ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ່​ເມືອງ​ແຊ​ລ​ມາ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວວ່າ ສິດ​ທິ​​ໃນການ​ປ່ອນ​ບັດ ຍັງ​ຖືກ​ໂຈມ​ຕີ


ປະ​ທາ​ນາ​ທິບ​ໍດີ ໂຈ ໄບເດັນ ກ່າວຢ​ູ່​ຂົວ​ເອດ​ມັນ ປີ​ເຕີ​ສ ໃນ​ເມືອງ​ແຊ​ລ​ມາ ລັດ​ອາ​ລາ​ບາ​ມາ ວັນ​ທີ 5 ກຸມ​ພາ 2023 ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 58 ປີ ວັນ​ອາ​ທິດນອງ​ເລືອດ ທີີ່​ເປັນ​ຂີດ​ໝາຍ ການ​ເຄື່ອນ​ໄຫວ​ສິດ​ທິ​ພົນ​ລະ​ເຮືອນ
ປະ​ທາ​ນາ​ທິບ​ໍດີ ໂຈ ໄບເດັນ ກ່າວຢ​ູ່​ຂົວ​ເອດ​ມັນ ປີ​ເຕີ​ສ ໃນ​ເມືອງ​ແຊ​ລ​ມາ ລັດ​ອາ​ລາ​ບາ​ມາ ວັນ​ທີ 5 ກຸມ​ພາ 2023 ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 58 ປີ ວັນ​ອາ​ທິດນອງ​ເລືອດ ທີີ່​ເປັນ​ຂີດ​ໝາຍ ການ​ເຄື່ອນ​ໄຫວ​ສິດ​ທິ​ພົນ​ລະ​ເຮືອນ

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກຳ​ລັງ​ໃຊ້​ຄວາມ​ຊົງ​ຈຳ ກ່ຽວ​ກັບ “ວັນອ​າ​ທິດ​ທີ່ນອງ​ເລືອດ” ​ຂອງ​ປີ 1965 ໃນ​ເມືອງ​ແຊ​ລ​ມາ ລັດ​ອາ​ລາ​ບາ​ມາ ເພື່ອໃຫ້​ຄຳ​ໝັ້ນໝາຍອີກ​ເທື່ອ​ນຶ່ງ ​ທີ່​ຈະຮັກ​ສາສິດ​ທິ​ໃນການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງອີງ​ຕາມ​ລາຍ​ງານຂອງ​ອົງ​ການ​ຂ່າວ​ເອ​ພີ.

ປະ​ທາ​ນາ​ທິ​ບໍ​ດີແມ່ນ​ຜູ້​ນຶ່ງ ​ທີ່ຮວ​ມ​ຢູ່​ໃນ​ບັນ​ດາ​ຜູ້​ລະ​ນຶກ​ເຖິງວັນຄົບ​ຮອບ​ການ​ໂຈມ​ຕີ​ທີ່​ໂຫດ​ຮ້າຍ ໂດຍ​ພວກ​ເຈົ້າ​ໜ້າ​ທີ່ໃນວັນ​ອາ​ທິດ​ວານນີ້ ​ຕໍ່​ການປະ​ທ້ວງ​ທີ່ສະ​ໜັບ​ສະ​ໜຸນສິ​ດ​ທິ​ພົນ​ລະ​ເຮືອນ ​ແບບ​ສະ​ຫງົບ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພາ​ກັນ​ເດີນຂະ​ບວນ​ໄປ​ຕາ​ມ​ຖະ​ໜົນ ຂ້າມຂົວ​ຂອງ​ເມືອງເອດ​ມັນ ເປ​ເຕີ​ສ (Edmund Pettus). ຢູ່​ໃນ​ຄຳປາ​ໄສຂອງ​ທ່ານ​ນັ້ນ ທ່ານ​ໄບ​ເດັນ​ກ່າວ​ວ່າ “ຢູ່​ເທິງ​ຂົວ​ແຫ່ງ​ນີ້ ເລືອດ​ໄດ້ຖືກມອບ​ໃຫ້​ເພື່ອຊ່ວຍ​ແລກ​ເອົາ​ຈິດວິນ​ຍານ​ຂອງອາ​ເມ​ຣິ​ກາຄື​ນ​ມາ​.” ໃນ​ຂະ​ນະ​ທີ່ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ​ບໍ່ມີ​ຄວາມ​ສາ​ມາດທີ່​ຈະ​ຊຸກ​ຍູ້ ເພື່ອ​ຊ່ວຍ​ປ້ອງ​ກັນ​ການ​ປ່ອນ​ບັດ​ໂດຍຜ່ານ​ລັດ​ຖະ​ສະ​ພາ ແລະ​ສານ​ສູງ​ສຸດ​ທີ່ຄວບ​ຄຸມ​ໂດຍ​ພວກ​ນິ​ຍົມ​ແນວ​ທາງ​ເດີມ ​ທີ່ໄດ້​ບ່ອນ​ທຳ​ລາຍກົດ​ໝາຍ​ກົດ​ໝາຍ​ການ​ປ່ອນ​ບັດ​ທີ່​ມີ​ຄວາມ​ສຳ​ຄັນ​ຄັ້ງ​ປະ​ຫວັດ​ສາດ.

President Joe Biden is using the searing memories of 1965's "Bloody Sunday" in Selma, Alabama, to recommit to securing voting rights. The president was among those commemorating Sunday's anniversary of the brutal attack by authorities on peaceful civil rights demonstrators as they marched along the city's Edmund Pettus Bridge. In his remarks, Biden said, "On this bridge, blood was given to help redeem the soul of America." As president Biden has been unable to push enhanced voting protections through Congress, and a conservative Supreme Court has undermined a landmark voting law.

XS
SM
MD
LG