ບັນດາເຈົ້າໜ້າທີ່ຂອງລັດຖະບານປະທານາທິບໍດີໂຈ ໄບເດັນ ຍັງສືບຕໍ່ຢືນຢັດວ່າ ນະໂຍບາຍຂອງສະຫະລັດຕໍ່ໄຕ້ຫວັນ ບໍ່ມີຫຍັງປ່ຽນແປງ ແຕ່ທ່ານປະທານາທິບໍດີເອງໄດ້ກ່າວຢ້ຳໃນຄຳເວົ້າທີ່ວ່າ ສະຫະລັດຈະປ້ອງກັນເກາະດອນທີ່ປົກຄອງຕົນເອງດັ່ງກ່າວ ໃນກໍລະນີທີ່ຖືກໂຈມຕີຈາກຈີນ ຊຶ່ງການຄ້ຳປະກັນເຫຼົ່ານັ້ນແມ່ນຍາກສຳລັບຫຼາຍໆຄົນທີ່ຈະຮັບເອົາໄດ້.
ໃນການໃຫ້ສຳພາດ ແກ່ລາຍການ “60 ນາທີ” ຂອງອົງການຂ່າວ CBS ເມື່ອຄືນວັນອາທິດແລ້ວນີ້ ປະທານາທິບໍດີໄບເດັນ ນັບເປັນເທື່ອທີສີ່ ຕັ້ງແຕ່ໄດ້ເຂົ້າຮັບຕຳແໜ່ງໃນປີ 2021 ເປັນຕົ້ນມາ ກ່າວວ່າ ສະຫະລັດຈະຕອບໂຕ້ທາງທະຫການ ຕໍ່ການພະຍາຍາມຂອງຈີນ ທີ່ຈະເຂົ້າຢຶດເອົາເກາະໄຕ້ຫວັນດ້ວຍກຳລັງ.
ຈີນກ່າວອ້າງວ່າ ໄຕ້ຫວັນເປັນດິນແດນສ່ວນນຶ່ງຂອງຕົນ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ຖືເອົາ “ການຮວມປະເທດ” ຂອງເກາະດັ່ງກ່າວ ກັບຈີນແຜ່ນດິນໃຫຍ່ ເປັນເປົ້າໝາຍສຳຄັນສຳລັບລັດຖະບານຂອງທ່ານ. ຈີນຢືນຢັດວ່າໄຕ້ຫວັນເປັນສ່ວນຂອງຈີນ ທັງໆທີ່ຄວາມຈິງແລ້ວ ເກາະດັ່ງກ່າວໄດ້ປົກຄອງຕົນເອງມາຕັ້ງແຕ່ປີ 1945.
ນັບເປັນເວລາຫຼາຍທົດສະວັດມາແລ້ວ ສະຫະລັດແມ່ນພະຍາຍາມສືບຕໍ່ດຳເນີນການໃນທິດທາງຂອງ “ຍຸດທະສາດແຫ່ງຄວາມຄຸມເຄືອ” ກ່ຽວກັບໄຕ້ຫວັນ. ຄວາມສຳພັນລະຫວ່າງວໍຊິງຕັນແລະໄທເປ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບແລະສະຫະລັດ ນັບເປັນເວລາຫຼາຍປີມາແລ້ວ ໄດ້ຂາຍອຸບປະກອນທາງທະຫານໃຫ້ແກ່ລັດຖະບານໄຕ້ຫວັນ. ໃນຂະນະດຽວກັນ ລັດຖະບານຂອງສະຫະລັດຕິດຕໍ່ກັນມາ ຕ່າງກໍກ່າວວ່າ ຕົນເຫັນພ້ອມ ກັບ “ນະໂຍບາຍຈີນດຽວ” ໂດຍເຕືອນວ່າ ການບໍ່ເຫັນພ້ອມໃດໆກໍຕາມ ລະຫວ່າງໄຕ້ຫວັນກັບຈີນ ຕ້ອງໄດ້ຮັບການແກ້ໄຂໂດຍປາສະຈາກການໃຊ້ກຳລັງ.
ກ່ອນໜ້ານີ້ ບັນດາປະທານາທິບໍດີຂອງສະຫະລັດ ໄດ້ພະຍາຍາມທີ່ຈະສ້າງຄວາມບໍ່ແນ່ນອນກ່ຽວກັບວ່າ ສະຫະລັດຈະຕອບໂຕ້ແບບໃດ ໃນການປະຕິບັດງານທາງທະຫານຂອງຈີນຕໍ່ໄຕ້ຫວັນ ໂດຍປາສະຈາກການເວົ້າເຖິງພັນທະທີ່ແນ່ນອນໃດໆ.
ໃນການໃຫ້ສຳພາດເມື່ອວັນອາທິດແລ້ວນີ້ ແມ່ນຫຍັງທີ່ປະທານປະເທດຈີນທ່ານສີ ຈິ້ນຜິງ ຄວນເຂົ້າໃຈ ກ່ຽວກັບການໃຫ້ຄວາມໝັ້ນໝາຍ ຂອງສະຫະລັດຕໍ່ໄຕ້ຫວັນ, ປະທານາທິບໍດີໄບເດັນ ກ່າວວ່າ “ພວກເຮົາເຫັນພ້ອມກັບສິ່ງທີ່ພວກເຮົາໄດ້ລົງນາມໄປແລ້ວ. ແລະນັ້ນແມ່ນ ນະໂຍບາຍ “ຈີນດຽວ” ແລະໄຕ້ຫວັນຊັ່ງຊາຕີລາຄາເອງ ກ່ຽວກັບຄວາມເປັນເອກກະລາດຂອງເຂົາເຈົ້າ. ພວກເຮົາຈະບໍ່ດຳເນີນການຫຍັງ - ພວກເຮົາບໍ່ໄດ້ຊຸກຍູ້ ພວກເຂົາເຈົ້າແມ່ນເປັນເອກກະລາດ. ມັນແມ່ນການຕັດສິນໃຈຂອງພວກເຂົາເຈົ້າ.”
ແຕ່ຜູ້ສຳພາດ ສກັອດ ແພລລີ ຖາມຕື່ມວ່າ “ແຕ່ກຳລັງສະຫະລັດຈະປ້ອງກັນເກາະດັ່ງກ່າວບໍ?”
ປະທານາທິບໍດີໄບເດັນກ່າວຕອບວ່າ “ຖືກຕ້ອງ ຖ້າຫາກຄວາມຈິງແລ້ວມັນເປັນການໂຈມຕີແບບທີ່ບໍ່ເຄີຍມີມາກ່ອນ.”