ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໖ ກຸມພາ ໒໐໒໕

ພະນັກງານຂອງ ທ່ານ ໄບເດັນ ກ່າວກ່ຽວກັບການຕັດສິນໃຈຂອງທ່ານໃນວັນອາທິດວານນີ້ ພຽງນຶ່ງນາທີ ກ່ອນປະຊາຊົນຮັບຮູ້


ທ້າວ ຮິວຈ໌ ຄີບ (Hugh Kieve), ອາຍຸ 10 ປີ, ຈາກວໍຊິງຕັນ, ຢືນຖືປ້າຍຢູ່ດ້ານນອກຂອງທໍານຽບຂາວໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ກໍລະກົດ 2024, ໃນລະຫວ່າງທີ່ຄອບຄົວຂອງລາວ ອອກມາສະແດງການສະໜັບສະໜູນຕໍ່ປະທານາທິບໍດີ ໂຈ ໄບເດັນ.
ທ້າວ ຮິວຈ໌ ຄີບ (Hugh Kieve), ອາຍຸ 10 ປີ, ຈາກວໍຊິງຕັນ, ຢືນຖືປ້າຍຢູ່ດ້ານນອກຂອງທໍານຽບຂາວໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ກໍລະກົດ 2024, ໃນລະຫວ່າງທີ່ຄອບຄົວຂອງລາວ ອອກມາສະແດງການສະໜັບສະໜູນຕໍ່ປະທານາທິບໍດີ ໂຈ ໄບເດັນ.

ພະນັກງານອາວຸໂສຂອງປະທານາທິບໍດີ ໂຈ ໄບເດັນ ໄດ້ອອກມາແຈ້ງການໃນວັນອາທິດວານນີ້ວ່າ ທ່ານ ໄບເດັນ ກໍາລັງກ້າວອອກຈາກການແຂ່ງຂັນເລືອກຕັ້ງປະທານາທິບໍດີປີ 2024, ຂໍ້ຄວາມດັ່ງກ່າວໄດ້ຖືກເປີດເຜີຍຕໍ່ສາທາລະນະໃນເວລາ 1:46 ໂມງ ຕາມເວລາຢູ່ໃນທ້ອງຖິ່ນ.

ມັນບໍ່ເຄີຍມີຢູ່ໃນຄວາມຕັ້ງໃຈຂອງ ທ່ານ ໄບເດັນ ເລີຍ ທີ່ຈະອອກຈາກການແຂ່ງຂັນດັ່ງກ່າວ, ຈົນເຖິງວັນອາທິດວານນີ້ ທີ່ທ່ານໄດ້ຕັດສິນໃຈຄັ້ງສຸດທ້າຍທີ່ທ່ານຈະກ້າວອອກຈາກການແຂ່ງຂັນ.

ການໂຄສະນາຫາສຽງຂອງທ່ານ ແມ່ນກໍາລັງວາງແຜນການລະດົມທຶນ ແລະກິດຈະກໍາຕ່າງໆ ພ້ອມທັງກໍານົດການເດີນທາງໃນອີກບໍ່ເທົ່າໃດອາທິດຂ້າງໜ້ານີ້. ​ແຕ່, ເຖິງ​ແມ່ນ​ ​ທ່ານ ໄບເດັນ ​ຈະຖືກຢັ້ງຢືນ ແລະຢືນຢັນ​ວ່າ ​ທ່ານ​ຈະຍັງ​ຢູ່​ໃນ​ການ​ແຂ່ງຂັນກໍຕາມ, ທ່ານກໍ​ໄດ້​ຄິດ​ຢ່າງ​ງຽບໆ​ກ່ຽວ​ກັບ​ບັນຫາຕ່າງໆ​ໃນຊ່ວງ​ສອງ​ສາມ​ອາທິດທີ່​ຜ່ານ​ມາ, ​ໃນຊ່ວງ​ເວລາ​ສາມ​ປີ​ທີ່​ທ່ານ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ ​ແລະ​ໃນ​ຂອບ​ເຂດກ​ານດໍາເນີນ​ງານທາງ​ການ​ເມືອງເປັນເວລາ​ເຄິ່ງ​ສັດຕະວັດ​ຂອງ​ທ່ານ.

ໃນທີ່ສຸດ, ມັນກໍແມ່ນການຕັດສິນໃຈຂອງທ່ານປະທານາທິບໍດີພຽງຄົນດຽວ, ແລະທ່ານກໍໄດ້ຕັດສິນໃຈກ່ຽວກັບເລື້ອງນີ້ແບບງຽບໆຈາກເຮືອນພັກຕາກອາກາດຂອງທ່ານໃນເມືອງ ເຣີໂຮບົດທ໌ ບີດຈ໌, ລັດເດລາແວ, ພ້ອມດ້ວຍອາການປ່ວຍດ້ວຍພະຍາດ COVID-19, ເຊິ່ງສະຕີໝາຍເລກນຶ່ງກໍຢູ່ກັບທ່ານ ໃນຂະນະທີ່ທ່ານກ່າວປາໄສກັບຄົນກຸ່ມນ້ອຍໆກຸ່ມນຶ່ງທີ່ນັ່ງຢູ່ອ້ອມຮອບທ່ານ ບັນດາຜູ້ຄົນທີ່ເຮັດວຽກຮ່ວມກັບທ່ານມາເປັນເວລາຫຼາຍທົດສະວັດ.

ສະມາຊິກສະພາສູງ ທ່ານ ຄຣິສ ຄູນສ໌ ດີ-ເດລ (Chris Coons, D-Del), ຜູ້ທີ່ເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງປະທານາທິບໍດີຢູ່ໃນສະພາ, ເຊິ່ງໄດ້ໂອ້ລົມກັບທ່ານໃນວັນອາທິດວານນີ້ ກ່າວຕໍ່ອົງການຂ່າວ AP ວ່າ “ນີ້ ຕ້ອງແມ່ນນຶ່ງໃນການຕັດສິນໃຈທີ່ຍາກທີ່ສຸດທີ່ທ່ານເຄີຍມີມາ. ຂ້າພະເຈົ້າຮູ້ວ່າ ທ່ານຍັງຄົງຕ້ອງການທີ່ຈະສືບຕໍ່ດໍາເນີນການຕໍ່ສູ້ ແລະສະແດງໃຫ້ເຫັນວ່າ ທ່ານສາມາດເອົາຊະນະ ທ່ານ ດໍໂນລ ທຣໍາ ໄດ້ອີກຄັ້ງນຶ່ງກໍຕາມ, ແຕ່ຍ້ອນວ່າທ່ານໄດ້ຍິນຫຼາຍສິ່ງຫຼາຍຢ່າງເຂົ້າມາເພີ້ມຂຶ້ນ, ຂ້າພະເຈົ້າຄິດວ່າ ທ່ານກໍາລັງຕັດສິນໃຈຍາກຫຼາຍຕໍ່ສິ່ງທີ່ດີທີ່ສຸດສໍາລັບປະເທດຂອງພວກເຮົາ.”

ຂ່າວດັ່ງກ່າວມານີ້ ແມ່ນອີງໃສ່ການສໍາພາດກັບຫຼາຍສິບຄົນ ຜູ້ທີ່ຮູ້ກ່ຽວກັບແນວຄິດຂອງທ່ານປະທານາທິບໍດີໃນຊ່ວງບໍ່ເທົ່າໃດອາທິດຜ່ານມານີ້, ພຽງເວລາບໍ່ເທົ່າໃດມື້ ແລະບໍ່ເທົ່າໃດຊົ່ວໂມງທີ່ທ່ານໄດ້ຕັດສິນໃຈ. ພວກ​ເຂົາ​ເຈົ້າ ໄດ້ໂອ້​ລົມ​ກັບ​ອົງການ​ຂ່າວ AP ໃນ​ເງື່ອນ​ໄຂ​ທີ່​ບໍ່​ເປີດ​ເຜີຍ​ຊື່ ເນື່ອງຈາກເປັນການສົນທະນາແບບສ່ວນໂຕ​.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG