ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີໄບເດັນ ປັບປ່ຽນເປົ້າໝາຍ ໃນການເປີດໂຮງຮຽນປະຖົມຄືນໃໝ່


ປະທານາທິບໍດີໂຈ ໄບເດັນ ຢູ່ທີ່ກອງປະຊຸມຕອບຄຳຖາມຜ່ານທາງໂທລະພາບ ທີ່ໂຮງມະຫໍລະສົບ Pabst Theater ໃນວັນອັງຄານ ວັນທີ 16 ກຸມພາ 2021 ໃນເມືອງມີລວອກກິ.
ປະທານາທິບໍດີໂຈ ໄບເດັນ ຢູ່ທີ່ກອງປະຊຸມຕອບຄຳຖາມຜ່ານທາງໂທລະພາບ ທີ່ໂຮງມະຫໍລະສົບ Pabst Theater ໃນວັນອັງຄານ ວັນທີ 16 ກຸມພາ 2021 ໃນເມືອງມີລວອກກິ.

ປະທານາທິບໍດີໂຈ ໄບເດັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເປີດໂຮງຮຽນຊັ້ນປະຖົມສ່ວນ
ໃຫຍ່ ຫ້າມື້ຕໍ່ອາທິດ ໃນຕອນທ້າຍຂອງໄລຍະ 100 ວັນທຳອິດ ທີ່ ທ່ານໄດ້ເຂົ້າກຳຕຳ
ແໜ່ງ ໂດຍຈະເລີ້ມເປົ້າໝາຍດັ່ງກ່າວ ຫຼັງຈາກລັດຖະບານ ຂອງທ່ານ ໄດ້ຖືກຕຳໜິ ເວ
ລາພວກຜູ້ຊ່ວຍຂອງທ່ານ ກ່າວວ່າ ໂຮງຮຽນຕ່າງໆ ຈະໄດ້ຮັບການພິຈາລະນາໃຫ້ເປີດ
ຖ້າຫາກເຂົາເຈົ້າຈັດໃຫ້ມີການສອນໂດຍມີ ນັກຮຽນເຂົ້າໄປຮຽນຢູ່ໃນຫ້ອງ ນຶ່ງມື້ຕໍ່ອາທິດ.

ການໃຫ້ຄວາມເຫັນຂອງທ່ານໄບເດັນ ລະຫວ່າງກອງປະຊຸມຕອບຄຳຖາມທາງໂທລະ
ພາບCNN ທີ່ເມືອງມິີລວັອກກີ ໄດ້ເປັນຂີດໝາຍແຈ້ງທີ່ສຸດຂອງທ່ານ ເທົ່າທີ່ຜ່ານມາ
ກ່ຽວກັບການເປີດໂຮງຮຽນຄືນໃໝ່. ທ່ານໄບເດັນໄດ້ໃຫ້ຄຳໝັ້ນ ສັນຍາໃນເດືອນທັນວາ
ທີ່ຜ່ານມາວ່າ ຈະເປີດ “ສ່ວນໃຫຍ່ຂອງໂຮງຮຽນພວກເຮົາ” ຄືນໃນໄລຍະ 100 ມື້ທຳອິດ
ຂອງທ່ານ ແຕ່ວ່ານັບແຕນັ້ນມາໄດ້ປະເຊີນ ໜ້າກັບຄຳຖາມຕ່າງໆ ກ່ຽວກັບວ່າ ຈະກຳນົດ
ແລະບັນລຸເປົ້າໝາຍດັ່ງກ່າວ ກັບ ບັນດາເຂດໂຮງຮຽນຕ່າງໆພາກັນເຮັດວຽກພາຍໃຕ້ການ
ຮຽນທາງອອນລາຍບໍ່ຄືກັນ ແລະການຈັດໄປເຂົ້າຮຽນ ຢູ່ໃນຫ້ອງຮຽນຢູ່ທົ່ວປະເທດ.

ທ່ານໄບເດັນກ່າວວ່າ “ຂ້າພະເຈົ້າເວົ້າວ່າ ເປີດຄືນສ່ວນໃຫຍ່ຂອງໂຮງຮຽນຈາກ ຊັ້ນອະ
ນຸບານຂຶ້ນໄປຫາຊັ້ນແປດ ເພາະວ່າເຂົາເຈົ້າງ່າຍສຸດທີ່ຈະເປີດຊຶ່ງຈຳເປັນ ທີ່ສຸດທີ່ຈະເປີດ
ໃນກໍລະນີທີີ່ມີຜົນກະທົບຕໍ່ພວກເດັກນ້ອຍ ແລະຄອບຄົວທີ່ຕ້ອງ ໄດ້ຢູ່ບ້ານ.”

ທ່ານກ່າວວ່າ ການໃຫ້ຄວາມເຫັນໂດຍໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໃນຕົ້ນ
ເດືອນນີ້ທີ່ກ່າວວ່ານຶ່ງມື້ຕໍ່ອາທິດໃຫ້ພວກນັກຮຽນເຂົ້າໄປຮຽນດ້ວຍຕົນເອງ ເພື່ອໃຫ້ບັນບຸ
ເປົ້າໝາຍຂອງທ່ານນັ້ນໄດ້ມີການ “ຜິດພາດຢູ່ໃນການສື່ສານກັນ.”

ເມື່ອຖືກຖາມວ່າເວລາໃດ ທີ່ຈະເຫັນປະເທດເປີດໂຮງຮຽນອະນຸບານ ເຖິງຊັ້ນແປດ ໃຫ້
ພວກນັກຮຽນກັບໄປຫ້ອງຮຽນຫ້າມື້ຕໍ່ອາທິດ ທ່ານໄບເດັນ ກ່າວວ່າ “ພວກເຮົາຈະຫຍັບ
ເຂົ້າໃກ້ຈຸດນັ້ນ ໃນຕອນທ້າຍຂອງໄລຍະ 100 ມື້ທີ່ຈະມາ ເຖິງນີ້.” ທ່ານກ່າວວ່າ ທ່ານ
ຄາດວ່າໂຮງຮຽນຫຼາຍໆແຫ່ງຈະຊຸກຍູ້ໃຫ້ມີການ ເປີດໄປຕະຫລອດລະດູຮ້ອນ ແຕ່ໄດ້
ສະເໜີວ່າການເປີດບັນດາໂຮງຮຽນຊັ້ນ ມັດທະຍົມ ຈະໃຊ້ເວລານານກວ່າ ເນື່ອງຈາກ
ຄວາມສ່ຽງສູງຕໍ່ການຕິດແປດລະຫວ່າງພວກນັກຮຽນຜູ້ໃຫຍ່.

ກອງປະຊຸມຕອບຄຳຖາມ ໄດ້ເວົ້າເຖິງຫຼາຍບັນຫາ ທີ່ພົວພັນກັບໄວຣັສໂຄໂຣນາ ຈາກ
ການປ້ອງກັນທຸລະກິດຂະໜາດນ້ອຍ ໄປຫາແຜນການສັກຢາ ຂອງລັດຖະ ບານ. ທ່ານ
ໄບເດັນກ່າວວ່າ ພາຍໃນທ້າຍເດືອນກໍລະກົດ ຈະມີຢາວັກຊີນ ເຖິງ 600 ລ້ານໂດສສຳ
ລັບຜູ້ຄົນ ຊຶ່ງພຽງພໍຕໍ່ການສັກໃຫ້ຊາວອາເມຣິກັນທຸກຄົນ.

ແຕ່ວ່າຈາກຄຳຕອບຫຼາຍຢ່າງຂອງທ່ານ ທ່ານໄດ້ເນັ້ນໜັກເຖິງຄວາມຕ້ອງການທຶນເພື່ອ
ໃຫ້ບັນລຸເປົ້າໝາຍຂອງທ່ານ. ກອງປະຊຸມຕອບຄຳຖາມໄດ້ແນໃສ່ການ ຂໍເງິນ 1 ພັນ
900 ຕື້ໂດລາ ເພື່ອໃຫ້ການຊ່ວຍເຫຼືອກ່ຽວກັບ ໄວຣັສໂຄໂຣນາ ຕໍ່ຊາວອາເມຣິກັນໂດຍ
ກົງອັນເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ແນໃສ່ເພື່ອ ກົດດັນ ຕໍ່ສະມາຊິກສະພາພັກ
ຣີພັບບລິກັນ ແລະເນັ້ນໜັກເພື່ອໃຫ້ສະພາຕໍ່າຮັບຜ່ານຢ່າງວ່ອງໄວຂອງຮ່າງກົດໝາຍນີ້
ຊຶ່ງໃນປັດຈຸບັນການດຳເນີນຄະດີປະທາ ທິບໍດີຄົນກ່ອນກໍໄດ້ຜ່ານໄປແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG