ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າສະຫະລັດ ຈະມີຄວາມຍິນດີທີ່ຈະເຂົ້າແຊກແຊງເພື່ອປ້ອງກັນໄຕ້ຫວັນ ຖ້າຈີນທຳການບຸກລຸກ, ເຊິ່ງຄຳເຫັນຄັ້ງຫຼ້າສຸດຂອງທ່ານ ໄບເດັນ ໄດ້ສ້າງຄວາມສົງໄສ ຕໍ່ນະໂຍບາຍທີ່ມີມາຍາວນານຂອງ ສະຫະລັດ ກ່ຽວກັບ “ແຜນການທີ່ຄຸມເຄືອ” ໃນບັນຫາທີ່ວ່ານັ້ນ.
ຢູ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ໂຕກຽວ, ທ່ານ ໄບເດັນ ໄດ້ຖືກຖາມວ່າ ສະຫະລັດ ຈະມີຄວາມຍິນດີ “ເພື່ອມີສ່ວນຮ່ວມທາງທະຫານເພື່ອປ້ອງກັນໄຕຫວັນຫຼືບໍ່,” ເມື່ອພິຈາລະນາເຖິງຄວາມບໍ່ຍິນຍອມຂອງວໍຊິງຕັນທີ່ຈະເຮັດແນວນັ້ນ ລຸນຫຼັງການບຸກລຸກຢູເຄຣນຂອງຣັດເຊຍ.
ທ່ານ ໄບເດັນ, ໄດ້ຕອບໂດຍບໍ່ໄດ້ອະທິບາຍ ກ່ຽວກັບ ເຫດຜົນໃນການປ້ອງກັນ ໄຕ້ຫວັນໂດຍສະຫະລັດ ວ່າ “ແມ່ນແລ້ວ. ນັ້ນແມ່ນຄຳໝັ້ນສັນຍາທີ່ພວກເຮົາໄດ້ເຮັດ.”
ມັນແມ່ນສິ່ງປາກົດວ່າເປັນການເຄື່ອນໄຫວຄັ້ງຫຼ້າສຸດຂອງທ່ານ ໄບເດັນ ທີ່ຈະຫຍັບຫ່າງອອກຈາກວິທີການ “ຍຸດທະສາດທີ່ຄຸມເຄືອ” ທີ່ປະທານາທິບໍດີ ສະຫະລັດ ໄດ້ປະຕິບັດມາດົນນານເມື່ອເວົ້າ ກ່ຽວກັບ ຄວາມເປັນໄປໄດ້ຂອງຈີນທີ່ຈະບຸກລຸກໄຕ້ຫວັນ.
ໃນການຕອບໂຕ້ນັ້ນ, ກະຊວງການຕ່າງປະເທດຂອງຈີນ ໄດ້ຕອບກັບວ່າ ປັກກິ່ງ ບໍ່ມີພື້ນທີ່ ສຳລັບການປະນີປະນອມ ຫຼື ການຍິນຍອມ ກ່ຽວກັບ ບັນຫາທີ່ກ່ຽວຂ້ອງກັບອຳນາດອະທິປະໄຕຂອງເຂົາເຈົ້າ.
ທ່ານ ໄບເດັນ ໄດ້ໃຫ້ຄຳເຫັນທີ່ຄ້າຍຄືກັນໃນເດືອນຕຸລາທີ່ຜ່ານມາ. ໃນທັງສອງເຫດການນັ້ນ, ບັນດາເຈົ້າໜ້າທີ່ທຳນຽບຂາວ ໄດ້ພະຍາຍາມທີ່ຈະໃຫ້ຄວາມກະຈ່າງແຈ້ງຕໍ່ຄຳເວົ້າຂອງທ່ານ ໄບເດັນ ຢ່າງວ່ອງໄວ.
ເຈົ້າໜ້າທີ່ທຳນຽບຂາວທ່ານນຶ່ງໄດ້ກ່າວຫຼັງຈາກນັ້ນໃນວັນຈັນມື້ນີ້ວ່າ “ດັ່ງທີ່ທ່ານປະທານາທິບໍດີໄດ້ກ່າວນັ້ນ, ນະໂຍບາຍຂອງພວກເຮົາ ແມ່ນບໍ່ໄດ້ປ່ຽນແປງ. ທ່ານໄດ້ກ່າວຢ້ຳເຖິງນະໂຍບາຍຈີນດຽວ ແລະ ຄຳໝັ້ນສັນຍາຂອງພວກເຮົາຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນທົ່ວຊ່ອງແຄບໄຕ້ຫວັນ.”
ເຈົ້າໜ້າທີ່ຄົນດັ່ງກ່າວ, ແນວໃດກໍ່ຕາມ, ບໍ່ໄດ້ກ່າວຄືນຄຳເວົ້າຂອງທ່ານ ໄບເດັນ ກ່ຽວກັບ ການປ້ອງກັນໄຕ້ຫວັນ.
ຈີນ, ເຊິ່ງແມ່ນລັດຜະເດັດການພັກການເມືອງດຽວ, ໄດ້ພິຈາລະນາໄຕ້ຫວັນທີ່ເປັນປະຊາທິປະໄຕ ເປັນແຂວງທີ່ແຕກອອກໄປ ແລະ ໄດ້ປະຕິຍານມາດົນນານວ່າຈະຍຶດເອົາມັນຄືນ, ດ້ວຍການໃຊ້ກຳລັງ, ຖ້າມີຄວາມຈຳເປັນ. ໃນບໍ່ເທົ່າໃດປີທີ່ຜ່ານມາ, ປັກກິ່ງ ໄດ້ສົ່ງເຮືອບິນລົບຫຼາຍລຳບິນໄປໃກ້ເກາະດັ່ງກ່າວ.
ໃນນະຄອນຫຼວງ ໂຕກຽວ, ທ່ານ ໄບເດັນ ໄດ້ກ່າວວ່າ ຈີນ ແມ່ນກຳລັງ “ຫຼິ້ນກັບອັນຕະລາຍ,” ແຕ່ເວົ້າວ່າທ່ານບໍ່ຄາດວ່າຈີນຈະໃຊ້ກຳລັງເພື່ອພະຍາຍາມຍຶດເອົາໄຕ້ຫວັນ, ໂດຍສະເພາະຖ້າໂລກລຸກຂຶ້ນຕໍ່ສູ້ກັບການບຸກລຸກຂອງຣັດເຊຍໃນຢູເຄຣນ.
ອ່ານຂ່າວນີ້ເປັນພາສາອັງກິດ