ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໄບເດັນກ່າວວ່າ ປະຊາຊົນຊາວອາເມຣິກັນ ຈໍາເປັນຕ້ອງ 'ໄດ້ປະຕິບັດ ໃນສິ່ງທີ່ຖືກຕ້ອງ'


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຮັບການສັກຢາເສີມ ກັນໄວຣັສໂຄໂຣນາ (ໂຄວິດ-19) ໃນຫ້ອງປະຊຸມຢູ່ທາງໃຕ້ຂອງສໍານັກງານບໍລິຫານອາຍເຊັນຮາວເວີ ທີ່ທໍານຽບຂາວ ວັນທີ 27 ກັນຍາ, ປີ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຮັບການສັກຢາເສີມ ກັນໄວຣັສໂຄໂຣນາ (ໂຄວິດ-19) ໃນຫ້ອງປະຊຸມຢູ່ທາງໃຕ້ຂອງສໍານັກງານບໍລິຫານອາຍເຊັນຮາວເວີ ທີ່ທໍານຽບຂາວ ວັນທີ 27 ກັນຍາ, ປີ 2021.

ປະທານາທິບໍດີຂອງສະຫະລັດທ່ານໂຈ ໄບເດັນ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ເສີມໃນມື້ວັນຈັນວານນີ້, ໃນບໍ່ເທົ່າໃດມື້ຫຼັງຈາກທີ່ລັດຖະບານຂອງທ່ານອະນຸມັດໃຫ້ສັກຢາວັກຊີນ ເຂັມທີສາມຂອງຟາຍເຊີ ສໍາລັບປະຊາຊົນບາງກຸ່ມນັ້ນ.

ກ່ອນຮັບການສັກຢາຢູ່ຕໍ່ໜ້າກ້ອງ, ທ່ານໄບເດັນ ໄດ້ບອກກັບພວກນັກຂ່າວຢູ່ທີ່ ທໍານຽບຂາວວ່າ “ຢາເສີມນີ້ ມີຄວາມສໍາຄັນຫຼາຍ, ແຕ່ສິ່ງສໍາຄັນທີ່ສຸດທີ່ ເຮົາຕ້ອງປະຕິບັດຄືການເຮັດໃຫ້ຜູ້ຄົນຈໍານວນຫຼວງຫຼາຍມາຮັບການສັກຢາວັກຊີນ” ດ້ວຍການສັກເຂັມທໍາອິດຂອງພວກເຂົາ.

ທ່ານກ່າວວ່າ 77 ເປີເຊັນຂອງຈໍານວນປະຊາກອນຜູ້ໃຫຍ່ຂອງສະຫະລັດ ໄດ້ຮັບການສັກຢາວັກຊີນຢ່າງໜ້ອຍ 1 ເຂັມກັນໂຄໂຣນາໄວຣັສແລ້ວ.

“1 ສ່ວນ 4 ຂອງຈໍານວນປະຊາກອນທັງໝົດບໍ່ຍັງບໍ່ໄດ້ຮັບການສັກຢາວັກຊີນ,” ທ່ານກ່າວ ຫຼັງຈາກໄດ້ຮັບການສັກຢາວັກຊີນເສີມ.

ສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ອະນຸມັດຢາວັກຊີນເສີມໃນອາທິດທີ່ຜ່ານມາສໍາລັບປະຊາຊົນຊາວອາເມຣິກາສາມກຸ່ມເຊັ່ນ: ຜູ້ທີ່ມີອາຍຸ 65 ປີຂຶ້ນໄປ, ພະນັກງານແຖວໜ້າເຊັ່ນວ່າ ພວກນາຍຄູ, ບັນດາພະນັກງານການແພດ, ແລະພວກພະນັກງານອື່ນໆ ທີ່ໜ້າທີ່ຂອງພວກເຂົາມີຄວາມສ່ຽງທີ່ຈະຕິດເຊື້ອໂຄວິດ-19; ແລະຜູ້ທີ່ມີອາຍຸ 50 ຫາ 64 ໂດຍມີບັນຫາສຸຂະພາບຂັ້ນພື້ນຖານ.

ການສັກຢາເສີມດັ່ງກ່າວແມ່ນມີສໍາລັບຜູ້ທິ່ໄດ້ຮັບຢາວັກຊີນຟາຍເຊີ-ໄບໂອເອັນເທັກຢ່າງໜ້ອຍ 6 ເດືອນກ່ອນໜ້ານີ້. ທໍານຽບຂາວກ່າວໃນມື້ວັນສຸກທີ່ຜ່ານມາວ່າ ປະຊາຊົນຊາວອາເມຣິກັນ 20 ລ້ານຄົນ ມີສິດໄດ້ຮັບການສັກຢາໃນທັນທີ, ໃນຂະນະທີ່ປະຊາຊົນຜູ້ທີ່ໄດ້ຮັບຢາວັກຊີນຟາຍເຊີຈໍານວນ 60 ລ້ານຄົນນັ້ນຈະ ໄດ້ຮັບການສັກຢາເສີມ ເມື່ອເຖິງເວລາ 6 ເດືອນ.

ທ່ານໄບເດັນ ອາຍຸ 78 ປີ, ໄດ້ຮັບການສັກຢາວັກຊີນຟາຍເຊີຄັ້ງທໍາອິດຂອງທ່ານໃນເດືອນທັນວາ ແລະເຂັມທີສອງ ໃນເດືອນມັງກອນທີ່ຜ່ານມາ ກ່ອນທີ່ທ່ານຈະໄດ້ເຂົ້າຮັບຕໍາແໜ່ງ.

ໃນຄວາມຄິດເຫັນຈາກທໍານຽບຂາວໃນມື້ວັນສຸກທີ່ຜ່ານມາ, ທ່ານໄບເດັນສະໜັບສະໜຸນໃຫ້ຜູ້ທີ່ມີສິດ ໄປຮັບການສັກຢາວັກຊີນເພີ້ມເຕີມ.

“ເຊັ່ນດຽວກັນກັບເຂັມທີນຶ່ງ ແລະເຂັມທີສອງ, ເຂັມເພີ້ມເຕີມນີ້ ແມ່ນຟຣີ ແລະເຂົ້າເຖິງໄດ້ງ່າຍ,” ທ່ານກ່າວ.

ທ່ານໄບເດັນໄດ້ປະກາດໃນເດືອນສິງຫາທີ່ຜ່ານມາວ່າ ທ່ານຕ້ອງການເຫັນຊາວອາເມຣິກັນໝົດທຸກຄົນໄດ້ຮັບຢາວັກຊີນເສີມ ເນື່ອງຈາກປະເທດຂອງພວກເຮົາກໍາລັງປະເຊີນໜ້າ ກັບກໍລະນີຄື້ນໄວຣັສໂຄໂຣນາສາຍພັນໃໝ່ເດລຕ້າທີ່ແຜ່ລະ
ບາດໄດ້ສູງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG