ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ລັດຖະບານທ່ານ ໄບເດັນ ໄດ້ຖອນ 8 ໃບອະນຸຍາດໃນປີ 2024 ສໍາລັບບໍລິສັດ Huawei ຂອງຈີນ


ພະນັກງານຂາຍ ແນມເບິ່ງໂທລະສັບສະຫຼາດຂອງລາວ ຢູ່ຮ້ານຄ້າ Huawei ຂອງສູນກາງການຄ້າໃນນະຄອນຫຼວງປັກກິ່ງ, ວັນທີ 4 ກໍລະກົດ 2018.
ພະນັກງານຂາຍ ແນມເບິ່ງໂທລະສັບສະຫຼາດຂອງລາວ ຢູ່ຮ້ານຄ້າ Huawei ຂອງສູນກາງການຄ້າໃນນະຄອນຫຼວງປັກກິ່ງ, ວັນທີ 4 ກໍລະກົດ 2018.

ລັດຖະບານ ທ່ານ ໄບເດັນ ໄດ້ຖອນ 8 ໃບອະນຸຍາດໃນປີນີ້ ທີ່ໄດ້ອະນຸຍາດ ໃຫ້ບໍລິສັດຂົນສົ່ງຈໍານວນນຶ່ງ ຂົນສົ່ງສິນຄ້າໄປໃຫ້ບໍລິສັດທາງດ້ານອຸປະກອນ ໂທລະຄົມຍັກໃຫຍ່ຂອງຈີນຄື ຫົວເຫວີ່ຍ (Huawei), ອີງຕາມເອກະສານ ລາຍງານຄັ້ງທໍາອິດໂດຍອົງການຂ່າວ Reuters, ໃນຂະນະທີ່ພວກເຂົາ ພະຍາຍາມກົດດັນບໍລິສັດທີ່ຟື້ນຟູຄືນໃຫມ່.

ພະແນກການຄ້າ, ເຊິ່ງຄວບຄຸມກ່ຽວກັບນະໂຍບາຍການສົ່ງອອກຂອງສະຫະລັດ ກ່າວວ່າໃນເດືອນພຶດສະພາທີ່ຜ່ານມາວ່າ ຕົນໄດ້ຖອນໃບອະນຸຍາດ “ຈຳ​ນວນ​ນຶ່ງ”, ອີງຕາມການລາຍງານຄັ້ງທໍາອິດໂດຍອົງການຂ່າວ Reuters, ແຕ່ບໍ່ໄດ້ ລະບຸຊື່ ຫຼືຈໍານວນຜູ້ສະຫນອງທີ່ໄດ້ຮັບຜົນກະທົບ. ໃບອະນຸຍາດສໍາລັບ
ຄວາ​ລຄອມ ຫຼື Qualcomm (QCOM.O) ແລະ ອິນເທລ ຫຼື Intel (INTC.O) ແມ່ນຢູ່ໃນບັນດາຜູ້ທີ່ຖືກຖອນໃບອະນຸຍາດຄືນ, ອີງຕາມລາຍງານ ຂອງອົງການຂ່າວ Reuters ໃນເວລານັ້ນ.

ອົງການຂ່າວ Reuters ໄດ້ກ່າວໃນເອກະສານ, ເຊິ່ງຖືກກະກຽມເພື່ອຕອບ ສະຫນອງຕໍ່ການສອບຖາມ ໂດຍສະມາຊິກສະພາຂອງພັກຣີພັບບລີກັນ ທ່ານ ໄມໂຄລ ແມັກຄອລ (Michael McCaul) ວ່າ “ນັບຕັ້ງແຕ່ຕົ້ນປີ 2024, ພະແນກການຄ້າໄດ້ຖອນ 8 ໃບອະນຸຍາດເພີ້ມເຕີມທີ່ກ່ຽວຂ້ອງກັບບໍລິສັດ Huawei.”

ອີງຕາມເອກະສານ, ການອະນຸມັດໃບອະນຸຍາດສໍາລັບບໍລິສັດ Huawei ລວມມີ “ອຸປະກອນການອອກກໍາລັງກາຍ ແລະເຄື່ອງເຟີນີເຈີຫ້ອງການ ພ້ອມດ້ວຍອົງປະກອບທາງດ້ານເທັກໂນໂລຈີຂັ້ນຕໍ່າ ສໍາລັບເຄື່ອງໃຊ້ໃນຕະຫຼາດ ຂອງຜູ້ບໍລິໂພກ ເຊັ່ນ touchpad ແລະ touchscreen sensors ສໍາລັບແທັບເລັດ,” ເຊິ່ງມີຢູ່ຢ່າງກວ້າງຂວາງໃນປະເທດຈີນ, ຈາກແຫຼ່ງຕ່າງໆ ຂອງຈີນ ແລະຕ່າງປະເທດ, ອີງຕາມການກ່າວຂອງພະແນກການຄ້າ.

ບໍລິສັດ Huawei ແລະ Qualcomm ບໍ່ໄດ້ທໍາການຕອບສະໜອງໃດໆຕໍ່ການ ຮ້ອງຂໍຄວາມເຫັນ. ສ່ວນບໍລິສັດ Intel ແມ່ນປະຕິເສດທີ່ຈະສະແດງຄໍາເຫັນ. ອີງຕາມໂຄສົກຂອງຄະນະກໍາມະການກ່ຽວກັບກິດຈະກໍາການຕ່າງປະເທດຂອງ ສະພາຕໍ່າ, ເຊິ່ງເປັນປະທານໂດຍ ທ່ານ ແມັກຄອລ ທີ່ໄດ້ກ່າວວ່າ ພວກຕົນ ໄດ້ຮັບຂໍ້ມູນດັ່ງກ່າວໃນວັນອັງຄານວານນີ້ ແລະກໍາລັງທົບທວນຄືນຢູ່.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

licenses this year that had allowed some companies to ship goods to Chinese telecoms equipment giant Huawei, according to a document first reported by Reuters, as it seeks to pressure the resurgent company.

The Commerce Department, which oversees U.S. export policy, said in May it had revoked "certain" licenses, as first reported by Reuters, but did not specify the name or number of suppliers that were impacted. Licenses for Qualcomm (QCOM.O), opens new tab and Intel (INTC.O), opens new tab were among those revoked, Reuters reported at the time.

"Since the beginning of 2024, (the Commerce Department) has revoked eight additional licenses involving Huawei," the agency said in the document, prepared in response to an inquiry by Republican Congressman Michael McCaul.

According to the document, license approvals for Huawei include "exercise equipment and office furniture and low-technology components for consumer mass-market items, such as touchpad and touchscreen sensors for tablets," which are widely available in China from Chinese and foreign sources, the Commerce Department said.

Huawei (HWT.UL) and Qualcomm did not respond to requests for comment. Intel declined to comment. A spokesperson for the House Foreign Affairs Committee, which is chaired by McCaul, said it had received the data on Tuesday and is reviewing it.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG