ້ນໃຈຂຶ້ນ ໃນຄວາມເປັນຫ່ວງຂອງ ຢູເຄຣນ ຕໍ່ການຮຸກຮານຂອງຣັດເຊຍ ທີ່ອາດເປັນໄປໄດ້


ປະທານາທິບໍດີ ໂຈ ໄບເດັນ ລົມໂທລະສັບກັບປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດິເມຍ ເຊເລັນສກີ ຢູ່ຫ້ອງປະຊຸມຂອງທຳນຽບຂາວ, 9 ທັນວາ, 2021.
ປະທານາທິບໍດີ ໂຈ ໄບເດັນ ລົມໂທລະສັບກັບປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດິເມຍ ເຊເລັນສກີ ຢູ່ຫ້ອງປະຊຸມຂອງທຳນຽບຂາວ, 9 ທັນວາ, 2021.

ສະຫະລັດ ກຳລັງພະຍາຍາມທີ່ຈະເຮັດໃຫ້ ຢູເຄຣນ ມີຄວາມໝັ້ນໃຈຂຶ້ນອີກວ່າ ແຜນຍຸດທະສາດຂອງ ວໍຊິງຕັນ ເພື່ອປ້ອງກັນການຮຸກຮານຂອງກອງທັບ ຣັດເຊຍ ຈະໄດ້ຜົນ, ເຖິງແມ່ນ ວໍຊິງຕັນ ໄດ້ປະຕິເສດການສົ່ງກຳລັງທະຫານໄປຊ່ວຍເພື່ອປ້ອງກັນດິນແດນຂອງ ຢູເຄຣນ ກໍຕາມ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ໃຊ້ເກືອບນຶ່ງຊົ່ວໂມງເຄິ່ງລົມໂທລະສັບໃນວັນພະຫັດວານນີ້ກັບປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດິເມຍ ເຊເລັນສກີ, ໃຫ້ຂໍ້ມູນໃໝ່ຕໍ່ຜູ້ນຳ ຢູເຄຣນ ກ່ຽວກັບ ການສົນທະນາຂອງທ່ານກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນຕົ້ນອາທິດນີ້.

ທ່ານ ໄບເດັນ ຍັງໄດ້ພະຍາຍາມທີ່ຈະ “ກ່າວຢໍ້າເຖິງການສະໜັບສະໜູນຂອງພວກເຮົາສຳລັບອຳ ນາດອະທິປະໄຕ ແລະ ຄວາມໝັ້ນຄົງໃນເຂດແດນຂອງ ຢູເຄຣນ ແລະ ຄຳໝັ້ນສັນຍາຂອງທ່ານທີ່ຈະຕອບໂຕ້ດ້ວຍມາດຕະການທີ່ຮຸນແຮງໃນເຫດການຄວາມຮຸນແຮງຂອງກອງທັບ ຣັດເຊຍ,” ອີງຕາມການກ່າວຂອງໂຄສົກທຳນຽບຂາວ ຕໍ່ບັນດານັກຂ່າວ.

ທ່ານ ເຊເລັນສກີ, ໄດ້ຂຽນລົງໃນ ທວິດເຕີ ວ່າການສົນທະນາດັ່ງກ່າວຍັງໄດ້ປົກຄຸມ “ຮູບແບບສຳ ລັບການແກ້ໄຂຄວາມຂັດແຍ້ງທີ່ອາດເປັນໄປໄດ້ໃນເມືອງ ດອນບາສ ແລະ ການຮັບມືກັບການປະຕິຮູພາຍໃນໃນ ຢູເຄຣນ.”

ທ່ານ ໄບເດັນ ຍັງໄດ້ໃຊ້ເວລາ 40 ນາທີໃນວັນພະຫັດວານນີ້ປະຊຸມທາງໂທລະສັບກັບກຸ່ມ ບູຄາເຣັສ 9 ຫຼື Bucharest Nine ລວມມີປະເທດ ບູລກາຣີ, ສາທາລະນະລັດ ເຊັກ, ເອັສໂຕເນຍ, ຮັງກາຣີ, ລັດເວຍ, ລິທົວເນຍ, ໂປແລນ, ໂຣເມເນຍ ແລະ ສໂລວາເກຍ, ເຊິ່ງແມ່ນພັນທະມິດຂອງ ສະຫະລັດ ໃນພາກຕາເວັນອອກ ຢູໂຣບ ຂອງອົງການ NATO.

ຢູເຄຣນ ແລະ ບັນດາພັນທະມິດໃນ ຢູໂຣບ ຕາເວັນອອກຂອງ ສະຫະລັດ ແມ່ນໄດ້ຂໍ ສະຫະລັດ ສຳລັບການຊ່ວຍເຫຼືອປ້ອງກັນປະເທດ ແລະ ການຊ່ວຍເຫຼືອອື່ນໆໃນເຫດການທີ່ ຣັດເຊຍ ຕັດສິນໃຈທີ່ຈະບຸກລຸກ ຢູເຄຣນ ຫຼັງຈາກໄດ້ລະດົມກຳລັງຢູ່ຕາມເຂດຊາຍແດນ.

ບັນດາເຈົ້າໜ້າທີ່ສືບລັບຂອງ ຢູເຄຣນ ໄດ້ກ່າວວ່າ ມັນມີກອງທະຫານ ຣັດເຊຍ ຢ່າງໜ້ອຍ 90,000 ຄົນຢູ່ຕາມເຂດຊາຍແດນ. ໜັງສືພິມ ວໍຊິງຕັນ ໂພສ ໄດ້ລາຍງານໃນອາທິດທີ່ຜ່ານມາວ່າ ໜ່ວຍສືບລັບ ສະຫະລັດ ເຊື່ອວ່າຈຳນວນດັ່ງກ່າວອາດເພີ່ມຂຶ້ນເປັນ 175,000 ຄົນ ກ່ອນການໂຈມຕີຫຼາຍດ້ານມີກຳນົດທີ່ຈະເລີ່ມຂຶ້ນ, ເຊິ່ງອາດເປັນໄປໄດ້ໃນຕົ້ນປີໜ້າ.

ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ໃນວັນພະຫັດວານນີ້ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນໂດຍກົງ ກ່ຽວກັບ ຕົວເລກດັ່ງກ່າວ ແຕ່ໄດ້ເວົ້າວ່າ ການມີໜ້າຂອງກຳລັງທະຫານ ຣັດເຊຍ ປາກົດວ່າຈະຄົງທີ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG