ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ສັງກັດພັກເດໂມແຄຣັດ ສອງຄົນສຸດທ້າຍທີ່ສຳຄັນຄື ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ກັບ ສະມາຊິກສະພາສູງລັດ ເວີມັອນ ທ່ານ ເບີນີ ແຊນເດີສ໌ ໄດ້ປະເຊີນໜ້າກັນໃນຄືນວັນອາທິດວານນີ້ ໃນການໂຕ້ວາທີທີ່ມີຄວາມກະຕືລືລົ້ນ ກ່ຽວກັບ ຫຼາຍບັນຫາ ໃນຂະນະທີ່ພວກເພິ່ນ ໄດ້ຍົກກໍລະນີທີ່ດີທີ່ສຸດຂຶ້ນມາ ເພື່ອເປັນຜູ້ຖືກສະເໜີຊື່ຕາງໜ້າໃຫ້ພັກ ສຳລັບການແຂ່ງຂັນກັບປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ໃນການເລືອກຕັ້ງແຫ່ງຊາດໃນເດືອນພະຈິກນີ້.
ຜູ້ລົງແຂ່ງຂັນທັງສອງທ່ານໄດ້ໂຈມຕີທ່ານ ທຣຳ ຢ່າງຊ້ຳແລ້ວຊ້ຳອີກ, ດ້ວຍທ່ານ ໄບເດັນ ເອີ້ນທ່ານ ທຣຳ ວ່າ “ເປັນໄພຂົ່ມຂູ່ຕໍ່ປະເທດຊາດໃນປັດຈຸບັນ,” ໃນຂະນະທີ່ທ່ານ ແຊນເດີສ໌ ໄດ້ປະກາດວ່າທ່ານ ທຣຳ ແມ່ນ “ພະຍາດນັກຂີ້ຕົວະ” ທີ່ຄວບຄຸມ “ລັດຖະບານທີ່ສໍ້ໂກງ.”
ທັງສອງທ່ານ ໄດ້ໂຈມຕີທ່ານ ທຣຳ ກ່ຽວກັບ ການຮັບມືກັບການລະບາດຂອງໄວຣັສໂຄໂຣນາໃນ ສະຫະລັດ, ດ້ວຍທ່ານ ແຊນເດີສ໌ ຕຳໜິທ່ານວ່າ “ດູໝິ່ນນັກວິທະນາສາດ” ແລະ ທ່ານ ໄບເດັນ ໄດ້ຖິ້ມໂທດໃສ່ລັດຖະບານ ສຳລັບການປະຕິເສດການນຳເຂົ້າອຸປະກອນທົດລອງ ໃນຕອນຕົ້ນຂອງວິກິດການຈາກຕ່າງປະເທດ ໃນເວລາທີ່ ສະຫະລັດ ມີໂອກາດທີ່ຈະເຮັດແນວນັ້ນ.
ທ່ານ ໄບເດັນ ເວົ້າວ່າ “ມັນຄືກັບການຖືກໂຈມຕີ. ໃນສົງຄາມ, ເຈົ້າຈະເຮັດທຸກຢ່າງທີ່ຈຳເປັນເພື່ອຮັກເບິ່ງແຍງຄົນຂອງເຈົ້າ. ທຸກຢ່າງທີ່ເຈົ້າຕ້ອງການເພື່ອເອົາໃຈໃສ່ໃນວິກິດການນີ້ຈະບໍ່ມີຄ່າໃຊ້ຈ່າຍຫຍັງ. ມັນຈະຖືກຈ່າຍໂດຍຜູ້ເສຍພາສີ ສະຫະລັດ.”
ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານຈະຮຽກຮ້ອງໃຫ້ກອງທັບຮັບມືກັບວິກິດການດັ່ງກ່າວ ໃນຂະນະທີ່ທ່ານ ແຊນເດີສ໌ ໄດ້ຫຼີກລ່ຽງບັນຫານັ້ນ. ແຕ່ກົງກັນຂ້າມ, ທ່ານ ແຊນເດີສ໌ ໄດ້ຕຳໜິວ່າ ທ່ານ ທຣຳ ໄດ້ທຳລາຍການຕອບຮັບຂອງລັດຖະບານ ດ້ວຍການໂຕ້ແຍ້ງສິ່ງທີ່ບັນດາຜູ້ຊ່ຽວຊານຂອງລັດຖະບານ ແລະ ນັກວິທະຍາສາດໄດ້ແນະນຳ.
ທ່ານໄດ້ກ່າວວ່າ “ສິ່ງທີ່ພວກເຮົາຕ້ອງເຮັດແມ່ນໃຫ້ປິດປາກຂອງປະທານາທິບໍດີຄົນນີ້ໄວ້.”
ໂດຍລວມແລ້ວທັງສອງທ່ານແມ່ນໄດ້ເຫັນພ້ອມກັນ ກ່ຽວກັບ ການແຕ່ງຕັ້ງແມ່ຍິງຄົນນຶ່ງເປັນຜູ້ຮ່ວມລົງແຮ່ງຂັນ ເອົາຕຳແໜ່ງຮອງປະທານາທິບໍດີຂອງເຂົາເຈົ້າ. ທ່ານ ໄບເດັນ ເວົ້າວ່າທ່ານຈະເລືອກແມ່ຍິງຢ່າງແນ່ນອນ ແລະ ທ່ານ ແຊນເດີສ໌ ກ່າວວ່າ “ໃນຄວາມເປັນໄປໄດ້ທັງໝົດນັ້ນ” ທ່ານຈະເລືອກເຊັ່ນກັນ, ໂດຍກ່າວວ່າທ່ານອາດຊອກຫາຄົນຜູ້ນຶ່ງ ທີ່ເຫັນພ້ອມກັບນະໂຍບາຍຫົວກ້າວໜ້າຂອງທ່ານ.
ແຕ່ຜູ້ລົງແຂ່ງຂັນສັງກັດພັກເດໂມແຄຣັດທັງສອງທ່ານນັ້ນ ໄດ້ໂຕ້ຖຽງກັນ ກ່ຽວກັບ ການທີ່ຈະຕໍ່ສູ້ກັບທ່ານ ທຣຳ, ເຊິ່ງແມ່ນເຈົ້າພໍ່ດ້ານອະສັງຫາລິມະຊັບຂອງນະຄອນ ນິວຢອກ ແລະ ເປັນນັກການເມືອງມືໃໝ່ ຜູ້ທີ່ໄດ້ຮັບໄຊຊະນະຢ່າງບໍ່ຄາດຄິດໃນການເລືອກຕັ້ງປີ 2016 ເພື່ອກາຍເປັນປະທານາທິບໍດີຄົນທີ 45 ຂອງປະເທດ.