ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Biden ວ່າ ເຂດປ້ອງກັນ ທາງອາກາດ ຂອງຈີນ ສ້າງຄວາມເປັນຫ່ວງ ໃນພາກພື້ນ (ວີດີໂອ)


ຮອງປະທານາທິບໍດີ Joe Biden ໂອ້ລົມກັບ ຮອງນາຍົກລັດຖະມຸນຕີຈີນ ທ່ານ Li Yuanchao ທີ່ກຸງປັກກິງ
ວັນທີ 5 ທັນວາ 2013.
ຮອງປະທານາທິບໍດີ Joe Biden ໂອ້ລົມກັບ ຮອງນາຍົກລັດຖະມຸນຕີຈີນ ທ່ານ Li Yuanchao ທີ່ກຸງປັກກິງ ວັນທີ 5 ທັນວາ 2013.
​ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ກ່າວ​ວ່າ
ການຈັດ​ຕັ້ງ​ເຂດ​ປ້ອງ​ກັນ​ທາງ​ອາກາດ​ໃໝ່​ຂອງ​ຈີນໃນ​ທະ​ເລ
​ຈີນ​ຕາ​ເວັນ​ອອກ​ ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ແລະ​ຢ້ານ​ກົວ​ຢ່າງ
​ຫຼວງ​ຫຼາຍ​ໃນ​ພາກພື້ນ.

ທ່ານ Biden ກ່າວ​ຕໍ່​ບັນດາ​ຜູ້ນຳ​ດ້ານ​ທຸ​ລະ​ກິດ​ຂອງ​ສະຫະ
ລັດ​ກຸ່ມ​ນຶ່ງທີ່​ກຸງ​ປັກ​ກິ​ງ​ໃນ​ວັນ ພະຫັດ​ມື້​ນີ້​ວ່າ ທ່ານ​ໄດ້​ເວົ້າ
​ອອກ​ຢ່າງ​ກົງໆ​ກ່ຽວ​ກັບ​ເລື້ອງ​ນີ້​ໃນ​ລະຫວ່າງ​ການ​ໂອ້​ລົມ
​ສົນທະນາ​ກັບ​ທ່ານ Xi Jinping ປະທານ​ປະ​ເທດ​ຈີນ.

​ແຕ່​ຮອງ​ປະທານາທິບໍດີ​ສະຫະລັດ​ກ່າວ​ວ່າ ການ​ຂັດ​ແຍ້​ງກັນ​ລະຫວ່າງ
​ກຸງ​ປັກ​ກິ​ງ​ແລະ​ກຸງວໍ​ຊິງ​ຕັນ ​ບໍ່​ແມ່ນ​ວ່າເປັນ​ທີ່​ຫຼີກ​ລ້ຽງ​ບໍ່​ໄດ້ ​ເຖິງ​ແມ່ນບາງ​ຄັ້ງ​ບາງ​ຄາວ​ມີ​ການ​ໂຕ້
​ແຍ້​ງກັນ​ກໍ​ຕາມ.

US China Meet on Cooperation, Dialogue
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ

ທ່ານ Biden ​ແລ​ະທ່ານ Xi Jinping ​ໄດ້​ພົບ​ປະກັນ​ປະມານ 5 ຊົ່ວ​ໂມງ​ໃນ​ວັນ​ພຸດ​ວານ ນີ້ ​ໃນ​ຂະນະ​ທີ່​ຜູ້ນຳ​ຂອງ​ສະຫະລັດ​ກ່າວ​ວ່າ ທ່ານ​ໄດ້​ສະ​ແດງ​ທ່າ​ທີ​ອັນ​ໜັກ​ແໜ້ນແລະ​ເປັນທີ່ຄາດ​ຫວັງກັນ​ໄວ້ ​ຂອງ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ ​ກ່ຽວ​ກັບ​ເຂດ​ປ້ອງ​ກັນ​ທາງ​ອາກາດ​ນີ້.

ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ ທ່ານ Xi Jinping ​ໄດ້​ກ່າວ​ຕໍ່ທ່ານ Biden ວ່າ ເຂດ​ປ້ອງ​ກັນ​ດັ່ງກ່າວ​ນີ້ ​ແມ່ນ​ດຳ​ເນີນ​ໄປ​ຕາມ​ກົດໝາຍ​ລະຫວ່າງ​ຊາດ ​ແລະ​ສະຫະລັດ ຄວນ​ຈະ​ເອົາ​ທ່າ​ທີແບບ​ບໍ່​ລຳອຽງ​ ແລະ​ຍຸຕິ​ທຳ​ກ່ຽວ​ກັບ​ເລື້ອງ​ນີ້.

ການຢ້ຽມຢາມ ຂອງຮອງປະທານາທິບໍດີ Biden
ການຢ້ຽມຢາມ ຂອງຮອງປະທານາທິບໍດີ Biden


ສະຫະລັດ​ບໍ່​ຍອມຮັບ​ຮູ້ ເຂດ​ປ້ອງ​ກັນ​ທາງ​ອາກາດ​ເພື່ອ​ລະບຸ​ໂຕ​ຂອງ​ຈີ​ນ ຫຼື ADIZ ທີ່​ຈີນ​ຈັດ​ຕັ້ງ​ຂຶ້ນ
​ມາ​ໃນ​ເດືອນ​ແລ້ວ​ນີ້ ທີ່​ຮວມທັງ​ດິນ​ແດນ​ທີ່​ຍີ່ປຸ່ນ​ ຊຶ່ງ​ເປັນ​ພັນ​ທະມິດ​ຂອງ​ສະຫະ ລັດ​ອ້າງ​ເອົາ​ກຳມະສິດ​ນັ້ນ.

ມີການຄາດກັນວ່າ ເລື້ອງນີ້ຈະຄອບງຳໃນການໂອ້ລົມສົນທະນາຂອງທ່ານ Biden ກັບຈີນ ຊຶ່ງໄດ້ດຳເນີນສືບຕໍ່ມາໃນວັນພະຫັດມື້ນີ້ ໃນລະຫວ່າງການພົບປະໂອ້ລົມ ກັບທ່ານ Li Ke-
qiang ນາຍົກລັດຖະມຸນຕີຈີນ.

ທ່ານ Biden ຈະເດີນທາງຕໍ່ໄປຍັງປະເທດເກົາຫຼີໃຕ້ໃນຕອນບ່າຍມື້ນີ້ຊຶ່ງເກົາຫຼີໃຕ້ກໍບໍ່ຍອມ ຮັບຮູ້ເຂດປ້ອງກັນທາງອາກາດໃໝ່ຂອງຈີນນີ້ ເຊັ່ນກັນ. ກຸງໂຊນແມ່ນບ່ອນຢຸດແວ່ແຫ່ງສຸດ ທ້າຍ ໃນການທ່ຽວຢ້ຽມຢາມເຂດເອເຊຍ ເປັນເວລານຶ່ງສັບປະດາຂອງທ່ານBiden.

Biden Tasked With Reassuring Allies Against China's Territorial Claims
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG