ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄວາມ​ວຸ້ນ​ວາຍ ​ໃນ​ການ​ຖອນ​ທະ​ຫານ​ ສ​ຫລ ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ແມ່ນ​ຄວາມ​ຜິດ ຂອງ​ທ່ານ​ທ​ຣຳ ທ່ານ​ໄບ​ເດັນ​ກ່າວ ໃນ​ການ​ທົບ​ທວນ


ແຟ້ມ - ຜູ້​ຄົນ​ຈຳ​ນວນ​ນຶ່ງ​ພາ​ກັນ​ແລ່ນ​ໄປ​ນຳ​ເຮືອ​ບິນຂົນ​ສົ່ງ C-17 ຂອງກອງ​ທັບ​ສະ​ຫະ​ລັດ ຢູ່​ຕາມ​ທາງ​ແລ່ນ​ ທີ່​ສະ​ໜາມ​ບິນ​ສາ​ກົນ ນະ​ຄອນ​ຫຼວງ​ກາ​ບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 16 ສິງ​ຫາ 2021.
ແຟ້ມ - ຜູ້​ຄົນ​ຈຳ​ນວນ​ນຶ່ງ​ພາ​ກັນ​ແລ່ນ​ໄປ​ນຳ​ເຮືອ​ບິນຂົນ​ສົ່ງ C-17 ຂອງກອງ​ທັບ​ສະ​ຫະ​ລັດ ຢູ່​ຕາມ​ທາງ​ແລ່ນ​ ທີ່​ສະ​ໜາມ​ບິນ​ສາ​ກົນ ນະ​ຄອນ​ຫຼວງ​ກາ​ບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 16 ສິງ​ຫາ 2021.

ທຳ​ນຽບ​ຂາວ​ໄດ້​ຖິ້ມ​ໂທດຄວາມ​ວຸ້ນ​ວາຍສ່ວນ​ໃຫ​ຍ່​ ໃນ​ການ​ຖອນ​ກຳ​ລັງຂອງ​ສະ​ຫະ​ລັດ​ອອກ​ຈາກ​ອັ​ຟ​ການິ​ສ​ຖານ ເມື່ອ​ປີ 2021 ໃສ່​ລັດ​ຖະ​ບານ​ຊຸດ​ກ່ອນ ໃນໃຈ​ຄວາມ​ຂອງ​ເອກ​ກະ​ສານ​ລັບ​ທີ່ທາງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ປ້ອງ​ກັນ​ປະ​ເທດ ​ສົ່ງ​ໄປ​ໃຫ້​ລັດ​ຖະ​ສະ​ພາ ​ໃນ​ວັນ​ພະ​ຫັດ​ວານນີ້ ທີ່​ໄດ້​ມີ​ການ​ເປີດ​ເຜີຍ​ໃຫ້​ປະ​ ຊາ​ຊົນ​ຮູ້.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ຖືກ “ບັງ​ຄັບ​ຢ່າງ​ໜັກ” ຈາກ​ເງື່ອນ​ໄຂ​ຕ່າງໆ​ທີ່​ໄດ້​ສ້າງ​ຂຶ້ນ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ກ່ອນ ທ່ານ​ດໍ​ໂນ​ລ ທ​ຣຳ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເອກ​ກະ​ສານ​ທີ່​ກ່າວ​ເຖິງ​ລາຍ​ງານ​ການກວດ​ສອບ​ຫຼັງ​ຈາກ​ໄດ້​ລົງ​ມື​ປະ​ຕິ​ບັດກ່ຽວ​ກັບ​ການ​ຖອນ​ກຳ​ລັງ​ທີ່​ໄດ້​ຖືກ​ຕ້ອງ​ຕິ​ຢ່າງກວ້າງ​ຂວາງ.

ທ່ານ​ຈອນ ເຄີ​ບີ ຜູ້​ປະ​ສານ​ງານ​ຍຸດ​ທະ​ສາດ ​ໃນ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ​ຂອງ​ສະ​ພາຄວາມ​ໝັ້​ນ​ຄົງ​ແຫ່ງ​ຊາດ ທີ່​ໄດ້​ກ່າວ​ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ພະ​ຫັດ​ນີ້​ວ່າ “ໃນ​ຂະ​ນະ​ທີ່​ມັນ​ແມ່ນ​ຄວາມ​ຕັ້ງ​ໃຈ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈະ​ຍຸ​ຕິ​ສົງ​ຄາມ ແຕ່​ມັນ​ກໍ​ເປັນ​ສິ່ງ​ທີ່​ປະ​ຕິ​ເສດ​ບໍ່​ໄດ້​ທີ່​ວ່າ ການ​ຕັດ​ສິນ​ໃຈ​ຕ່າງໆ ​ໄດ້​ເຮັດ​ໄປ​ແລ້ວ ແລະ​ການ​ຂາດ​ການ​ວາງ​ແຜນ​ຂອງ​ລັດ​ຖະ​ບານ​ຊຸດ​ກ່ອນ ແມ່ນ​ຈຳ​ກັດ​ທາງ​ເລືອກ​ທີ່​ມີ​ຢູ່​ຢ່າງ​ສຳ​ຄັນ.”

ບົດ​ສະ​ຫຼຸບທີ່​ຍາວ 12 ໜ້າ ແມ່ນ​ໄດ້​ຖິ້ມ​ໂທດ​ໃສ່​ທ່ານ​ທ​ຣຳ ໃນ​ການຖອນກຳ​ລັງ​ທະ​ຫານອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ແລະ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ໂດ​ຮາ ​ປີ 2020 ກັບ​ກຸ່ມ​ຕາ​ລີ​ບານ ຊຶ່ງ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ນີ້ ສະ​ຫະ​ລັດ​ຈະຕ້ອງ​ຖອນ​ກຳ​ລັງ​ທະ​ຫານທັງ​ໝົດ​ອອກ​ ພາຍ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2021.

ເອກ​ກະ​ສານ​ເວົ້າ​ວ່າ “ໃນ​ໄລ​ຍະ​ຂ້າມ​ຜ່ານ​ຈາກ​ລັດ​ຖະ​ບານ​ທ່ານ​ທ​ຣຳ ໄປ​ຫາ​ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ​ນັ້ນ ລັດ​ຖະ​ບານ​ທີ່​ຈະ​ພົ້ນ​ຈາກ​ໜ້າ​ທີ່ ບໍ່​ໄດ້​ສະ​ໜອງ​ແຜນ​ການ​ໃດໆ ກ່ຽວ​ກັບວ່າ​ຈະຖອນ​ທະ​ຫານ​ຂັ້​ນ​ສຸດ​ທ້າຍ​ແບບ​ໃດ ຫຼື​ຈະ​ຍົກ​ຍ້າຍ​ປ​ະ​ຊາ​ຊົນ​ອາ​ເມ​ຣິ​ກັນ ​ແລະ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ເປັນ​ພັນ​ທະ​ມິດ​ແບບ​ໃດ” ເອກ​ກະ​ສານ​ກ່າວ.

“ດ້ວຍ​ເຫດ​ຜົນທີ່​ກ່າ​ວມາ​ນັ້ນ ເວ​ລາ​ທ່ານ​ໄບ​ເດັນ ​ເຂົ້າ​ຮັບ​ຕຳ​ແໜ່ງ ​ໃນ​ເດືອນ​ມັງ​ກອນ ປີ 2021 ກຸ່ມ​ຕາ​ລີ​ບານ​ແມ່ນ​ຢູ່​ໃນ​ທ່າ​ທີ​ທາງ​ດ້ານ​ທະ​ຫານ ທີ່​ເຂັ້ມ​ແຂງ​ທີ່​ສຸດ​ນັບ​ແຕ່​ປີ 2001 ເປັນ​ຕົ້ນ​ມາ ໂດຍ​ສາ​ມາດ​ເຂົ້າ​ຄວບ​ຄຸມຫຼື​ຍາດ​ເອົາ​ເຂດ​ທີ່​ມີ​ການ​ຂັດ​ແຍ້ງ​ໄດ້​ເກືອບ​ເຄິ່ງ​ນຶ່ງ​ຂອງ​ປະ​ເທດ” ບົດ​ສະ​ຫຼຸບ​ກ່າວ.

“ໃນ​ເວ​ລາ​ດຽວ​ກັນ ສະ​ຫະ​ລັດ ​ມີ​ທະ​ຫານ​ແຕ່ 2,500 ຄົນ ​ຢູ່​ທີ່ນັ້ນ ຊຶ່ງ​ເປັນ​ຈຳ​ນວນ​ທະ​ຫານ​ທີ່​ຕ່ຳ​ທີ່​ສຸດ ​ໃນ​ອັ​ຟ​ການ​ກິ​ສ​ຖານ​ນັບ​ແຕ່​ປີ 2001 ​ເປັນ​ຕົ້ນ​ມາແລະ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ໄດ້​ປະ​ເຊີນ​ໜ້າ​ກັບ​ເສັ້ນ​ຕາຍ​ທີ່​ຕັ້ງ​ໄວ້​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເພື່ອ​ໃຫ້​ຖອນ​ກຳ​ລັງ​ສະ​ຫະ​ລັດ​ທັງ​ໝົດ​ອອກ​ຈາກ​ອັ​ຟ​ການ​ກິ​ສ​ຖານ​ພາຍ​ໃນເດືອນ​ພຶດ​ສະ​ພາປີ 2021 ຫຼື​ບໍ່​ດັ່ງ​ນັ້ນ ​ກຸ່ມ​ຕາ​ລີ​ກໍ​ຈະ​ເ​ລີ້ມ​ການ​ໂຈມ​ຕີ​ຄືນ​ໃໝ່​ໃສ່​ກຳ​ລັງ​ສະ​ຫະ​ລັດ​ແລະ​ພັນ​ທະ​ມິດ.”

ອ່ານ​ຂ່າວນີ້ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG