ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານໄບເດັນ ກ່າວວ່າ ກໍລະນີຂອງຜູ້ປ່ວຍ ໂຄວິດ-19 ຈະເພີ້ມຂຶ້ນ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພົບກັບໜ່ວຍງານຮັບຜິດຊອບໂຄວິດ-19 ຂອງທໍານຽບຂາວ ໃນຫໍປະຊຸມ ເຊົາທ໌ ຄອຣ໌ທ (South Court) ໃນອາຄານສໍານັກງານຜູ້ບໍລິຫານ ອາຍເຊັນຮາວເວີ (Eisenhower) ໃນບໍ​ລິ​ເວນທໍານຽບຂາວ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 4 ມັງກອນ 2022.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພົບກັບໜ່ວຍງານຮັບຜິດຊອບໂຄວິດ-19 ຂອງທໍານຽບຂາວ ໃນຫໍປະຊຸມ ເຊົາທ໌ ຄອຣ໌ທ (South Court) ໃນອາຄານສໍານັກງານຜູ້ບໍລິຫານ ອາຍເຊັນຮາວເວີ (Eisenhower) ໃນບໍ​ລິ​ເວນທໍານຽບຂາວ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 4 ມັງກອນ 2022.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເຕືອນໃນມື້ວັນອັງຄານວານນີ້ວ່າ “ຈະມີຜູ້ປ່ວຍໂຄວິດ-19 ເພີ້ມຂຶ້ນຢ່າງຕໍ່ເນື່ອງ” ແລະ “ໃນບໍ່ເທົ່າໃດອາທິດຕໍ່ໜ້າ ຈະເປັນຄວາມທ້າທາຍ” ຍ້ອນວ່າການລະບາດຢ່າງແຮງຂອງໄວຣັສສາຍພັນໃໝ່ໂອໄມຄຣອນ ອັນພາໃຫ້ເກີດພະຍາດໂຄວິດ-19.

ຄວາມຄິດເຫັນດັ່ງກ່າວມີຂຶ້ນ ລຸນຫຼັງທີ່ປະທານາທິບໍດີໄດ້ພົບກັບໜ່ວຍງານຮັບ ຜິດຊອບໂຄວິດ-19 ໃນມື້ວັນອັງຄານວານນີ້. ທ່ານໄບເດັນໄດ້ສະໜັບສະໜຸນໃຫ້ຊາວອາເມຣິກັນ “ໃຊ້ປະໂຫຍດໃນສິ່ງທີ່ພວກເຮົາມີຢູ່ແລ້ວ” ແລະກ່າວວ່າ “ມັນບໍ່ມີຂໍ້ແກ້ໂຕໃດໆ ສໍາລັບທຸກໆຄົນທີ່ຍັງບໍ່ໄດ້ຮັບການສັກຢາວັກຊີນ.”

ທ່ານ ໄບເດັນ ຍັງໄດ້ກ່າວຢໍ້າ ເຖິງບັນຫາການຂາດແຄນການກວດໂຄວິດ-19 ໃນປັດຈຸບັນ ເຊິ່ງໄດ້ສ້າງຄວາມອຶດອັດໃຈໃຫ້ແກ່ປະຊາຊົນຊາວອາເມຣິກັນເປັນຈໍານວນຫຼາຍ ແລະທ່ານໄດ້ສັນຍາທີ່ຈະຂະຫຍາຍການສັກຢາເພີ້ມ ຫຼືບູສເຕີ້ ແລະການກວດໂຄວິດນັ້ນ ໃຫ້ມີໃຊ້ໃນວົງກວ້າງຫຼາຍຂຶ້ນ.

ທ່ານກ່າວວ່າ “ພວກເຮົາກໍາລັງທໍາການປັບປຸງ.” ທ່ານກ່າວຕື່ມວ່າ ທ່ານໄດ້ສັ່ງໃຫ້ລັດຖະບານສັ່ງຢາເມັດຟາຍເຊີສໍາລັບໂຄວິດ-19 ເປັນສອງເທົ່າ, ຈາກ 10 ລ້ານມາເປັນ 20 ລ້ານເມັດ ສຳ​ລັບການຮັກສາ​ປິ່ນ​ປົວ.

ສະຫະລັດ ກໍາລັງປະເຊີນກັບການເພີ້ມຂຶ້ນຢ່າງຮ້າຍແຮງຂອງຜູ້ປ່ວຍໄວຣັສໂຄໂຣນາ, ໂດຍມີລາຍງານເຖິງ 1 ລ້ານຄົນໃນ 24 ຊົ່ວໂມງ, ອີງຕາມການລາຍງານຂອງບລູມເບີກ (Bloomberg) ໃນມື້ວັນອັງຄານວານນີ້.

ໄວຣັສສາຍພັນໂອໄມຄຣອນໄດ້ລາຍງານຄັ້ງທໍາອິດໂດຍນັກວິທະຍາສາດຊາວອາຟຣິກາໃຕ້. ໃນມື້ວັນອັງຄານວານນີ້, ດຣ. ຊາລິມ ອັບດູລ ຄາຣິມ (Dr. Salim Abdool Karim) ທ່ານໝໍໃຫຍ່ຂອງປະເທດອາຟຣິກາໃຕ້ ຜູ້ເຊິ່ງປັດຈຸບັນເປັນຫົວໜ້າ​ໜ່ວຍສະເພາະກິດທາງດ້ານໂຄວິດ-19 ແຫ່ງຊາດ, ໄດ້ບອກກັບທາງ VOA ວ່າໄວຣັສສາຍພັນດັ່ງກ່າວນີ້ແມ່ນແຜ່ລະບາດຢ່າງໄວວາ.

“ເບິ່ງຄືວ່າມັນຢາກຕໍ່ຕ້ານ. ມັນໄວກວ່າສາຍພັນເດລຕ້າເກືອບສອງເທົ່າ ທີ່ພວກເຮົາເຫັນ,” ທ່ານໄດ້ບອກກັບ VOA. “ດັ່ງນັ້ນ, ຈໍານວນຜູ້ປ່ວຍຈຶ່ງເພີ້ມຂຶ້ນຢ່າງໄວວາ. ຂ້າພະເຈົ້າຢາກອະທິບາຍກ່ຽວກັບມັນໃນບາງຄັ້ງທີ່ວ່າ ເກືອບຄ້າຍຄືກັບຍອດຂອງພູເອເວີເ​ຣັສທ໌ ທີ່ມັນໄດ້ຂຶ້ນເຖິງຈຸດສູງສຸດ, ມັນເພີ້ມຈໍານວນຂຶ້ນຢ່າງໄວວາ ແຕ່ມັນໄດ້ເຖິງຈຸດສູງສຸດໄວທີ່ສຸດ ແລະຕອນນີ້ພວກເຮົາກໍໃກ້ຈະເຖິງຈຸດ​ສິ້ນສຸດຂອງຂອງຄື້ນທີສອງແລ້ວ, ຫຼືພາຍໃນເວລາພຽງແຕ່ 6 ອາທິດ. ດັ່ງນັ້ນ, ມັນເພີ້ມຂຶ້ນໄວຫຼາຍ ແລະມັນກໍລົງມາໄວຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG