ການແຂ່ງຂັນເພື່ອຖືກແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າພັກເດໂມແຄຣັດ ລົງແຂ່ງເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ແມ່ນໄດ້ຫຍັບໃກ້ເຂົ້າມາເຫຼືອຜູ້ແຂ່ງຂັນພຽງແຕ່ສອງຄົນ ຫຼັງຈາກການປ່ອນບັດເລືອກຕັ້ງຂັນຕົ້ນ ໃນວັນອັງຄານພິເສດ ຫຼື Super Tuesday ທີ່ຜ່ານມາ ຊຶ່ງອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ແລະ ສະມາສິກສະພາສູງ ທ່ານເບີນີ ແຊນເດີສ໌ ຜູ້ທີ່ປະກາດຕົນເອງ ເປັນນັກສັງຄົມນິຍົມປະຊາທິປະໄຕ ມາໄດ້ດົນນານແລ້ວ, ໃນເວລານີ້ ມີບັນຫາຂັດແຍ້ງກັບອົງການຈັດຕັ້ງຂອງພັກເດໂມແຄຣັດ.
ການປ່ອນບັດເລືອກຕັ້ງໃນທົ່ວ 14 ລັດ ເມື່ອຄືນວານນີ້ ຍັງໄດ້ກົດດັນໃຫ້ເຈົ້າຄອງນະຄອນນິວຢອກ ທ່ານໄມເກີລ ບລູມເບີກ ຖອນຕົວອອກຈາກການແຂ່ງຂັນ ຫຼັງຈາກທີ່ທ່ານໄດ້ໃຊ້ຈ່າຍເງິນສ່ວນຕົວ ເຂົ້າໃນການໂຄສະນາຫາສຽງ 600 ລ້ານໂດລາ ອີງຕາມລາຍງານ ແຕ່ໄດ້ຮັບໄຊຊະນະໃນການປ່ອນບັດ ຢູ່ທີ່ເກາະນ້ອຍ ຊາມົວ ຂອງອາເມຣິກາໃນມະຫາສະໝຸດປາຊີຟິກ ແຫ່ງດຽວເທົ່ານັ້ນ ແລະ ໄດ້ຮັບຄະແນນສຽງຜູ້ແທນຈຳນວນບໍ່ຫຼາຍ.
ໃນການຜ່າຍແພ້ນີ້ ທ່ານບລູມເບີກ ຈຶ່ງໄດ້ໃຫ້ການຮັບຮອງ ທ່ານ ໄບເດັນ ຢ່າງໄວວາ ໂດຍເອີ້ນ ທ່ານໄບເດັນວ່າ “ເປັນມິດສະຫາຍຂອງຂ້າພະເຈົ້າ ແລະເປັນຄົນອາເມຣິກັນທີ່ດີເລີດ.”
ທ່ານໄບເດັນ ເປັນຜູ້ໄດ້ຮັບໄຊຊະນະຢ່າງໃຫຍ່ ຂອງການປ່ອນບັດເລືອກຕັ້ງໃນວັນ Super Tuesday ຈາກເຂດແຄມຝັ່ງທະເລພາກຕາເວັນອອກໄປເຖິງພາກຕາເວັນຕົກ ໂດຍໄດ້ຊະນະໃນ 10 ລັດ ໃນການສະແດງອອກເຖິງຄວາມເຂັ້ມແຂງຂອງພວກຜູ້ມີສິດອອກສຽງ ທີ່ໄດ້ມອບໃຫ້ແກ່ທ່ານ ຈາກພົນລະເມືອງລັດແມັສຊາຈູແຊັສ ທີ່ມີຫົວເສລີນິຍົມ ຊຶ່ງເປັນລັດບ້ານຢູ່ໃນພາກຕາເວັນອອກສຽງເໜືອ ຂອງຄູ່ແຂ່ງຂອງທ່ານ ຄືສະມາຊິກສະພາສູງ ເອລີຊາເບັດ ວໍເຣັນ ຕະຫຼອດເຖິງ ພວກລັດຢູ່
ທາງພາກໃຕ້ທີ່ມີຫົວອະນຸລັກນິຍົມ ຈົນຮອດລັດເທັກຊັສ ທີ່ຕັ້ງຢູ່ເຂດຊາຍແດນທາງພາກຕາເວັນຕົກສຽງໃຕ້ຂອງປະເທດ.
ເມື່ອບໍ່ເທົ່າໃດອາທິດຜ່ານມານີ້ ການໂຄສະນາຫາສຽງຂອງທ່ານໄບເດັນ ທີ່ຈະສູ້ກັບປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ໃນເດືອນພະຈິກນີ້ ແມ່ນຢູ່ໃນພາວະຍັ່ງຊີບຢູ່ ໂດຍການແຂ່ງຂັນຄັ້ງທຳອິດໃນສາມລັດ ເພື່ອການແຕ່ງຕັ້ງເປັນຜູ້ຕາງໜ້າພັກນັ້ນ ໄດ້ຮັບຜົນທີ່ຂີ້ຮ້າຍຫຼາຍ ໃນເດືອນກຸມພາຜ່ານມາ ຊຶ່ງເປັນໄພຕໍ່ການສິ້ນສຸດການລົງສະໝັກເປັນປະທານາທິບໍດີ ຄັ້ງທີສາມຂອງທ່ານ ທີ່ໄດ້ໃຊ້ເວລາໄລຍະເວລາສາມທົດສະວັດມາແລ້ວ.
ແຕ່ທ່ານໄດ້ຮັບໄຊຊະນະການເລືອກຕັ້ງຂັ້ນຕົ້ນ ຢູ່ທີ່ລັດຄາໂຣໄລນາໃຕ້ ໃນວັນເສົາຜ່ານມານີ້ ໂດຍໄດ້ຮັບການສະໜັບສະໜູນຢ່າງຖ້ວມລົ້ນຈາກພວກມີສິດປ່ອນບັດ ຊາວອາເມຣິກັນເຊື້ອສາຍອາຟຣິກາ ແລະໄດ້ຂະຫຍາຍຖານຜູ້ລົງຄະແນນສຽງຂອງທ່ານອອກໄປ ໃນການປ່ອນບັດເມື່ອວັນອັງຄານຜ່ານມານີ້. ພວກໜ່ວຍເລືອກຕັ້ງທີ່ສຳເລັດການນັບຄະແນນສຽງ ໄດ້ສະແດງໃຫ້ເຫັນວ່າ ທ່ານໄບເດັນ ໄດ້ຮັບການສະໜັບສະໜູນຈາກພວກມີສິດປ່ອນບັດ ຜູ້ທີ່ມີທັດສະນະບໍ່ເຫັນພ້ອມກັບລັດທິສັງຄົມນິຍົມ ຜູ້ທີ່ບໍ່ເຫັນພ້ອມນຳການເຂົ້າມາຄວບຄຸມ ເລື້ອງປະກັນສຸຂະພາບ ຢູ່ໃນສະຫະລັດ ໂດຍລັດຖະບານ ດັ່ງທີ່ທ່ານແຊນເດີສ໌ ໄດ້ເຮັດນັ້ນ ແລະ ພວກມີສິດປ່ອນບັດຜູ້ທີ່ຄຶດວ່າ ທ່ານໄບເດັນ ມີໂອກາດດີທີ່ສຸດ ທີ່ຈະໂຄ່ນລົ້ມປະທານາທິບໍດີ ດໍໂນລ ທຣຳ ໄດ້ ຫຼັງຈາກ ການດຳລົງຕຳແໜ່ງໃນທຳນຽບຂາວ ພຽງນຶ່ງສະໄໝ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
The race for the U.S. Democratic presidential nomination has narrowed to two competitors after Super Tuesday voting — resurgent former Vice President Joe Biden and Vermont Sen. Bernie Sanders, a self-declared democratic socialist long at odds with the party establishment.
The voting across 14 states also forced former New York Mayor Michael Bloomberg out of the contest after he spent a reported $600 million of his own fortune on his campaign but only won the vote in the tiny American Somoa territory in the Pacific, and a handful of delegates.
In defeat, Bloomberg quickly endorsed Biden, calling him "my friend and a great American."
Biden was the big winner in the coast-to-coast voting on Super Tuesday, capturing 10 states in a show of voter strength that extended from liberal Massachusetts, the Northeastern home state of rival Elizabeth Warren, through conservative southern states to Texas on the country's southwestern border.
Less than a week ago, Biden's campaign to take on Republican President Donald Trump in the November national election was on life support, with his poor finishes in the first three party nominating contests in February threatening to end his third run for the presidency that has spanned three decades.
But he won last Saturday's South Carolina primary with resounding support from African American voters, and expanded his base of voters in Tuesday's balloting. Exit polls showed him capturing voters who have an unfavorable view of socialism, who do not favor a government takeover of health insurance in the U.S., as Sanders does, and voters who thought Biden had the best chance of ousting President Donald Trump after a single term in the White House