ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຳ​ເຫັນ​ຂອງ​ທ່ານ ໄບ​ເດັນ ກ່ຽວ​ກັບ ບົດ​ບາດ​ຂອງ​ກຸ່ມ​ຕາ​ລີ​ບານ ໃນ​ການ​ເອົາ​ຊະ​ນະ​ກຸ່ມ ອາ​ລ​-ໄກ​ດາ ກໍ່​ໃຫ້​ເກີດ​ຂໍ້​ໂ​ຕ້​ຖຽງ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ຢູ່​ຫ້ອງ ຣູ​ເຊີ​ແວັ​ລ​ທ໌​ ຂອງທຳ​ນຽບ​ຂາວ, 30 ມິ​ຖຸ​ນາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ຢູ່​ຫ້ອງ ຣູ​ເຊີ​ແວັ​ລ​ທ໌​ ຂອງທຳ​ນຽບ​ຂາວ, 30 ມິ​ຖຸ​ນາ 2023.

ເກືອບ​ສອງ​ປີຫຼັງ​ຈາກ​ການ​ຖອນ​ຕົວ​ຢ່າງ​ສັບ​ສົນ​ວຸ້ນ​ວາຍ​ຂອງກອງ​ທັບ ອາ​ເມ​ຣິ​ກັນ ອອກ​ຈາກ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ, ຄຳ​ຖະ​ແຫຼງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ທີ່​ວ່າກຸ່ມ ຕາ​ລີ​ບານ ໄດ້​ຊ່ວຍ​ເຫຼືອ ສະ​ຫະ​ລັດ ໃນ​ການ​ຂັບ​ໄລ່​ກຸ່ມ ອາ​ລ-ໄກ​ດາ ອອກ​ຈາກ​ປະ​ເທດ ​ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ​ນັ້ນ ແມ່ນ​ໄດ້​ກໍ່​ໃຫ້​ເກີດ​ການໂຕ້​ຖຽງ​ກັນ​ອີກ​ຄັ້ງ​ນຶ່ງ ກ່ຽວ​ກັບ ການ​ມີ​ໜ້າ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​ທີ່​ນັ້ນແລະ ຂໍ້​ຕົກ​ລົງ​ທີ່​ໄດ້​ສິ້ນ​ສຸດ​ສົງ​ຄາມ ອັ​ຟ​ກາ​ນິ​ສ​ຖານ.

ທ່ານ ໄບ​ເດັນ ໄດ້​ກ່າວ​ເມື່ອ​ວັນ​ສຸກ​ທີ່​ຜ່າ​ນ​ມາ​ວ່າ “ຈື່​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ ກ່ຽວ​ກັບ ອັ​ຟ​ກາ​ນິ​ສ​ຖານ ບໍ່? ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ວ່າ ກຸ່ມ ອາ​ລ-ໄກ​ດາ ຈະ​ບໍ່​ຢູ່​ທີ່​ນັ້ນ. ຂ້າ​ພະ​ເຂົ້າ​ໄດ້​ກ່າວ​ວ່າ​ພວກ​ເຂົາ​ຈະ​ບໍ່​ຢູ່​ທີ່​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ວ່າ​ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ກຸ່​ມ​ຕາ​ລີ​ບານ. ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ລະ​ບາດນີ້? ມັນ​ເກີດ​ຫຍັງ​ຂຶ້ນ? ອ່ານ​ຂ່າວ​ຂອງ​ພວກ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຖືກ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ໃຫ້​ຄຳ​ເຫັນ​ໃນ​ການ​ຕອບ​ຕໍ່​ຄຳ​ຖາມ ກ່ຽວ​ກັບ ລາຍ​ງານ​ເມື່ອບໍ່​ດົນ​ມານີ້​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ໄດ້​ກ່າວ​ຢ້ຳ​ຂໍ້​ບົກ​ຜ່ອງ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ແລະ ທ່ານ ໄບ​ເດັນ ດັ່ງ​ກັບ​ຜູ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ຕໍ່​ການ​ຖອນ​ຕົວ​ທີ່​ວຸ້ນ​ວາຍ​ຂອງກອງ​ທັບ ສະ​ຫະ​ລັດ ໃນ​ເດືອນ​ສິງ​ຫາ 2021.

ຄຳ​ເວົ້າ​ຂອງ​ທ່ານ ໄບ​ເດັນ ໄດ້​ກໍ່​ໃຫ້​ເກີດ​ຂໍ້ໂຕ້​ຖຽງ​ໃນ​ທັນ​ທີ. ອະ​ດີດ​ຫົວ​ໜ້າ​ການ​ສືບ​ລັບ ອັ​ຟ​ກາ​ນິ​ສ​ຖານ ໄດ້​ອ້າງ​ມັນ​ເຖິງ​ການ​ຕຳ​ໜິ​ວິ​ຈານ​ຈານທີ່​ຖືກ​ຢ້ຳ​ມາ​ດົນ​ນານ​ຕໍ່​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ 2020 ລະ​ຫວ່າງ​ອະ​ດີດ​ລັດ​ຖະ​ບານ​ຂອງ​ທ່ານ ທ​ຣຳ ກັບກຸ່ມ​ຕາ​ລີ​ບານ ທີ່​ໄດ້​ສິ້ນ​ສຸດ​ສົງ​ຄາມ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG