ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບດັນ ປະຕິເສດ ຕໍ່ຄຳແນະນຳ ບໍ່ໃຫ້ໂຕ້ວາທີ ກັບທ່ານ ທຣຳ


ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ຊ້າຍ, ກັບປະທານາທິບໍດີ ດໍໂນລ ທຣຳ.
ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ຊ້າຍ, ກັບປະທານາທິບໍດີ ດໍໂນລ ທຣຳ.

ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໄດ້ປະຕິເສດການຮຽກຮ້ອງບໍ່ໃຫ້ທ່ານໂຕ້ວາທີກັບປະທານາທິບໍດີ ດໍໂນລ ທຣຳ ຢ່າງເປັນທາງ ການ.

ທ່ານ ໄບດັນ ໄດ້ກ່າວໃນລະຫວ່າງການສຳພາດກັບໂທລະພາບ MSNBC ໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າຈະໂຕ້ວາທີກັບລາວ. ຂ້າພະເຈົ້າຈະເປັນຄົນກວດສອບຂໍ້ເທັດຈິງຢູ່ເທິງເວທີ ໃນເວ ລາທີ່ຂ້າພະເຈົ້າໂຕ້ວາທີກັບລາວ”

ອະດີດຮອງປະທານາທິບໍດີໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຄິດວ່າທຸກຄົນຮູ້ວ່າຜູ້ຊາຍຄົນນີ້ມີແນວໂນ້ມເປັນໂຣກບໍ່ມັກບອກຄວາມຈິງແນວໃດແນວນຶ່ງ.”

ທ່ານ ທຣຳ ແລະ ທ່ານ ໄບເດັນ ມີກຳນົດທີ່ຈະທຳການໂຕ້ວາທີກັນໃນວັນທີ 29 ກັນຍາ, 15 ຕຸລາ ແລະ 22​ ຕຸລາ.

ທ່ານ ໄບເດັນ ໄດ້ກ່າວຖະແຫຼງການບໍ່ດົນຫຼັງຈາກປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວວ່າ ທ່ານນາງບໍ່ຄິດວ່າມັນຄວນມີການໂຕ້ວາທີປະທານາທິບໍດີໃດໆໃນປີນີ້.

ທ່ານນາງ ເພໂລຊີ ໄດ້ກ່າວວ່າ “ຂ້າພະເຈົ້າຈະບໍ່ອະນຸຍາດໃຫ້ສົນທະນາກັບລາວ, ຫຼື ການໂຕ້ວາ ທີ ກ່ຽວກັບ ການເປັນປະທານາທິບໍດີແຫ່ງ ສະຫະລັດ.”

ທ່ານນາງໄດ້ທຳນາຍວ່າໃນລະຫວ່າງການໂຕ້ວາທີນັ້ນ, ທ່ານ ທຣຳ “ຄົງຈະປະພຶດໃນວິທີທີ່ຕໍ່າກວ່າກຽດສັກສີຂອງການເປັນປະທານາທິບໍດີ,” ເຊິ່ງຫວນຄືນຄຳເວົ້າທີ່ທ່ານນາງໄດ້ກ່າວຕໍ່ທ່ານ ທຣຳ ວ່າເປັນການກະທຳທີ່ “ອັບອາຍຂາຍໜ້າ” ໃນລະຫວ່າງການໂຕ້ວາທີປີ 2016 ກັບອະດີດລັດຖະ ມົນຕີກະຊວງການ ຕ່າງປະເທດທ່ານນາງ ຮິລແລຣີ ຄລິນຕັນ, ເວລາທີ່ທ່ານໄດ້ຢືນສັງເກດຢູ່ທາງ ຫຼັງຜູ້ຖືກສະເໜີຊື່ຂອງພັກເດໂມແຄຣັດ ໃນລະຫວ່າງການປະເຊີນໜ້າກັນ ສະໄຕລ໌ກອງປະຊຸມປຶກ ສາຫາລື.

ດ້ວຍເວລາຍັງເຫຼືອ 67 ວັນຈົນກວ່າຈະຮອດການເລືອກຕັ້ງປີ 2020 ນັ້ນ, ພັກ ເດໂມແຄຣັດຍັງສືບຕໍ່ໂຈມຕີທ່ານ ທຣຳ ສຳລັບການຮັບມືກັບໂຣກລະບາດໄວຣັສໂຄໂຣນາຂອງລັດຖະບານຂອງທ່ານ, ເຊິ່ງໄດ້ສັງຫານປະຊາຊົນໃນ ສະຫະ ລັດ ໄປແລ້ວ 180,000 ຄົນ, ເຊິ່ງເປັນການລາຍງານທີ່ຫຼາຍທີ່ສຸດ ສໍາລັບແຕ່ລະປະເທດ, ອີງຕາມຂໍ້ມູນຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ໃນຄຳເວົ້າທີ່ເຈັບແສບບາງອັນຈາກຜູ້ທີ່ຢູ່ໃນລາຍຊື່ສະມາຊິກຜູ້ສະໝັກຮັບເລືອກ ຕັ້ງຂອງພັກຝ່າຍຄ້ານຄືຜູ້ຮ່ວມລົງແຂ່ງຂັນຂອງທ່ານ ໄບເດັນ, ສະມາຊິກສະພາ ສູງລັດຄາລິຟໍເນຍ ທ່ານນາງ ຄາມາລາ ແຮຣິສ ນັ້ນໄດ້ກ່າວວ່າ ໃນຂະນະທີ່ໄພຂົ່ມຂູ່ຈາກໄວຣັສໄດ້ເພີ່ມຂຶ້ນ, “ທ່ານ ດໍໂນລ ທຣຳ ມີແຕ່ຢືນຂີ້ຄ້ານຢູ່ ແລະ ພໍ່ແມ່ພີ່ນ້ອງເອີຍ, ມັນແມ່ນການຕັດສິນໃຈທີ່ຮ້າຍແຮງຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG