ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດດ້ານດິນຟ້າອາກາດ ຂອງທ່ານໄບເດັນ ກໍາລັງຈະເດີນທາງໄປເຈລະຈາ ກັບຈີນ ແລະ ເກົາຫຼີໃຕ້


ທ່ານຈອນ ແຄຣີ ທຸດພິເສດດ້ານດິນຟ້າອາກາດຂອງສະຫະລັດ (ຊ້າຍ) ກຳລັງອອກມາຈາກກະຊວງການເງິນ ຫຼັງຈາກທີ່ໄດ້ພົບປະກັບ ລັດຖະມົນຕີກະຊວງການເງິນຂອງອິນເດຍ ທ່ານ ເນຍມາລາ ສິດທາຣາມານ (Nirmala Sitharaman) ໃນນະຄອນຫຼວງ ນິວ ເດລີ ເມື່ອວັນທີ 6 ເມສາ 2021.
ທ່ານຈອນ ແຄຣີ ທຸດພິເສດດ້ານດິນຟ້າອາກາດຂອງສະຫະລັດ (ຊ້າຍ) ກຳລັງອອກມາຈາກກະຊວງການເງິນ ຫຼັງຈາກທີ່ໄດ້ພົບປະກັບ ລັດຖະມົນຕີກະຊວງການເງິນຂອງອິນເດຍ ທ່ານ ເນຍມາລາ ສິດທາຣາມານ (Nirmala Sitharaman) ໃນນະຄອນຫຼວງ ນິວ ເດລີ ເມື່ອວັນທີ 6 ເມສາ 2021.

ທູດພິເສດດ້ານດິນຟ້າອາກາດຂອງສະຫະລັດ ທ່ານຈອນ ແຄຣີ ຈະເດີນທາງໄປຈີນໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບຄວາມພະຍາຍາມຂອງນາໆຊາດ ໃນການຮັບມືກັບພາວະໂລກຮ້ອນ ໂດຍການຫາທາງທີ່ຈະກົດດັນບັນດາຄູ່ຕຳແໜ່ງຂອງທ່ານ ໃຫ້ຕັ້ງເປົ້າໝາຍທີ່ທະເຍີທະຍານໃນການຫລຸດຜ່ອນປ່ອຍອາຍແກັສຄວັນພິດ ເຖິງແມ່ນວ່າຈະມີສາຍສຳພັນທີ່ເຄັ່ງຕຶງລະຫວ່າງສະຫະລັດກັບຈີນ ກໍຕາມ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ທ່ານແຄຣີ ຈະເດີນທາງໄປນະຄອນຊຽງໄຮ ແລະ ນະຄອນຫຼວງໂຊລຂອງເກົາຫຼີໃຕ້ ເພື່ອເຈລະຈາ ໃນວັນພຸດມື້ນີ້ ຈົນຮອດວັນເສົາ ກ່ອນໜ້າທີ່ປະທານາທິບໍດີ ໂຈ ໄບເດັນ ຈະເຂົ້າຮ່ວມກອງປະຊຸມສຸດຍອດທາງອອນໄລກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກັບບັນດາຜູ້ນຳຂອງໂລກ ໃນອາທິດໜ້າ.

ທ່ານແຄຣີ ຈະ “ປຶກສາຫາລືກ່ຽວກັບການຍົກລະດັບຄວາມທະເຍີທະຍານເລື້ອງດິນຟ້າອາກາດ” ໃນລະຫວ່າງການເດີນທາງຢ້ຽມຢາມຂອງທ່ານນັ້ນ, ອີງຕາມກະຊວງການຕ່າງປະເທດ.

ແຫລ່ງຂ່າວທີ່ຮູ້ຈັກດີກ່ຽວກັບແຜນການຕ່າງໆ ໄດ້ກ່າວວ່າ ທ່ານແຄຣີ ມີກຳນົດຈະເດີນທາງໄປຮອດນະຄອນຊຽງໄຮ ໃນຕອນແລງວັນພຸດມື້ນີ້ ແລະຈະຈັດກອງປະຊຸມໃນວັນພະຫັດ ແລະວັນສຸກ.

ການເດີນທາງຂອງທ່ານແຄຣີ ມີຂຶ້ນຫຼັງຈາກໄດ້ມີກອງປະຊຸມສຸດຍອດກ່ອນໜ້ານີ້ ຢູ່ໃນລັດອາລາສກາ ລະຫວ່າງບັນດາເຈົ້າໜ້າທີ່ຂອງສະຫະລັດ ກັບຈີນ ທີ່ນຳໄປສູ່ການພົວພັນກັນຢ່າງເຄັ່ງຮ້ອນຊຶ່ງສະແດງໃຫ້ເຫັນເຖິງຄວາມເຄັ່ງຕຶງທີ່ເລິກເຊິ່ງລະຫວ່າງສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ ໃນຊ່ວງການເລີ້ມຕົ້ນດຳລົງຕຳແໜ່ງຂອງທ່ານໄບເດັນ.

“ທ່ານຈະເພັ່ງເລັງໃສ່ການປຶກສາຫາລືດ້ານສະພາບດິນຟ້າອາກາດ ແລະວິທີໃດທີ່ພວກເຮົາຈະສາມາດເຮັດວຽກກັບບັນດາຜູ້ນຳໃນທົ່ວຂົງເຂດເພື່ອທີ່ຈະຄວບຄຸມວິກິດການດ້ານສະພາບດິນຟ້າອາກາດໄດ້” ນັ້ນຄືຄໍາເວົ້າຂອງໂຄສົກທຳນຽບຂາວ ທ່ານນາງເຈັນ ຊັກກີ ໄດ້ກ່າວເມື່ອວັນຈັນຜ່ານມານີ້ ກ່ຽວກັບທ່ານແຄຣີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG