ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Biden ວ່າ ການ​ຄ້າ​ເສລີ ຈະຊ່ວຍໃຫ້ ເສດຖະກິດ ເຕີບໂຕ


ຮອງ​ປະທານາທິບໍດີ Joe Biden ກ່າວ​ວ່າ ສະຫະລັດ ຫວັງ​ທີ່​
ຈະ​ໃຊ້ ຂໍ້ຕົກລົງ​​ການ​ຄ້າ​ເສລີ ທີ່​ໄດ້​ມີ​ການສະ​ເໜີ​ໄປ​ແລ້ວ ໃນຂົງເຂດມະຫາສະມຸດປາຊີຟິກ ແລະກັບສະຫະພາບຢູໂຣບ ເພື່ອດັດແປງແກ້ໄຂໃໝ່ ລະບຽບການຄ້າຂອງໂລກ.
ຮອງ​ປະທານາທິບໍດີ Joe Biden ກ່າວ​ວ່າ ສະຫະລັດ ຫວັງ​ທີ່​ ຈະ​ໃຊ້ ຂໍ້ຕົກລົງ​​ການ​ຄ້າ​ເສລີ ທີ່​ໄດ້​ມີ​ການສະ​ເໜີ​ໄປ​ແລ້ວ ໃນຂົງເຂດມະຫາສະມຸດປາຊີຟິກ ແລະກັບສະຫະພາບຢູໂຣບ ເພື່ອດັດແປງແກ້ໄຂໃໝ່ ລະບຽບການຄ້າຂອງໂລກ.
ຮອງ​ປະທານາທິບໍດີ Joe Biden ກ່າວ​ວ່າ ສະຫະລັດ ຫວັງ​ທີ່​
ຈະ​ໃຊ້ ຂໍ້ຕົກລົງການ​ຄ້າ​ເສລີ ທີ່​ໄດ້​ມີ​ການສະ​ເໜີ​ໄປ​ແລ້ວ ​ໃນ​
ຂົງເຂດມະຫາ​ສະມຸດປາຊິ​ຟິກ ​ແລະ​ອີກ​ສະບັບ​ນຶ່ງ​ກັບສະຫະ
ພາບ​ຢູ​ໂຣບນັ້ນເພື່ອ​ດັດແປງ​ແກ້​ໄຂ​ໃໝ່ລະບຽບ​ການ​ຄ້າ​ຂອງ ​
ໂລກ.

ຢູ່​ໃນ​ຄໍາ​ຖະແຫລ​ງ​ ຕໍ່​ກອງປະຊຸມ​ຂອງ​ບັນດາ​ຜູ້​ສົ່ງ​ສິນຄ້າ​ອອກ ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Biden ກ່າວ​ວ່າ ລັດຖະບານທ່ານ Obama ຫວັງ​ວ່າ ຂໍ້​ຕົກລົງເຫຼົ່ານີ້​ ຈະ​ກວມ​ລວມໄປ​ກວ່າ​ການ​ຕັດພາສີ​ສິນຄ້າ ​ແລະ ກຳຈັດ​ລະບຽບ​ການ​ຕ່າງໆ​ທີ່​ເປັນ​ອຸບປະສັກ​ຂັດຂວາງ ​
ຕະຫຼອດທັງກຳ​ແພງ​ກີດກັນ​ທາງ​ດ້ານການ​ຄ້າ​ອື່ນໆ.

ທ່ານກ່າວ​ວ່າ ພາ​ຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຫຼື Trans-Pacific Partnership ​ມີ​ຄວາມ​ສຳຄັນ​ຫຼາຍກໍ​ຍ້ອນວ່າ “ກົງຈັກ​ເສດຖະກິດ​ຂອງ​ໂລກໄດ້​ຫັນປ່ຽນ​ໄປ​ທາງ​ຕາ​ເວັນ​ອອກ,” ​ແລະຂົງ​ເຂດ​ເອ​ເຊຍ ປາຊິຟິກ ຈະ​ປະກອບ​ເປັນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດສ່ວນ​ໃຫຍ່ ​ໃນ​ຫ້າ​ປີ​ຂ້າງ​ໜ້ານີ້.

ທ່ານ Biden ​ເວົ້າ​ວ່າ ສະຫະລັດຍັງ​ມີ​ຄວາມ​ຕັ້ງ​ໃຈ​ ທີ່​ຈະ​ຊຸກຍູ້​ໃຫ້​ມີ​ຄວາມ​ຄືບໜ້າ ກ່ຽວ​ກັບຂໍ້​ຕົກລົງການ​ຄ້າ​ເສລີ ກັບສະ​ຫະພາບ​ຢູ​ໂຣບອັນ​ເປັນຄວາມ​ສຳພັນ​ຊຶ່ງ​ໃນ​ເວລາ​ນີ້​ໄດ້​ມີການ​ຄ້າຂາຍ​ແລະການ​ລົງທຶນ​ 5 ພັນ​ຕື້​ໂດ​ລາ ​ກັບສະຫະລັດ.

ນອກ​ນັ້ນຮອງ​ປະທານາທິບໍດີສະຫະລັດ ຍັງ​ຮຽກຮ້​ອງ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ຈົ່ງ​ເລັ່ງລັດ
ການ​ປະຕິ​ຮູບ​ລະບົບ​ຄົນເຂົ້າ​ເມືອງຂອງສະຫະລັດ. ທ່ານ Biden ກ່າວ​ວ່າ ມັນ​ເປັນ​ທີ່​ໂງ່​ຈ້າ ສຳລັບສະຫະລັດ ຈະໃຫ້ການ​ຕ້ອນ ຮັບ​ນັກ​ສຶກສາ​ທີ່​ສະຫລຽວສະລາດທາງດ້ານ
​ວິທະຍາສາດແລະ​ວິ​ສະວະ ກຳຈາກ​ທົ່ວ​ໂລກ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສຶກສາ​ຢູ່​ທີ່​ນີ້ ​ແລະ​ຫລັງ​ຈາກ​ນັ້ນກໍ ​ເຮັດ​ໃຫ້ເປັນ​ທີ່​ຫຍຸ້ງຍາກ​ສຳລັບ​ພວກ​ເຂົາ​ເຈົ້າຢາກ​ຢູ່​ທີ່​ນີ້ ​ແລະ​ຊ່ວຍ​ເຮັດ ​ໃຫ້​ເສດຖະກິດ​ເຕີບ​ໂຕ ຫລັງ​ຈາກ​ເຂົາ​ເຈົ້າ​ຮຽນ​ຈົບ​ແລ້ວ.

ກ່ຽວຂ້ອງກັນ

XS
SM
MD
LG