ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທາ່ນໄບເດັນ ເລືອກເອົາລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ່ສະໜັບສະໜຸນ ການເປັນພັນທະມິດນາໆຊາດ ຢ່າງແຂງຂັນ


ໃນວັນທີ 20 ມິຖຸນາ 2016, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ເຂົ້າຮ່ວມໃນພິທີການໄດ້ຮັບສັນຊາດ ໃນວັນອົບພະຍົບໂລກ ຢູ່ຫໍພິພິດທະພັນ ໂຮໂລຄອສຕ໌ ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ.
ໃນວັນທີ 20 ມິຖຸນາ 2016, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ເຂົ້າຮ່ວມໃນພິທີການໄດ້ຮັບສັນຊາດ ໃນວັນອົບພະຍົບໂລກ ຢູ່ຫໍພິພິດທະພັນ ໂຮໂລຄອສຕ໌ ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ.

ທ່ານແອນໂທນີ ບລິງເກັນ ຜູ້ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ມີປະ ສົບການດ້ານນະໂຍບາຍການຕ່າງປະເທດມາຫຼາຍທົດສະວັດ ແລະເປັນທີ່ຮູຈັກກັນດີສຳລັບການສະໜັບສະໜຸນຢ່າງແຂງຂັນຂອງທ່ານ ຕໍ່ການເປັນພັນທະມິດຂອງນານາຊາດ ແລະສິດທິມະນຸດ.

ທ່ານບລິງເກັນ ມີສາຍສຳພັນທີ່ໃກ້ຊິດກັບທ່ານໄບເດັນ ແລະໃນຂະນະທີ່ທ່ານບໍ່ແມ່ນຜູ້ທີ່ມີຊື່ສຽງ ທ່ານກໍໄດ້ດຳລົງຕຳແໜ່ງທີ່ສຳຄັນ ດ້ານນະໂຍບາຍການຕ່າງ ປະເທດ ໃນຄະນະລັດຖະບານຂອງທ່ານຄລິນຕັນແລະທ່ານໂອບາມາ.

ຖ້າໄດ້ຮັບການຢືນຢັນໂດຍສະພາສູງສະຫະລັດ ທ່ານຈະກາຍເປັນໂສມໜ້າດ້ານການທູດຂອງສະຫະລັດ ແລະຈະເປັນແຮງນຳພາໃນຄວາມພະຍາຍາມທີ່ຈະປັບປ່ຽນຮູບຮ່າງ ກຸ່ມພັນທະມິດຂອງສະຫະລັດໃນລັດຖະບານທ່ານໄບເດັນຫຼັງຈາກ ໄລຍະສີ່ປີ ທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ຕັ້ງຄຳຖາມຫຼາຍປະການ ຕໍ່ບັນ ດາພັນທະມິດທີ່ຍາວນານຂອງສະຫະລັດ.

ອີງຕາມລາຍງານຂ່າວຫຼາຍແຫ່ງ ທ່ານບລິງເກັນເຫັນດີນຳທ່ານໄບເດັນ ກ່ຽວກັບຄວາມຈຳເປັນທີ່ໃຫ້ສະຫະລັດມີບົດບາດເປັນຜູ້ນຳອີກຄັ້ງນຶ່ງໃນເລື້ອງກິດຈະການຂອງໂລກ ອັນເປັນການປ່ຽນຈາກຄຳຂວັນທີ່ວ່າ “ອາເມຣິກາ ມາກ່ອນໝູ່ ຫຼື America First” ຂອງທ່ານທຣໍາ ນັ້ນ ທີ່ໃນບາງຄັ້ງບາງຄາວ ເຮັດໃຫ້ສະຫະ ລັດ ຢູ່ໃນທ່າທີບໍ່ເຂົ້າກັບກຸ່ມ ພັນທະມິດຕາເວັນຕົກທີ່ຍາວນານທັງຫຼາຍ.

ບັນດາຜູ່ຊ່ວຍທັງຫຼາຍກ່າວວ່າ ທ່ານບລິງເກັນ ໄດ້ຊ່ອຍທ່ານໄບເດັນ ກຳນົດຍຸດທະສາດລະຫວ່າງປະເທດ ໃຫ້ແກ່ສະຫະລັດ ທີ່ປະກອບດ້ວຍ ການພົວພັນຫາ ບັນດາພັນທະມິດ ທີ່ໄດ້ຮັບການຕ້ອງຕິຈາກທ່ານທຣຳ ໄດ້ຢ່າງວ່ອງໄວ.

ທ່ານບລິງເກັນ ໄດ້ກ່າວຕໍ່ອົງການຂ່າວເອພີ ໃນເດືອນກັນຍາ ວ່າ “ປະຊາທິປະ ໄຕ ແມ່ນຢູ່ໃນທ່າທົດຖອຍຢູ່ທົ່ວໂລກ ແລະເປັນທີ່ໜ້າເສຍດາຍ ມັນຍັງຢູ່ໃນທ່າທົດຖອຍ ຢູ່ໃນປະເທດ ຍ້ອນປະທານາທິບໍດີ ເອົາໄມ້ ສອງຄູນສີ່ທັບມ້າງສະຖາບັນຂອງຕົນ ຄຸນນະທຳຂອງມັນ ແລະພວກປະຊາຊົນທົ່ວໄປຂອງມັນ.”

ທ່ານກ່າວຕື່ມວ່າ “ເພື່ອນມິດຂອງພວກເຮົາຮູ້ດີວ່າ ທ່ານໂຈ ໄບເດັນ ຮູ້ວ່າພວກ ເຂົາແມ່ນໃຜ. ພວກຝ່າຍສັດຕູຂອງພວກເຮົາ ກໍຮູ້ເຊັ່ນກັນ. ອັນນັ້ນ ເປັນຄວາມແຕກຕ່າງ ທີ່ຈະໄດ້ຮູ້ສຶກໃນວັນທຳອິດ ຫຼື Day One.”

ທ່ານບລິງເກັນ ໄດ້ຮຽນຈົບຈາກມັດທະຍົມປາຍ ຢູ່ນະຄອນຫຼວງປາຣີ ຂອງຝຣັ່ງ ແລະເປັນຜູ້ສະໜັບສະໜຸນອົງການເນໂຕ້ຢ່າງແຂງຂັນ ແລະກຸ່ມພັນທະມິດອື່ນໆ ແລະ ສະຖາບັນຫຼາຍຝ່າຍຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG