ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ທ່ານໄບເດັນ ກ່າວວ່າ ທ່ານບໍ່ສາມາດຍຸຕິແຜນການສ້າງສິ່ງກີດຂວາງໃໝ່ ຢູ່ຕາມຊາຍແດນ


ພວກຄົນເຂົ້າເມືອງ ພາກັນປີນຮົ້ວຊາຍແດນ ເພື່ອເຂົ້າມາສະຫະລັດ ສໍາລັບຂໍລີ້ໄພ, ຢູ່ບໍລິເວນ ປລາຢາສ ເດ ຕີຮວນນາ (Playas de Tijuana), ເມືອງທີຮວນນາ, ເມັກຊິໂກ, ວັນທີ 2 ຕຸລາ 2023.
ພວກຄົນເຂົ້າເມືອງ ພາກັນປີນຮົ້ວຊາຍແດນ ເພື່ອເຂົ້າມາສະຫະລັດ ສໍາລັບຂໍລີ້ໄພ, ຢູ່ບໍລິເວນ ປລາຢາສ ເດ ຕີຮວນນາ (Playas de Tijuana), ເມືອງທີຮວນນາ, ເມັກຊິໂກ, ວັນທີ 2 ຕຸລາ 2023.

ປະທານາທິບໍດີ ໂຈ ໄບເດັນ ກ່າວໃນວັນພະຫັດມື້ວານນີ້ວ່າ ທ່ານບໍ່ສາມາດຫັນ ປ່ຽນເງິນຢ່າງຖືກກົດໝາຍ ອອກຈາກແຜນການສ້າງສິ່ງກີດຂວາງໃໝ່ຫຼາຍໄມລ໌ ຢູ່ຕາມຊາຍແດນທາງພາກໃຕ້ຂອງປະເທດ, ເຊິ່ງເປັນກາ​ນ​ຂັດ​ແຍ້ງໂດຍກົງຕໍ່ຄຳໝັ້ນສັນຍາ ໃນການໂຄສະນາຫາສຽງຂອງທ່ານ ທີ່ຈະສ້າງ "ບໍ່ແມ່ນແຕ່ຟຸດ​ດຽວ ຂອງກໍາແພງ" ແລະໄດ້ເຮັດໃຫ້ມີການຕ້ອງ​ຕິ​ຢ່າງຮຸນແຮງຈາກປະທານາທິບໍດີຂອງເມັກຊິໂກ.

ແຈ້ງ​ການ​ເພື່ອ​ອະ​ນຸ​ຍາດ​ໃຫ້ມີ​ການ​ກໍ່​ສ້າງ​ໃນ​ລັດເທັກຊັສ ໄດ້​ຖືກເຜີຍ​ແຜ່ອອກມາ​ໃນ​ຕອນ​ກາງ​ຄືນ​ຂອງວັນ​ພຸດ​ແລ້ວນີ້ ໃນ​ການ​ລົງ​ທະ​ບຽນ​ຂອງ​ລັດ​ຖະ​ບານ​ກາງ, ເຊິ່ງ​ເປັນ​ໜັງ​ແຈ້ງຂ່າວລາຊະການຢ່າງເປັນ​ທາງ​ການ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ.

"ປັດຈຸບັນມີຄວາມຈຳເປັນຢ່າງຮຸນແຮງ ແລະໃນທັນທີ ເພື່ອສ້າງສິ່ງກີດຂວາງ ແລະຖະໜົນໃນບໍລິເວນໃກ້ຄຽງກັບຂົງເຂດຊາຍແດນ," ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ​ຂອງ​ສະ​ຫະ​ລັດ ທ່ານອາເລ​ຮານໂດຣ ມາໂຢກາສ (Alejandro Mayorkas) ກ່າວໃນແຈ້ງການນັ້ນ.

ປະທານາທິບໍດີ ໂຈ ໄບເດັນ ກ່າວຄໍາປາໄສ ໃນຂະນະທີ່ທ່ານ ຈັດການປະຊຸມເພື່ອຮັບຟັງບົດລາຍງານຫໍຍ້ກ່ຽວກັບ ຢູຄເຣນ ຢູ່ຫ້ອງການຮູບໄຂ່ຂອງທໍານຽບຂາວ, ວັນທີ 5 ຕຸລາ 2023, ໃນນະຄອນຫຼວງວໍຊິຕັນ.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄໍາປາໄສ ໃນຂະນະທີ່ທ່ານ ຈັດການປະຊຸມເພື່ອຮັບຟັງບົດລາຍງານຫໍຍ້ກ່ຽວກັບ ຢູຄເຣນ ຢູ່ຫ້ອງການຮູບໄຂ່ຂອງທໍານຽບຂາວ, ວັນທີ 5 ຕຸລາ 2023, ໃນນະຄອນຫຼວງວໍຊິຕັນ.

ອົງ​ການພາສີ ແລະການປົກປ້ອງຊາຍແດນຂອງສະຫະລັດ ໄດ້ນັບຈໍານວນຄົນທີ່ໄ​ດ້​ພະ​ຍາ​ຍາມ​ຂ້າມຊາຍແດນ ທາງທິດຕາເວັນຕົກສຽງໃຕ້ ໃນເດືອນສິງຫາແລ້ວນີ້ 232,972 ຄົນ, ເຊິ່ງເປັນເດືອນສຸດທ້າຍຂອງຕົວເລກທີ່ມີຢູ່. ພວກຄົນເຂົ້າເມືອງສ່ວນໃຫຍ່ຂ້າມຊາຍແດນມາຈາກເມັກຊິໂກ, ແອລຊາລວາດໍ, ກົວເຕມາລາ ແລະ ຮອນດູຣາສ.

ປະ​ທາ​ນາ​ທິ​ບໍ​ດີ​ເມັກ​ຊິ​ໂກ ໄດ້​ປະ​ນາມການ​ເຄື່ອນ​ໄຫວ​ດັ່ງ​ກ່າວໃນທັນທີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG