ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີໄບເດັນ ກ່າວວ່າ ສະຫະລັດ ຈະຊ່ວຍໄຕ້ຫວັນ ໃນການປ້ອງກັນປະເທດ ຖ້າຖືກໂຈມຕີ


ເຮືອບິນລົບມິຣາຈຮຸ້ນ 2000 ຂອງໄຕ້ຫວັນ ພວມບິນຜ່ານທຳນຽບປະທານາທິບໍດີ ໃນວັນຊາດໄຕ້ຫວັນ ເມື່ອວັນທີ 10 ຕຸລາ 2021.
ເຮືອບິນລົບມິຣາຈຮຸ້ນ 2000 ຂອງໄຕ້ຫວັນ ພວມບິນຜ່ານທຳນຽບປະທານາທິບໍດີ ໃນວັນຊາດໄຕ້ຫວັນ ເມື່ອວັນທີ 10 ຕຸລາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວໃນວັນພະຫັດວານນີ້ວ່າ ສະຫະລັດຈະໃຫ້ການຊ່ວຍເຫຼືອໃນການປ້ອງກັນໄຕ້ຫວັນ ແລະມີຄວາມໝັ້ນໝາຍທີ່ຈະປົກປ້ອງເກາະດັ່ງກ່າວ ທີ່ຈີນອ້າງວ່າເປັນດິນແດນຂອງຕົນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ທ່ານໄບເດັນ ກ່າວຕໍ່ກອງປະຊຸມ ຕອບຄຳຖາມ ຂອງໂທລະພາບ CNN ເວລາມີຜູ້ຖາມວ່າ ສະຫະລັດຈະຊ່ວຍປ້ອງກັນໄຕ້ຫວັນຫຼືບໍ່ ຊຶ່ງທ່ານປະທານາທິບໍດີໄບເດັນຕອບວ່າ “ແມ່ນແລ້ວ ພວກເຮົາມີຄວາມໝັ້ນໝາຍທີ່ຈະເຮັດສິ່ງນັ້ນ.”

ທ່ານໄບເດັນເວົ້າວ່າ ຜູ້ຄົນບໍ່ຄວນເປັນຫ່ວງກ່ຽວກັບຄວາມເຂັ້ມແຂງທາງດ້ານທະຫານຂອງວໍຊິງຕັນ ຍ້ອນວ່າ “ຈີນ ຣັດເຊຍ ແລະສ່ວນທີ່ເຫຼືອຂອງໂລກຕ່າງກໍຮູ້ດີວ່າ ພວກເຮົາມີຄວາມເຂັ້ມແຂງທີ່ສຸດ ທາງດ້ານທະຫານ ໃນປະຫວັດສາດຂອງໂລກ.”

ປະທານາທິບໍດີໄບເດັນ ກ່າວຕື່ມວ່າ “ເປັນຫຍັງຈຶ່ງຈະຕ້ອງເປັນຫ່ວງກ່ຽວກັບວ່າ ພວກເຂົາເຈົ້າຈະທຳການພົວພັນຫຼືບໍ່ ໃນກິດຈະກຳທີ່ອາດຈະເຮັດໃຫ້ເຂົາເຈົ້າ ຢູ່ໃນທ່າທີ ທີ່ອາດຈະເຮັດຄວາມຜິດພາດຢ່າງຮ້າຍແຮງທີ່ສຸດ.”

ຄວາມເຄັ່ງຕຶງທາງດ້ານທະຫານລະຫວ່າງໄຕ້ຫວັນ ແລະຈີນ ແມ່ນຮ້າຍແຮງສຸດໃນຮອບ 40 ກວ່າປີ ອີງຕາມຄຳເວົ້າຂອງທ່ານ ຊິວ ກົວ ເຊັງ (Chiu Kuo-cheng) ທີ່ໄດ້ກ່າວໄປໃນເດືອນນີ້ ແລະທ່ານກ່າວຕື່ມວ່າ ຈີນສາມາດທຳການຮຸກຮານໄດ້ ຢ່າງ “ເຕັມອັດຕາ” ໃນປີ 2025.

ຈີນກ່າວອ້າງວ່າ ໄຕ້ຫວັນເປັນດິນແດນຂອງຕົນ ຊຶ່ງຄວນຈະຍາດເອົາຄືນດ້ວຍການໃຊ້ກຳລັງຖ້າຫາກມີຄວາມຈຳເປັນ. ໄຕ້ຫວັນກ່າວວ່າ ຕົນເປັນເອກກະລາດ ແລະຈະທໍາການປ້ອງກັນອິດສະຫຼະພາບແລະປະຊາທິປະໄຕຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG